ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພື້ນ​ທີ່ ​ເຂດ​ປ່າ​ສະຫງວນ ​ແລະ ​ປ່າປ້ອງ​ກັນ ​ກວ້າງ​ກວ່າ 1 ລ້ານ​ເຮັກຕາ​ ຖືກ​ບຸກລຸກ ​ໂດຍ​ກຸ່ມ​ນາຍ​ທຶນ


ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກ
ພືດເສດຖະກິດຕ່າງໆ ໃນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ ແຕ່ຈາກການກວດສອບ ໃນພາກຕົວຈິງພົບວ່າ ໄດ້ມີ ການບຸກລຸກເຂົ້າໄປ ລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະປ່າປ້ອງກັນ ຂອງລັດຖະບານ.
ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກ ພືດເສດຖະກິດຕ່າງໆ ໃນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ ແຕ່ຈາກການກວດສອບ ໃນພາກຕົວຈິງພົບວ່າ ໄດ້ມີ ການບຸກລຸກເຂົ້າໄປ ລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະປ່າປ້ອງກັນ ຂອງລັດຖະບານ.

ພື້ນ​ທີ່​ໃນ​ເຂດ​ປ່າ​ສະຫງວນ ​ແລະ ​ປ່າປ້ອງ​ກັນ​ກວ້າງ​ກວ່າ 1 ລ້ານ​
ເຮັກຕາ​ ຖືກ​ບຸກລຸກ ​ໂດຍ​ກຸ່ມ​ນາຍ​ທຶນ​ທີ່​ໄດ້​ຮັບ​ສຳ​ປະທານ ທີ່​ດິນ
​ເພື່ອ​ການ​ປູກ​ພືດ​ອຸດສາຫະກຳ ຈາກ​ລັດຖະບານ​ລາວ ໃນ​ທົ່ວ​
ປະ​ເທດ.

​ເຈົ້າໜ້າທີ່​ຂັ້ນສູງ ​ໃນ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຢືນຢັນ​ວ່າ
ສາ​ເຫດ​ສຳຄັນ​ທີ່​ສຸດ ທີ່​ເຮັດ​ໃຫ້​ຄວາມ​ຫລາກຫຼາຍທາງ​ຊີວະ​ນາ​ພັນ ຂອງ​ພື​ດສະໝຸ​ນ​ໄພ​
ຂອງ​ລາວ​ລົດ​ນ້ອຍ​ຖອຍ​ລົງ ຢ່າງ​ໄວວາ​ ແລະ​ໄດ້​ເກີດ​ການ​ສູນ​ພັນ​ໄປ​ແລ້ວ ຫຼາຍຮ້ອຍ​
ຊະ​ນິດ ​ໃນ​ປັດຈຸບັນ​ນີ້ ກໍ​ຄື​ການ​ໃຫ້​ສຳ​ປະທານ ທີ່​ດິນ​ແກ່​ພາກ​ເອກະ​ຊົນ​ລາວ ​ແລະຕ່າງຊາດ ​ຢ່າ​ງຊະ​ຊາຍ.

ທັງນີ້ໂດຍນັບແຕ່ປີ 1976 ເປັນຕົ້ນມາ ກະຊວງສາທາລະນະສຸກຂອງລາວ ໄດ້ທຳການ
ລວບລວມ ແລະ ຂຶ້ນທະບຽນພືດສະໝຸນໄພໄວ້ ຫຼາຍກວ່າ 1,600 ຊະນິດ ແຕ່ວ່າ ດ້ວຍ
ບັນຫາ ຈາກການບຸກລຸກເຂົ້າໄປຕັດໄມ້ດັ່ງກ່າວ ໄດ້ເຮັດໃຫ້ພືດສະໝຸນໄພ ໃນລາວເຫຼືອ
ຢູ່ພຽງ 500 ກວ່າຊະນິດເທົ່ານັ້ນ ຫຼືລົດລົງຈາກເດີມ ຫຼາຍກວ່າ 1,000 ຊະນິດໃນລະຍະ
30 ກວ່າປີມານີ້.

ຈາກການກວດສອບ ເຂດສຳປະທານຫຼາຍກວ່າ 200 ພື້ນທີ່ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປ ລັກລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນ.
ຈາກການກວດສອບ ເຂດສຳປະທານຫຼາຍກວ່າ 200 ພື້ນທີ່ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປ ລັກລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນ.

ຍິ່ງໄປກວ່ານັ້ນ ຈາກການກວດສອບ ເຂດສຳປະທານຫຼາຍກວ່າ
200 ພື້ນທີ່ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກ
ລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນຂອງ
ລັດຖະບານ ທັງໃນ ລະດັບທ້ອງຖິ່ນ ແລະ ຂັ້ນສູນກາງຢ່າງກວ້າງ
ຂວາງອີກດ້ວຍ.

ໂດຍອິງຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນ ລະ
ບຸວ່າ ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອ
ປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາລາ ຢູຄາລິບຕັສ ອ້ອຍ
ສາລີ ແລະ ມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000
ເຮັກຕາ ຫາກແຕ່ຈາກການກວດສອບ ໃນພາກຕົວຈິງພົບວ່າ ໄດ້
ມີ ການບຸກລຸກເຂົ້າໄປ ລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ ຂອງລັດ
ຖະບານຄິດເປັນພື້ນທີ່ ກວ້າງກວ່າ 1 ລ້ານເຮັກຕາແລ້ວ ໃນປັດຈຸບັນນີ້.

ທາງດ້ານກະຊວງກະສິກຳປ່າໄມ້ ລາຍງານວ່າໜ່ວຍສະເພາະກິດ ສາມາດຢຶດໄມ້ ທີ່ລັກ
ລອບຕັດ ໂດຍຜິດກົດໝາຍໄດ້ ຫຼາຍກວ່າ 8 ແສນແມັດກ້ອນ ໃນ 6 ເດືອນ ທຳອິດຂອງ
ແຜນການປີ 2013-2014 ຂະນະທີ່ລັດຖະບານ ໄດ້ອະນຸມັດໂຄວຕາ ການຕັດໄມ້ຄິດ ເປັນປະລິມານ ລວມ 1 ລ້ານກວ່າແມັດກ້ອນ ແບ່ງເປັນໂຄວຕາໄມ້ປົກກະຕິ 580,071
ແມັດກ້ອນ ແລະໂຄວຕາໄມ້ພິເສດ 446,783 ແມັດກ້ອນ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງປະເມີນດ້ວຍວ່າ ການລັກລອບຕັດໄມ້ ຜິດກົດໝາຍ ໃນຕະຫລອດ ແຜນການປີ 2013-2014 ທີ່ຜ່ານມາ ມີ ປະລິມານລວມ ຫຼາຍກວ່າ 1 ລ້ານແມັດກ້ອນ.
ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງປະເມີນດ້ວຍວ່າ ການລັກລອບຕັດໄມ້ ຜິດກົດໝາຍ ໃນຕະຫລອດ ແຜນການປີ 2013-2014 ທີ່ຜ່ານມາ ມີ ປະລິມານລວມ ຫຼາຍກວ່າ 1 ລ້ານແມັດກ້ອນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍສາມາດຈັດເກັບລາຍຮັບ
ຈາກພາສີການສົ່ງໄມ້ ໄປຕ່າງປະເທດໄດ້ຕ່ຳຫຼາຍ ເຊັ່ນສາມາດ
ຈັດເກັບລາຍຮັບໄດ້ ບໍ່ເຖິງ 20 ລ້ານດອນລາ ໃນແຜນການປີ
2012-2013 ທີ່ຜ່ານມາ ໂດຍມີສາເຫດມາຈາກການປະຕິບັດ
ໜ້າທີ່ຂອງພະນັກງານລັດ ທີ່ເຫັນຜົນປະໂຫຍດສ່ວນຕົວ ເປັນ
ສຳຄັນ ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາ
ແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ
ແຕ່ວ່າລາຍຮັບ ຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້
ແມັດກ້ອນໜຶ່ງ ພວກເຮົາຂາຍນີ້ ມີແຕ່ຢູ່ໃນ ລະດັບ 50-60
ຫລຽນຕໍ່ແມັດກ້ອນ 50-60 ຫລຽນນີ້ແລ້ວ ເບິ່ງປ່າໄມ້ພວກ
ເຮົາ ທີ່ຖືກບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານ ອັນ
ນີ້ນິ ມັນໆສວນທາງ ກັບການພັດທະນາ ແບບຍືນຍົງ.”

ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາແຫ່ງລັດ ບອກວ່າ ການປະເມີນດັ່ງກ່າວ
ຖືເປັນການປະເມີນລາຄາໄມ້ ທີ່ຕ່ຳກວ່າ ຄວາມເປັນຈິງ ໃນອັດຕາສະເລ່ຍເຖິງ 50 ເປີເຊັນ ຊຶ່ງກໍເປັນຜົນ ເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດ ຄິດເປັນມູນຄ່າ ຫຼາຍຮ້ອຍຕື້ກີບ ໃນແຕ່ລະປີ.

ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງປະເມີນດ້ວຍວ່າ ການລັກລອບຕັດໄມ້
ຜິດກົດໝາຍ ໃນຕະຫລອດແຜນການປີ 2013-2014 ທີ່ຜ່ານມາ ມີປະລິມານລວມຫຼາຍ
ກວ່າ 1 ລ້ານແມັດກ້ອນ ແລະພື້ນທີ່ ທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດ ກໍແມ່ນເຂດຊາຍ
ແດນລາວ ທີ່ຕິດຕໍ່ກັບຫວຽດນາມ ຈີນ ແລະ ໄທຕາມລຳດັບ.

XS
SM
MD
LG