ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຢ່າງ​ນ້ອຍ 20 ຄົນ ​​ເສຍ​ຊີວິດ​ ຍ້ອນໄພນໍ້າຖ້ວມ ໃນຟີລິບປີນ (ສະໄລດ໌)


ຜູ້ຄົນກໍລັງເດີນຜ່ານນໍ້ຖ້ວມໃນເມືອງ Pasig City ພາກຕາເວັນອອກ ຂອງ ກຸງ Manila,
ຜູ້ຄົນກໍລັງເດີນຜ່ານນໍ້ຖ້ວມໃນເມືອງ Pasig City ພາກຕາເວັນອອກ ຂອງ ກຸງ Manila,

ຝົນ​ທີ່ຕົກລົງ​ມາ​ຕື່ມ​ອີກ ​ເຮັດ​ໃຫ້​ເຂດນະ​ຄອນ​ຫຼວງມະນີ​ລາ​ຂອງ​ຟິລິບ​ປີນ ທີ່​ເກີດ​ໄພ​
ນໍ້າ​ຖ້ວມ​ຢູ່​ແລ້ວນັ້ນ ຄັບຂັນ​ຂຶ້ນຕື່ມ ໂດຍ​ມີ​ການສົ່ງເຮືອ​ກູ້​ໄພ​ໄປຊ່ອຍ​ເຫຼືອ​ປະຊາ​ຊົນ​ທີ່​
ຕົກ​ຄ້າງ​ ຍ້ອນ​ລະດັບນໍ້າສູງ​ຂຶ້ນ.

ປະຊາຊົນ​ຈຳນວນ​ນຶ່ງ​ທີ່​ຖືກ​ຍົກຍ້າຍ​ອອກ​ໜີໃນ​ວັນ​ພະຫັດ​ມື້​ນີ້ ຫຼັງ​ຈາກໄດ້​ມີຝົນ​ຕົກໜັກ​ໃນ​ຕອນ​ກາງ​ຄືນ​ນັ້ນ ​ຫາ​ກໍ​ກັບ​ຄືນໄປ​ຫາ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ ພຽງບໍ່​ເທົ່າ​ໃດ​ຊົ່ວໂມງ​ກ່ອນ​ໜ້າ​ນີ້.

ເຂດ​ຕ່າງໆ​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ແມ່​ນໍ້າ ເຊັ່ນ​ຄຸ້ມ Marikina ​ໃນ​ນະຄອນຫຼວງມະນີ​ລາ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ເປັນ​ພິ​ເສດ​ ຈາກ​ໄພ​ນໍ້າ​ຖ້ວມ​ໃນ​ຄັ້ງ​ນີ້ ຊຶ່ງເຈົ້າໜ້າ​ທີ່ກ່າວ​ວ່າ ໄດ້​ມີ​ຜົນ​ກະທົບ​ຕໍ່ປະຊາຊົນ​ໃນ​ນະຄອນຫຼວງຂອງ​ຟີ​ລິບ​ປິນ​ປະ ມານ 2 ລ້ານ​ຄົນ​ແລະ​ເກືອ​ບ 3 ​ແສນ​ຄົນ​ໄດ້​ເຂົ້າ​ໄປ​ພັກ​ພາ​ອາ​ໄສ​ຢູ່​ຕາມ​ສູນຫຼົບ ​ໄພຊົ່ວຄາວ​ແຫ່ງ​ຕ່າງໆ.

ມີ​ຢ່າງ​ນ້ອຍ 20 ຄົນ​ໄດ້​ເສຍ​ຊີວິດ​ໃນ ກຸງ​ມະນີ​ລາ ອັນເປັນ​ຜົນເນື່ອງ​ມາ​ຈາກ​ໄພ​ນໍ້າ​ຖ້ວມ​ຍ້ອນຝົນຕົກ​ໜັກ​ຈາກ​ລະດູລົມ​ໃນ​ມໍ​ລະ​ສຸມຄັ້ງນີ້.

ເບິ່ງສະໄລດ໌ ກ່ຽວກັບນໍ້າຖ້ວມຢູ່ຟີລິບປິນ

XS
SM
MD
LG