ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຄາດວ່າ ຈະມີການເປີດ ຖະແຫລງການໂດຍທະນາຍຄວາມ ໃນຄະດີທາງອາຍາຂອງ ທ່ານ ທຣໍາ ຢູ່ລັດນິວຢອກ ໃນວັນຈັນມື້ນີ້


ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ເດີນທາງມາຮອດສານ ຢູ່ທີ່ສານອາຍາຂອງແມນຫັດຕັນ ໃນລະຫວ່າງການພິຈາລະນາຄະດີຂອງທ່ານ ໃນຂໍ້ກາປົກປິດການຈ່າຍເງິນປິດປາກ ທີ່ເຊື່ອມໂຍງກັບການພົວພັນນອກສົມລົດ, ໃນນະຄອນນິວຢອກ, ວັນທີ 19 ເມສາ 2024.
ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ເດີນທາງມາຮອດສານ ຢູ່ທີ່ສານອາຍາຂອງແມນຫັດຕັນ ໃນລະຫວ່າງການພິຈາລະນາຄະດີຂອງທ່ານ ໃນຂໍ້ກາປົກປິດການຈ່າຍເງິນປິດປາກ ທີ່ເຊື່ອມໂຍງກັບການພົວພັນນອກສົມລົດ, ໃນນະຄອນນິວຢອກ, ວັນທີ 19 ເມສາ 2024.

ມີການເລີ້ມ​ໂຕ້ແຍ້ງ​ກັນຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​ການ​ພິຈາລະນາຄະດີ​ຂອງ​ທ່ານ ດໍໂນລ ທຣໍາ ໃນນະຄອນ​ນິວຢອກ, ເຊິ່ງ​ເປັນຄັ້ງ​ທຳ​ອິດກ່ຽວກັບ​ຄະ​ດີ​ອາ​ຍາ​ທີ່​ມີຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.

ມີການຄາດຄະເນວ່າ ໄອຍະການຈະກ່າວຫາ ທ່ານ ທຣໍາ ໄດ້ວາງແຜນໃນປີ 2016, ກ່ອນຊະນະການເລືອກຕັ້ງ, ເພື່ອປິດບັງການຈ່າຍເງິນແບບລັບໆໃຫ້ແກ່ແມ່ຍິງສອງຄົນ ເພື່ອປົກປິດການກ່າວຫາຂອງພວກເຂົາ ກ່ຽວກັບການພົວພັນນອກສົມລົດກັບທ່ານ.

ທະນາຍຄວາມຂອງ ທ່ານ ທຣໍາ, ມີທ່າທາງວ່າຈະປະຕິເສດຕໍ່ເຫດການຕ່າງໆ ທີ່ເກີດຂຶ້ນ, ແລະບອກຄະນະຕຸລາການວ່າ ການຈ່າຍເງິນໃຫ້ແກ່ ທ້າວໄມໂຄລ ໂຄເຮັນ (Michael Cohen) ນັ້ນ ແມ່ນການຈ່າຍເງິນຄືນສໍາລັບການເຮັດວຽກທີ່ຖືກຕ້ອງຕາມກົດຫມາຍ, ບໍ່ແມ່ນເງິນປິດປາກທີ່ ທ້າວ ໂຄເຮັນ ອ້າງວ່າ ລາວໄດ້ຈ່າຍເງິນໃຫ້ນັກສະແດງຮູບເງົາຜູ້ໃຫຍ່ ນາງສຕອມມີ ເດນຽລ (Stormy Daniels).

ທ້າວ ໂຄເຮັນ, ຜູ້ທີ່ຖືກຕັດສິນວ່າເປັນຜູ້ບໍ່ເວົ້າຄວາມຈິງ, ເຄີຍເປັນຜູ້ແກ້ໄຂທາງດ້ານການເມືອງຄັ້ງນຶ່ງ ແລະເຄີຍເປັນທະນາຍຄວາມສ່ວນໂຕຂອງ ທ່ານ ທຣໍາ, ເຊິ່ງຄາດວ່າ ຈະເປັນພະຍານສໍາຄັນສໍາລັບການດໍາເນີນຄະດີໃນຄັ້ງນີ້.

ທ່ານ ທຣໍາ ກ່າວຕໍ່ບັນດານັກຂ່າວໃນອາທິດແລ້ວນີ້ວ່າ “ຂ້າພະເຈົ້າໄດ້ຈ່າຍເງິນໃຫ້ທະນາຍຄວາມ ແລະລະບຸວ່າ ນັ້ນເປັນຄ່າໃຊ້ຈ່າຍທາງດ້ານກົດຫມາຍ, ແນ່ນອນວ່າ ມັນແມ່ນດັ່ງທີ່ກ່າວໄປນັ້ນ.”

ທ່ານ ທ​ຣຳ ໄດ້ໃຫ້ການວ່າ ຕົນເອງບໍ່​ມີ​ຄວາມ​ຜິດ​ຕໍ່​ການ​ກະ​ທໍາ​ທັງ​ໝົດ 34 ຂໍ້ກ່າວຫາ ກ່ຽວກັບການປອມແປງບັນ​ທຶກ​ການດໍາເນີນທຸ​ລະ​ກິດ​. ຖ້າໄດ້ຮັບການຕັດສິນວ່າມີຄວາມຜິດ, ທ່ານອາດຖືກຄັງຄຸກເປັນເວລາຮອດ 4 ປີ.

ທ່ານ ທຣໍາ ເປັນປະທານາທິບໍດີຈາກປີ 2017 ຫາ 2021 ແລະເຊື່ອວ່າ ທ່ານຈະເປັນຜູ້ທີ່ຖືກແຕ່ງຕັ້ງລົງແຂ່ງຂັນເລືອກຕັ້ງປະທານາທິບໍດີໃນເດືອນພະຈິກຂອງປີນີ້ ຈາກພັກຣີພັບບລີກັນ. ເນື່ອງຈາກທ່ານໄດ້ຖືກກໍານົດໃຫ້ຂຶ້ນສານ, ແນ່ນອນວ່າ ຄະດີດັ່ງກ່າວ ຈຶ່ງເກືອບຈະຈໍາກັດເວລາໃນການໂຄສະນາຫາສຽງຂອງທ່ານທັງໝົດ ຢ່າງແນ່ນອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG