ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

180 ກວ່າຄົນເສຍຊີວິດ ຍ້ອນລົມພາຍຸ ຢູ່ຟີລິບປິນ


ພວກກູ້ໄພພວມຊອກຫາພວກທີ່ລອດຊີວິດມາໄດ້ ຫຼັງຈາກໄດ້ເກີດນໍ້າຖ້ວມສຸ ທີ່ເມືອງ Cagayan de Oro (17 ທັນວາ 2011)
ພວກກູ້ໄພພວມຊອກຫາພວກທີ່ລອດຊີວິດມາໄດ້ ຫຼັງຈາກໄດ້ເກີດນໍ້າຖ້ວມສຸ ທີ່ເມືອງ Cagayan de Oro (17 ທັນວາ 2011)

ເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນລົມພາຍຸເຂດຮ້ອນທີ່ມີການເຄື່ອນໄຫວຊ້າໆນັ້ນ
ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 180 ຄົນແລ້ວພ້ອມກັບປະມານອີກ 400 ຄົນຍັງຫາຍສາບສູນ ໃນທົ່ວບໍລິເວນກວ້າງຂອງພາກໃຕ້ຟີລິບປິນ.

ລົມພາຍຸເຂດຮ້ອນ Washi ພັດເຂົ້າຖະຫຼົ່ມເກາະມິນດາເນົາໃນພາກໃຕ້ຂອງຟີລິບປິນໃນຄືນ
ແລ້ວນີ້ດ້ວຍຝົນຕົກໜັກແລະມີລົມແຮງ.

ທ່ານ Benito Ramos ຫົວໜ້າຄຸ້ມຄອງໄພພິບັດແຫ່ງຊາດຂອງຟີລິບປິນກ່າວໃນວັນເສົາມື້
ນີ້ວ່າ ພວກເຈົ້າໜ້າທີ່ຍັງສືບຕໍ່ໄດ້ຮັບລາຍງານຈາກບໍລິເວນທີ່ເກີດ ເຫດແລະຈຳນວນພວກທີ່ ບາດເຈັບລົ້ມຕາຍອາດຈະມີເພີ່ມຂຶ້ນ.

ລົມພາຍຸຫົວນີ້ ເຮັດໃຫ້ຫຼາຍໆພັນຄົນຕ້ອງໄດ້ຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກ
ເຂົາເຈົ້າ.

ພວກນັກພະຍາກອນອາກາດກ່າວວ່າ ເປັນທີ່ຄາດກັນວ່າລົມພາຍຸ Washi ຈະເຄື່ອນອອກ
ຈາກປະເທດຟີລິບປິນໃນແລງວັນອາທິດມື້ອື່ນ.

XS
SM
MD
LG