ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຄວາມຮຸນແຮງ ໃນປາກິສຖານ


ເຂດພາກຕາເວັນຕົກສຽງເໜືອ ຂອງປາກິສຖານ
ເຂດພາກຕາເວັນຕົກສຽງເໜືອ ຂອງປາກິສຖານ

ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ ໂຈມຕີ ຂະບວນລົດ ພົນລະເຮືອນ ທີ່ໄດ້ຮັບ ການ ຄຸ້ມກັນ ໂດຍເຈົ້າໜ້າທີ່ ຮັກສາຄວາມສະຫງົບ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 18 ຄົນ ຮວມທັງແມ່ຍິງ ຢ່າງນ້ອຍ 2 ຄົນ. ນອກນັ້ນ ຍັງມີຜູ້ຄົນ ອີກຈຳນວນນຶ່ງ ໄດ້ຮັບ ບາດເຈັບ ໃນການໂຈມຕີ ຄັ້ງນີ້.

ເຈົ້າໜ້າທີ່ ເວົ້າວ່າ ການດັກສະກັດໂຈມຕີ ຂອງພວກຫົວ ຮຸນແຮງ ມີຂຶ້ນໃນວັນເສົາມື້ນີ້ ຢູ່ທີ່ບ້ານ CHAR KHEL ໃນເຂດຊົນເຜົ່າ KURRAM ທີ່ມີບັນຫາ ຂອງປາກິສຖານ ຊຶ່ງຕັ້ງຢູ່ ຕິດກັບຊາຍແດນ ອັຟການິສຖານນັ້ນ.

ເຈົ້າໜ້າທີ່ ເວົ້າວ່າ ຂະບວນລົດ ພົນລະເຮືອນ ກຸ່ມນີ້ ພວມມຸ່ງໜ້າ ໄປຍັງເມືອງ PESHAWAR ຊຶ່ງເປັນ ຫົວເມືອງສຳຄັນ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເວລາຖືກ ພວກຫົວຮຸນແຮງ ດັກໂຈມຕີ.

ເຈົ້າໜ້າທີ່ ເວົ້າວ່າ ພວກເຄາະຮ້າຍ ທັງໝົດ ເປັນພວກມຸສລິມ ນິກາຍຊີໄອທ໌ ແລະເຫດ ຮ້າຍ ທີ່ວ່ານີ້ ອາດເປັນຄວາມຮຸນແຮງ ທາງດ້ານສາສະໜາ ກໍເປັນໄດ້.

XS
SM
MD
LG