ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ມີ​ຄົນ​​ຖືກກວດ​ພົບ​ຕິດ​ໄຂ້​ຫວັດ​ນົກ ຫຼັງ​ຈາກ​ໄດ້​ສຳ​ຜັດ​ກັບ​ງົວ ​ໃນ​ລັດ ເທັກ​ຊັ​ສ


ຝູງ​ງົວ​ນົມ​ກິນ​ອາ​ຫານ​ຢູ່​ຟາມ​ແຫ່ງ​ນຶ່ງ, 31 ມີ​ນາ 2017.
ຝູງ​ງົວ​ນົມ​ກິນ​ອາ​ຫານ​ຢູ່​ຟາມ​ແຫ່ງ​ນຶ່ງ, 31 ມີ​ນາ 2017.

ມີ​ຄົນຜູ້​ນຶ່ງ ​ໃນ​ລັດ ເທັກ​ຊັ​ສ ຖືກກວດ​ພົບ​ເປັນ​ໄຂ້​ຫວັດ​ນົກ, ເຊິ່ງ​ເປັນ​ການ​ຕິດ​ໂຣກ​ທີ່​ຜູ​ກ​ມັດ​ໃສ່​ການ​ຄົ້ນ​ພົບໄວ​ຣັ​ສ​ໃນ​ງົວ​ນົມ ​ເມື່ອບໍ່​ດົນ​ມານີ້, ອີງ​ຕາມ​ກ່ານກ່າວຂອງບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ​ໃນ​ວັນ​ຈັນ​ວານນີ້.

ຄົນ​ໄຂ້ດັ່ງ​ກ່າວ​ ແມ່ນ​ກຳ​ລັງ​ຖືກ​ປິ່ນ​ປົວ​ດ້ວຍ​ຢາ​ຕໍ່​ຕ້ານ​ໄວ​ຣັ​ສ ແລະ ອາ​ການ​ດຽວ ​ທີ່​ເຂົາ​ເຈົ້າ​ໄດ້ລາຍ​ງານ​ ກໍແມ່ນ​ຕາ​ແດງ, ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸ​ກ​ຂອງລັດ​ເທັກ​ຊັ​ສ ໄດ້​ກ່າ​ວ. ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ເວົ້າ​ວ່າ​ ຄົນ​ຜູ້​ນັ້ນ ​ໄດ້​ສຳ​ຜັດ​ກັບ​ງົວ​ທີ່​ຖືກ​ສັນ​ນິ​ຖານ​ວ່າ ​ຕິດ​ເຊື້ອ​ໂຣກ, ແລະ ຄວາມ​ສ່ຽງ​ຕໍ່​ສາ​ທາ​ລະ​ນະ​ແມ່ນ​ຍັງ​ຄົງ​ຕ່ຳຢູ່.

ມັນ​ໄດ້​ເປັນ​ຂີດ​ໝາຍ​ຂອງ​ການ​ຮັບ​ຮູ້​ຄັ້ງ​ທຳ​ອິດ ກ່ຽວ​ກັບ ກໍ​ລະ​ນີ​ຂອງ​ຄົນ​ທີ່​ຕິດ​ໄຂ້​ຫວັດ​ນົກ​ ຈາກ​ສັດ​ລ້ຽງ​ລູກ​ດ້ວຍ​ນົມ​ຢູ່​ໃນ​ໂລກ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ.

ແນວ​ໃດ​ກໍ​ຕາມ, ມັນ​ບໍ່​ມີຫຼັກ​ຖານ ກ່ຽວກັບ ການ​ຕິດແປດຈາກ​ຄົນ​ຫາ​ຄົນ ຫຼື ຄົນ​ຜູ້​ໃດ​ທີ່​ໄດ້​ຕິດ​ເຊື້ອ​ຈາກ​ນົມ ຫຼື ຊີ້ນ ຈາກ​ງົວ​, ອີງ​ຕາມ​ການ​ກ່າວ​ຂອງ ດ​ຣ. ນິ​ຣາ​ຟ ຊາ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ສູນ​ກາງ​ສຳ​ລັບ​ການ​ຄວບ​ຄຸມ ແລະ ປ້ອງ​ກັນໂຣກ. ການ​ທົດ​ລອງ​ດ້ານ​ກຳ​ມະ​ພັນ​ບໍ່​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ ໄວ​ຣັ​ສ​ດັ່ງ​ກ່າວ​ໄດ້​ແຜ່​ລາມ​ຢ່າງ​ງ່າຍ​ດາຍ​ໃນ​ທັນ​ທີ ຫຼືວ່າ​ ມັນ​ໄດ້​ກໍ່​ໃຫ້​ເກີດ​ການ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ, ທ່ານ ຊາ ໄດ້​ກ່າ​ວ. ແລະ ຢາ​ຕໍ່​ຕ້ານ​ໄວ​ຣັ​ສ​ໃນ​ປັດ​ຈຸ​ບັນ ​ກໍ​ເບິ່ງ​ຄື​ວ່າ​ ຍັງ​ໃຊ້​ໄດ້​ຜົນ​ຢູ່, ທ່ານໄດ້​ກ່າ​ວ​ເສີມ.

ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ງົວ​ນົ​ມ​ໃນ​ລັດ ເທັກ​ຊັ​ສ ແລະ ແຄນ​ຊັ​ສ ຖືກ​ລາຍ​ງານ​ວ່າ​ໄດ້​ຕິດ​ໄຂ້​ຫວັດ​ນົກ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ສິ​ກຳ​ລັດ​ຖະ​ບານ​ກາງ​ ຕໍ່​ມາ​ໄດ້​ຢືນ​ຢັນ​ການ​ຕິດ​ເຊື້ອ​ໃນ​ຝູງ​ງົວ​ນົມ​ຢູ່​ລັດ ມິ​ຊິ​ແກນ ທີ່​ໄດ້​ຮັບ​ງົວ​ຈາກ​ລັດ ເທັກ​ຊັ​ສ ເມື່ອບໍ່​ດົນ​ມາ​ນີ້. ບໍ່​ມີ​ງົວ​ໂຕ​ໃດ​ຈາກ​ຝູງ​ທີ່​ມີຫຼາຍ​ຮ້ອຍ​ໂຕ​ນັ້ນ​ ໄດ້​ຕາຍ, ທ່ານ ຊາ ໄດ້​ກ່າວ.

ນັບ​ຕັ້ງ​ແຕ່​ປີ 2020 ເປັນ​ຕົ້ນ​ມາ, ໄວ​ຣັ​ສ ໄຂ້​ຫວັດ​ນົກ ໄດ້​ແຜ່​ລາມ​ໃນ​ສັດ​ຊະ​ນິດ​ຕ່າງໆຫຼາຍ​ຂຶ້ນ, ລວມ​ທັງ​ໝາ, ແມວ, ສ​ກັ້ງ, ໝີ ແລະ ແມ່ນ​ກະ​ທັ້ງ​ແມວ​ນ້ຳ ແລະ ປາ​ຂ່າ ຫຼື ປາ​ໂລ​ມາ ໃນຫຼາຍ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG