ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

43 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ຟິລິບປີນ (ເບິ່ງວີດິໂອ)


ປະຊາຊົນຟີລິບປິນພາກັນແລ່ນໜີ ແຜ່ນດິນໄຫວແລະໄພສຸນາມິ ທີ່ຢ້ານວ່າ ຈະຕິດຕາມມາ ຫລັງຈາກແຜ່ນດິນໄຫວຂະໜາດ 6.9 ຣິກເຕີ ປະທະຟີລິບປີນ ໃນເຊົ້າວັນທີ 6 ກຸມພາ 2012 ນີ້.
ປະຊາຊົນຟີລິບປິນພາກັນແລ່ນໜີ ແຜ່ນດິນໄຫວແລະໄພສຸນາມິ ທີ່ຢ້ານວ່າ ຈະຕິດຕາມມາ ຫລັງຈາກແຜ່ນດິນໄຫວຂະໜາດ 6.9 ຣິກເຕີ ປະທະຟີລິບປີນ ໃນເຊົ້າວັນທີ 6 ກຸມພາ 2012 ນີ້.

ເຈົ້າ​ໜ້າ​ທີ່​ຟິລິບ​ປີນ​ກ່າວ​ວ່າ ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ​ໄດ້​ສັ່ນ​ສະ​ເທືອ​ນ​ພາກ​ກາງຂອງ
ຟິລິບ​ປີນ ສົ່ງ​ຜົນ​ໃຫ້​ມີ​ຜູ້ເສຍຊີວິດຢ່າງນ້ອຍ 43 ຄົນ ​ແລະສ້າງຄວາມເສຍຫາຍຢ່າງໃຫຍ່
ຫລວງ ພ້ອມທັງເຮັດໃຫ້ໄຟຟ້າມອດ ໃນຂອບເຂດກ້ວາງຂວາງ.

ກົ​ມ​ສຳຫ​ລວດ​ທໍ​ລະ​ນີວິທະຍາສາດຂອງສະຫະລັດກ່າວ​ວ່າ​ ແຜ່ນດິນ​ໄຫວແຮງ​ ຂະໜາດ​
ວັດ​ແທກ​ໄດ້ 6.8 ຣິກ​ເຕີ ​ໄດ້ເກີ​ດ​ຂຶ້ນ​ໃນເຊົ້າວັນ​ຈັນມື້​ນີ້ ຢູ່​ເລິກ​ລົງ​ໄປ 20 ກິໂລ​ເເມດ ໂດຍ
ມີຈຸດໃຈກາງ ຢູ່​ໃນ​ເຂດ​ຊ່ອງ​ແຄບ​ນ້ອຍໆ ນອກ​ຝັ່ງ​ເກາະ Negros.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ແຜ່ນດິນໄຫວໄດ້ເຮັດໃຫ້ດິນເຈື່ອນຢູ່ບ່ອນນຶ່ງ ສົ່ງຜົນໃຫ້ 29 ຄົນເສຍ
​ຊີວິດ​. ຄົນອື່ນໆອີກແມ່ນເສຍຊີວິດຢູ່​ໃນ​ຕຶກ​ແລະ​ເຮືອນ​ທີ່​ພັງ​ລົງ ເທິງ​ເກາະ Negros ນັ້ນ ​
ໂຮມ​ທັງ​ຢູ່​ເມືອງ​ແຄມ​ທະ​ເລ La Libertad. ຫລາຍ​ສິບ​ຄົນ ຍັງ​ຊອກ​ຫາ​ບໍ່​ເຫັນ.

​ແຜ່ນດິນ​ໄຫວ​ທີ່ຕິດຕາມ​ຄັ້ງທໍາອິດມາ​ຫລາຍໆ​ບັ້ນ​ ໄດ້ສັ່ນສະເທືອນເກາະດັ່ງກ່າວເປັນ
ເວລາຊົ່ວໂມງ ຕໍ່ມາ.

ທາງ​ການ​ກ່າວ​ວ່າ ບໍ່ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ​ ຈະ​ເກີດ​ຟອງ​ຍັກສຸ​ນາ​ມິ​ແຕ່​ຢ່າງ​ໃດ
ເຖິງ​ແມ່ນໄດ້​ມີຄື້ນຟອງ​ໃຫຍ່ ຊັດ​ເຂົ້າ​ປະ​ທະ​ບາງເມື​ອງ​ແຄມຝັ່ງ​ທະ​ເລໃນເຂດ​ໃກ້ໆ​ກັນ​ນັ້ນ.


ເບິ່ງວີດິໂອລາຍງານຂ່າວກ່ຽວຂ້ອງເປັນພາສາອັງກິດ

XS
SM
MD
LG