ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ຟິລິບປິນ ປະກາດພາວະ ໄພພິບັດ ແຫ່ງຊາດ


ເຈົ້າໜ້າທີ່ ກໍາລັງນໍາສິ່ງຂອງ ໄປຊ່ວຍເຫລືອຜູ້ໄດ້ຮັບເຄາະຮ້າຍ ຈາກລົມພາຍຸ Washi ທີ່ໄດ້ພັດຜ່ານພາກໃຕ້ ຂອງຟິລິບປິນໄປ ໃນເຊົ້າວັນສຸກແລ້ວນີ້
ເຈົ້າໜ້າທີ່ ກໍາລັງນໍາສິ່ງຂອງ ໄປຊ່ວຍເຫລືອຜູ້ໄດ້ຮັບເຄາະຮ້າຍ ຈາກລົມພາຍຸ Washi ທີ່ໄດ້ພັດຜ່ານພາກໃຕ້ ຂອງຟິລິບປິນໄປ ໃນເຊົ້າວັນສຸກແລ້ວນີ້

ປະທານາທິບໍດີຟິລິບ​ປິນ ທ່ານ Benigno Aquino ​ໄດ້​ປະກາດ​ພາວະ​ໄພພິບັດ​ແຫ່ງ​ຊາດ​
ໃນວັນ​ອັງຄານ​ມື້ນີ້ ​ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າທີ່​ກໍາລັງ​ຊອກ​ຫາ​ຊາກສົບ​ຂອງ​ພວກ​ທີ່​ເສຍ
ຊີວິດ​ຍ້ອນນໍ້າຖ້ວມສຸຢູ່​ເກາະມິນດາເນົາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ພວກ​ເຈົ້າໜ້າທີ່ຄຸ້ມ​ຄອງໄພພິບັດ​ກ່າວ​ໃນ​ວັນອັງຄານ​ມື້ນີ້ວ່າ ເວລາ​ນີ້​ ຈໍານວນ​ຜູ້​ເສຍ​ຊີວິດ
ຍ້ອນ​ໄພ​ນໍ້າ​ຖ້ວມ ​ເພີ່ມ​ຂຶ້ນ​ເປັນ 957 ຄົນ​ແລ້ວ ຊຶ່ງ​ນໍ້າ​ໄດ້​ເລີີ່​ມຖ້ວມໃນ​ຕອນເຊົ້າໆ
ຂອງວັນເສົາ​ແລ້ວ ​ໃນ​ຂະນະທີ່ 49 ຄົນ ​ຍັງຫາຍ​ສາບ​ສູນຢູ່.

ພວກ​ເຈົ້າໜ້າທີ່​ຍັງ​ກ່າວ​ອີກ​ວ່າ ຄວາມ​ເສຍ​ຫາຍສ່ວນ​ໃຫຍ່​ແມ່ນເກີດ​ຂຶ້ນຢູ່​ເມືອງ Cagayan
de Oro ​ແລະ Illigan ຊຶ່ງ​ເປັນ​ເມືອງ​ທ່າ​ເຮືອຢູ່​ທາງພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​
ກໍາລັງກະກຽມ​ໃຫ້​ມີ​ການ​ຝັງ​ສົບລວມກັນ​ ​ຂອງຜູ້​ໄດ້ຮັບ​ເຄາະຮ້າຍ​ຫລາຍຮ້ອຍຄົນທີ່​ບໍ່
ສາມາດ​ຮູ້​ໄດ້ວ່າແມ່ນ​ໃຜ.

ທ່ານ Lawrence Cruz, ​ເຈົ້າຄອງກຳ​ແພງເມືອງ Illigan ​ໄດ້​ກ່າວ​ຕໍ່ອົງການ​ຂ່າວ
Reuters ວ່າ ຈໍາ​ເປັນ​ຕ້ອງ​ໃຫ້​ມີການ​ຝັງ​ສົບ​ລວມກັນ ເພື່ອ​ປ້ອງ​ກັນການ​ແຜ່ຜາຍ​ຂອງ​ພະ
ຍາດທີ່​ເກີດ​ຈາກ​ສົບເນົ່າ​ເປື່ອຍ​ເປັນ ຈໍານວນ​ຫລວງຫລາຍນັ້ນ.

ນອກ​ນັ້ນ ພວກ​ເຈົ້າໜ້າທີ່​ຍັງ​ເວົ້າອີກວ່າ ມີ​ການ​ຂາດແຄນນໍ້າ ​ແລະ​ອາຫານຢູ່​ສູນ​ກູ້​ໄພຊົ່ວ
ຄາວທີ່​ເກາະ​ແຫ່ງ​ນັ້ນ. ​ເກືອບ 50 ພັນ​ຄົນ​ທີ່ບໍ່ມີ​ບ້ານ​ຢູ່​ເຮືອນນອນ ​ຍັງ​ສືບຕໍ່ພັກ​ຢູ່​ບ່ອນ
ຫຼົບ​ໄພຕໍ່​ໄປ.

ນໍ້າ​ຖ້ວມ​ດັ່ງກ່າວ​ແມ່ນ​ເກີດ​ມາ​ຈາກ​ລົມພາຍຸ Washi ​ທີ່​ໄດ້​ພັດ​ຜ່ານ ພາກ​ໃຕ້​ຂອງ​ຟິລິບ​
ປິນ​ໄປ ໃນ​ເຊົ້າວັນ​ສຸກ​ແລ້ວນີ້ ຊຶ່ງ​ໄດ້ພາ​ໃຫ້​ມີຝົນໜັກ​ທີ່​ສົມ ຄວນ​ຕົກ​ເປັນ​ເດືອນ ພາຍໃນ
ເວລາພຽງ 24 ຊົ່ວ​ໂມງ​ເທົ່າ​ນັ້ນ.

XS
SM
MD
LG