ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໄປຢ້ຽມ Hiroshima ຂອງ ປ. ໂອບາມາ ສະທ້ອນເຖິງ ການປ່ຽນແປງ ໃນສາຍພົວພັນ ກັບ ຍີ່ປຸ່ນ


ຮູບຖ່າຍເມື່ອວັນທີ 6 ສິງຫາ 2013​ ທີ່ສະແດງໃຫ້ເຫັນ ນົກກາງແກສັນຕິພາບ ກຳລັງບິນຢູ່ເໜືອ ອະນຸສອນສະຖານ ທີ່ສ້າງຂຶ້ນເພື່ອໄວອາໄລໃຫ້ແກ່ພວກເຄາະຮ້າຍ ຈາກການຖິ້ມ ລະເບີດປະລະມານູລົງໃສ່ ທີ່ສວນສັນຕິພາບ Hiroshima.
ຮູບຖ່າຍເມື່ອວັນທີ 6 ສິງຫາ 2013​ ທີ່ສະແດງໃຫ້ເຫັນ ນົກກາງແກສັນຕິພາບ ກຳລັງບິນຢູ່ເໜືອ ອະນຸສອນສະຖານ ທີ່ສ້າງຂຶ້ນເພື່ອໄວອາໄລໃຫ້ແກ່ພວກເຄາະຮ້າຍ ຈາກການຖິ້ມ ລະເບີດປະລະມານູລົງໃສ່ ທີ່ສວນສັນຕິພາບ Hiroshima.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ມີ​ແຜນການ ​ທີ່​ຈະ​ໄປ​ຢ້ຽມຢາມ ​ນະຄອນ​ Hiroshima ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ທີ 27 ​ພຶດສະພາ​ທ້າຍ​ເດືອນ​ນີ້ ຊຶ່ງ​ຈະ​ກາຍ​ເປັນປະທານາທິບໍດີ​ທີ່​ຍັງ​ ຢູ່​ໃນ​ຕຳ​ແໜ່​ງຄົນ​ທຳ​ອິດເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ດັ່ງກ່າວ​ ທີ່​ເຮືອບິນ​ສະຫະລັດ​ໄດ້ ຖິ້ມລະ​ເບີດ​ປະລະມານູ​ລູກ​ທຳ​ອິດ​ຂອງ​ໂລກລົງ​ໃສ່ ​ໃນ​ປີ​ 1945 ​ລະຫວ່າງ​ສົງຄາມ​ໂລກ ຄັ້ງທີສອງ.

ນັບ​ເປັນ​ເວລາ 7 ທົດ​ສະ​ວັດ​ຜ່ານ​ມາ​ແລ້ວ ຍັງ​ບໍ່​ມີ ​ປະທານາທິບໍດີ​ສະຫະລັດ​ຄົນ​ໃດ ​ໄດ້ ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ Hiroshima ​ແລະ​ Nagasagi ບ່ອນ​ທີ່ໄດ້​ມີ​ການຖິ້ມລະ ເບີດ​ປະລະມານູ​ລູກ​ທີ​ສອງ​ລົງ​ໃສ່ ​ໃນ​ເວລາ​ສາມມື້ຕໍ່​ມາ.

Obama to Visit Hiroshima
please wait

No media source currently available

0:00 0:01:05 0:00

ທຳນຽບຂາວ ​ກ່າວ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ຈະ​ໄປ​ຢ້ຽມຢາມ​ນະຄອນ Hiroshima ກັບ​ຍາ​ນົກ​ລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ໃນ​ຕອນ​ທ້າຍຂອງການ​ຢ້ຽມຢາມປະ​ເທດຫວຽດນາມ​ແລະ​ຍີ່​ປຸ່ນ ​ແຕ່​ວັນ​ທີ 21 ຫາ 28 ພຶດສະພາ​.

ທ່ານ Ben Rhodes ທີ່​ປຶກສາ ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ໄດ້​ປະຕິ​ເສດ ​ເຖິງ​ຄວາມ​ເປັນ​ໄປ​ໄດ້ທີ່​ວ່າ ປະທານາທິບໍດີ​ໂອ​ບາ​ມາຈະ​ທຳ​ການ​ຂໍ​ຂະ​ມາ​ໂທດທີ່​ໄດ້​ຖິ້ມລະ​ເບີດ​ປະ ລະມານູ​ລົງ​ໃສ່​ນະຄອນ Hiroshima ​ແລະ​ Nagasagi. ທ່ານ Rhodes ​ເວົ້າວ່າປະທາ ນາທິບໍດີ​ຈະ​ບໍ່​ພິຈາລະນາ​ຄືນ​ໃໝ່ ​ກ່ຽວ​ກັບ​ການຕັດສິນ​ໃຈທີ່​ໄດ້​ນຳ​ໃຊ້​ລະ​ເບີດ​ປະລະມາ ນູເພື່ອ​ຍຸຕິ​ສົງຄາມ​ໂລກ​ຄັ້ງທີ​ສອງ. ​ແຕ່​ທ່ານ​ຈະ​ສະ​ເໜີ​ໃຫ້​ວິ​ໄສ​ທັດ​ໄປ​ໜ້າທີ່​ເພັ່ງ​ເລັງ​ໃສ່​ອະ​ນາ​ຄົດ ​ທີ່​ມີ​ຮ່ວມກັນ​ຂອງພວກ​ເຮົາ​ກັບ​ຍີ​ປຸ່ນ.

​ໃນ​ການ​ຖະ​ແຫຼງຂ່າວ​ທີ່​ທຳນຽບຂາວ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ມີ​ການ​ຖາມ​ໂຄສົກ​ຂອງ​ປະທານາ​ທິບໍດີ ທ່ານ Josh Earnest ວ່າ ​ເປັນ​ຫຍັງ​ປະທານາທິບໍດີ ​ຈຶ່ງ​ປະຕິ​ເສດ​ເຖິງ ​ຄວາ​ເ​ປັນ​ໄປ​ໄດ້ ​ໃນ​ການ​ທີ່​ຈະ​ ຂໍ​ຂະ​ມາ​ໂທດ. ທ່ານ Earnest ຕອບ​ວ່າ ການ​ເດີນທາງ ​ໄປຢ້ຽມຢາມ​ຂອງ​ປະທານ​າທິບໍດີ ​ແມ່ນ​ເນັ້ນໜັກ​ໃສ່​ອະນາຄົດຕໍ່​ໜ້າຫຼາຍກວ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG