ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ​​ໂອ​ບາ​ມາ ​ສິ້ນສຸດການຢ້ຽມຢາມ ຂົງເຂດອາເມຣິກາລາຕິນ


ປະທານາທິບໍດີ ໂອບາມາ ກັບປະທານາທິບໍດີ Mauricio Funes ຂອງ El Salvador ເມື່ອວັນທີ່ 22 ເດືອນມີນານີ້
ປະທານາທິບໍດີ ໂອບາມາ ກັບປະທານາທິບໍດີ Mauricio Funes ຂອງ El Salvador ເມື່ອວັນທີ່ 22 ເດືອນມີນານີ້

ປະທານາທິບໍດີ ບາຣັກ ໂອບາມາ ສິ້ນສຸດການຢ້ຽມຢາມ
ຂົງເຂດອາເມຣິກາລາຕິນຂອງທ່ານ ໃນຕອນເຊົ້າຂອງວັນ
ພຸດມື້ນີ້ ທ່າມກາງການຕໍາໜິຕິຕຽນ ທີ່ທ່ານຍັງຄົງຢູ່ນອກໍ
ສະຫະລັດ ໃນຂະນະທີ່ທ່ານອະນຸມັດໃຫ້ສົ່ງກໍາລັງທະຫານ
ສະຫະລັດ ໄປຊ່ວຍໃນການຈັດຕັ້ງປະຕິບັດເຂດຫ້າມບິນ
ເໜືອລີເບຍຢູ່ນັ້ນ.

ເປັນທີ່ຄາດກັນວ່າ ທ່ານໂອບາມາ ຈະຕັດແຜນການຢ້ຽມ
ຢາມປາສາດຫີນຮ້າງຂອງພວກ Maya ໃນປະເທດ El
Salvador ນັ້ນ ເພື່ອທ່ານຈະຕ້ອງບິນກັບຄືນວໍຊິງຕັນ
ສອງສາມຊົ່ວໂມງລ່ວງໜ້າໝາຍກຳນົດການໃນວັນພຸດມື້ນີ້.
ນອກນີ້ແລ້ວທ່ານໂອບາມາ ຍັງຄາດວ່າ ຈະທໍາການປະຊຸມ
ກັນທາງໂທລະສັບກັບຄະນະທີ່ປຶກສາຄວາມໝັ້ນຄົງແຫ່ງ
ຊາດສະຫະລັດ ກ່ອນຈະເດີນທາງອອກຈາກເອລ ຊາລວາດໍ ນັ້ນ

ທໍານຽບຂາວ ກໍາລັງດໍາເນີນການເປັນພິເສດ ເພື່ອສະແດງໃຫ້ເຫັນວ່າ ທ່ານໂອບາມາ ໄດ້ຮັບລາຍງານຕ່າງໆເປັນປະຈໍາ ຈາກເຈົ້າໜ້າທີ່ທໍານຽບຂາວຂອງທ່ານ ໃນລະຫວ່າງ
ການເດີນທາງເປັນເວລາຫ້າວັນ ເພື່ອສະແດງໃຫ້ເຫັນເຖິງການສືບຕໍ່ເພັ່ງເລັງຈຸດສົນໃຈ ຂອງທ່ານໃສ່ລີເບຍ.

ໃນວັນອັງຄານມື້ວານນີ້ ທ່ານໂອບາມາ ໄດ້ພົບປະກັບປະທານາທິບໍດີປະ ເທດ El
Salvador ທ່ານ Mauricio Funes ທີ່ນະຄອນຫລວງ San Salvador. ທ່ານໂອ
ບາມາ ໄດ້ໃຫ້ຄໍາໝັ້ນສັນຍາກ່ຽວກັບການເປັນພາຄີໃໝ່ຂອງສະຫະລັດ ທົ່ວຂົງເຂດອະເມ
ລິກາກາງ ເພື່ອເພີ່ມພູນການຄ້າ ປາບປາມການລັກລອບຄ້າຢາເສບຕິດ ແລະ ສ້າງວຽກເຮັດງານທຳ.

XS
SM
MD
LG