ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ຂໍ້ສະເໜີ ທີ່ຢາກໃຫ້ ຫາລື ເລື່ອງ ຄອບຄົວ ທີ່ພັດພາກ (ວີດີໂອ)


ຊາວເກົາຫຼີໃຕ້ໃນລົດບັສ ສັ່ງລາພວກຍາດພີ່ນ້ອງ ຊາວເກົາຫຼີເໜືອ ຫຼັງຈາກພົບປະກັນ ທີ່ພູ Kumgang ໃນເກົາຫຼີເໜືອ.
ຊາວເກົາຫຼີໃຕ້ໃນລົດບັສ ສັ່ງລາພວກຍາດພີ່ນ້ອງ ຊາວເກົາຫຼີເໜືອ ຫຼັງຈາກພົບປະກັນ ທີ່ພູ Kumgang ໃນເກົາຫຼີເໜືອ.
ເກົາຫຼີ​ເໜືອ​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ເກົາຫຼີ​ໃຕ້ ​ເພື່ອ​ທຳ​ການ
​ໂອ້​ລົມ​ສົນທະນາ​ກັນກ່ຽວ​ກັບ​ການ​ເປີດ​ການ​ພົບ​ປະກັນ​ຄືນ​
ລະຫວ່າງ​ພວກ​ຄອບຄົວ​ທີ່​ໄດ້​ພັດ​ພາກ​ຈາກ​ກັນຕັ້ງ​ແຕ່​ປາງ​
ສົງຄາມ​ເກົາຫຼີ ​ໃນ​ຊຸມ​ປີ 1950 ນັ້ນ.

ກະຊວງ​ທ້ອນ​ໂຮມຊາດ​ຂອງ​ລັດຖະບານ​ກຸງ​ໂຊນ ກ່າວ​ວ່າ
​ເກົາຫຼີ​ເໜືອ​ໄດ້​ສົ່ງ​ສານ​ສະບັບ​ນຶ່ງ ໃນ​ວັນ​ພະຫັດ​ມື້​ນີ້ ທີ່ເວົ້າ
​ວ່າ “ ບັນຍາກາດ​ທີ່​ເໝາະ​ສົມ ​ຍັງ​ບໍ່​ທັນ​ອຳນວຍ​ໃຫ້​
ເທື່ອ”
​ເພື່ອ​ເປີດ​ການໂອ້​ລົມ​ສົນທະນາ​ກັນ​ນັ້ນ.

ທ່ານ Kim-Eui-do ​ໂຄສົກ​ປະຈຳ​ກະຊວງ​ທ້ອນ​ໂຮມ​ຊາດ
​ເກົາຫຼີໃຕ້ ເວົ້າ​ວ່າ ກຸງ​ໂຊນ ມີ​ຄວາມຜິດ​ຫວັງ ​ໃນ​ການຕັດສິນ​ໃຈ​ຂອງ​ກຸງ​ພຽງ​ຢ້າງ
​ແລະ​ກ່າວ​ຕໍ່​ໄປ​ວ່າ:

“ຝ່າຍ​ເຮົາ​ຖື​ວ່າ ​ເປັນ​ທີ່​ໜ້າ​ເສຍ​ໃຈ​ທີ່​ເກົາຫຼີ​ເໜືອ​ບໍ່​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​
ພວກ​ເຮົາ ທີ່​ຢາກ ໃຫ້​ມີ​ການ​ເຈລະຈາ​ກັນ​ລະຫວ່າງ​ສະພາກາ​ແດງ​ເກົາຫຼີ​
ໃຕ້ແລະ​ເກົາຫຼີ​ເໜືອ​ ເພື່ອ​ແກ້​ໄຂ​ບັນຫາຂັ້ນ​ພື້ນຖານ ​ກ່ຽວ​ກັບ​ເລື້ອງ​ຕ່າງໆ
​ເຊັ່ນ​ການ​ເຮັດ​ໃຫ້​ມີ​ກົດ​ເກນ​ຂອງ​ການ​ພົບ​ປະກັນ​ຄືນ​ຂອງ​ພວກ​ຄອບຄົວ​ທີ່​
ໄດ້​ພັດ​ພາກ​ຈາກ​ກັນ​ນັ້ນ. ດັ່ງ​ທີ່​ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້ເຫັນ ໃນ​ຫຼາຍ​ຄັ້ງ ​
ເລື້ອງ​ຄອບຄົວທີ່ມີການແບ່ງ​ແຍກນີ້ ​ເປັນວຽກບ້ານ​ອັນ​ນຶ່ງ​ທີ່​ຈະຕ້ອງ​ໄດ້ຮັບ​
ການ​ແກ້​ໄຂ​ໃນ​ຖານະ​ເປັນ​ເລື້ອງ​ບຸລິມະສິດ​ ໃນ​ສາຍ​ພົວພັນ​ຂອງ​ເກົາຫຼີ​
ເໜືອ​ແລະ​ໃຕ້ ​ໂດຍ​ບໍ່​ມີ​ສ່ວນ​ຕິດ​ພັນ​ໃດໆ​ກັບ​ເລື້ອງ​ອື່ນໆ.”


​ເກົາຫຼີ​ເໜືອ​ມັກ​ພະຍາຍາມ​ເລື້ອຍໆ​ເອົາ​ເລື້ອງ​ການ​ທ້ອນ​ໂຮມ​ພວກ​ຄອບ​ຄົວ​ຄືນ​ເຂົ້າ
ກັນ​ນີ້ ​ໄປພົວພັນ​ກັບ​ການ​ຟື້ນ​ຄືນ​ຂອງ​ໂຄງການ​ພາຍ​ໃນ​ເກົາຫຼີ​ອື່ນໆ ​ເຊັ່ນ ການ​ລິ​ເລີ້ມ​
ຄືນ​ໃໝ່​ການທ່ອງທ່ຽວ​ຂອງ​ເກົາຫຼີ​ໃຕ້​ ໄປ​ຍັງ​ສະຖານ​ທີ່​ຕາກ​ອາກາດ​ ເທິງ​ພູ Kumgang
ນັ້ນ.

ການ​ພົບ​ປະ​ກັນອີກ​ຂອງ​ພວກ​ຄອບຄົວ ​ໄດ້​ເລີ້ມ​ຄືນ​ເປັນ​ການ​ຊົ່ວຄາວ​ໃນ​ເດືອນ​ແລ້ວ
​ນີ້ ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 3 ປີຜ່ານມາ. ການ​ພົບ​ປະ​ຂອງ​ພວກ​ຄອບຄົວ​ດັ່ງກ່າວ ​
ໄດ້​ມີຂຶ້ນ​ຫຼັງ​ຈາກ​ການ​ພົບ​ປະ​ເຈລະຈາ​ກັນ​ຫຼາຍ​ຄັ້ງໃນ​ລະດັບ​ສູງ ທີ່​ພາ​ໃຫ້​ມີ​ຄວາມ​
ເປັນ​ໄປ​ໄດ້ ຂອງ​ຄວາມ​ກ້າວໜ້າ​ໃນ​ສາຍ​ພົວພັນ​ທີ່​ແຕກ​ຫັກ​ລະຫວ່າງ​ເກົາຫຼີ​ນັ້ນ.

ການ​ປະຕິ​ເສດ​ຂອງ​ເກົາຫຼີ​ເໜືອ​ມີ​ຂຶ້ນ ຫຼັງ​ຈາກ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟໃນ​ໄລຍະ​
ໃກ້​ແລະ​ລູກ​ຈະ​ຫຼວດຫຼາຍ​ຄັ້ງ​ຕິດ​ຕໍ່​ກັນ​ມາ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ຮ່ວມ​ຂະໜາດ​
ໃຫຍ່ ຂອງກອງທັບ​ສະຫະລັດ​ແລະ​ເກົາຫຼີ​ໃຕ້.

Koreas Relations
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG