ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຄວາມຮຸນແຮງໃນປາກິສຖານ


ເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດ ຈາກການໂຈມຕີ ດ້ວຍລະເບີດ 3 ບັ້ນ​ຕິດ​ຕໍ່​ກັນ ຕໍ່ຂະບວນແຫ່ຂອງສາສະ ໜາອິສລາມ ນິກາຍຊີໄອທ໌ ໄດ້ເພີ້ມຂຶ້ນເປັນ 33 ຄົນ ແລະມີຜູ້ໄດ້ຮັບບາດເຈັບອີກ 250 ຄົນ.

ການໂຈມຕີທີ່ນະຄອນລາຮໍໃນພາກຕາເວັນອອກສຽງເໜືອ ຂອງປາກິສຖານໃນມື້ວັນພຸດວານນີ້ແມ່ນແນເປົ້າໝາຍໃສ່ ຊາວຊີໄອທ໌ຈຳນວນຫຼາຍພັນຄົນ ທີ່ເຂົ້າຮ່ວມຂະບວນແຫ່ ເພື່ອໄວ້ທຸກໃຫ້ແກ່ການເສຍສະຫຼະຊີວິດຂອງພະອາລີລູກ ເຂີຍຂອງພະສາສະດາໂມຮຳໝັດ. ນີ້ແມ່ນ ການໂຈມຕີ ຮ້າຍແຮງເທື່ອທຳອິດ ຢູ່ໃນປາກິສຖານ ນັບແຕ່ໄດ້ເກີດໄພນໍ້າຖ້ວມ ຂະໜາດໃຫຍ່ ເມື່ອນຶ່ງເດືອນກວ່າໆຜ່ານມາ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີເລີ້ມດ້ວຍ ລະເບີດນ້ອຍລູກນຶ່ງ ທີ່ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ພວກທີ່ເຂົ້າຮ່ວມ ຂະ​ບວນ​ແຫ່. ບໍ່ເທົ່າໃດນາທີຕໍ່ມາ ຜູ້ໂຈມຕີສະລະຊີບ 2 ຄົນ ກໍໄດ້ບີບຄະນວນລະເບີດ ໃຫ້ແຕກຂຶ້ນເກືອບຕິດໆກັນ ຢູ່ໃນສອງຈຸດ ຂອງຂະບວນແຫ່.

ພວກໄປຮ່ວມພິທີຊາວຊີໄອທ໌ ທີ່ມີຄວາມໂກດແຄ້ນ ໄດ້ພາກັນໂຈມຕີຕຳຫຼວດປາກິສຖານທີ່ ​ເຂົາ​ເຈົ້າຄິດ​ວ່າ ມີ​ຄວາມ​ບົກ​ຜ່ອງໃນການຮັກສາ ຄວາມປອດໄພນັ້ນ. ນອກນັ້ນແລ້ວ ຝູງຊົນ ຍັງໄດ້ພາກັນຈູດໄຟເຜົາລົດ ແລະປ້ອມຕຳຫຼວດນຳອີກ.

XS
SM
MD
LG