ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟຫຼາຍລູກ ຈາກແຄມຝັ່ງພາກເໜືອ ເກົາຫຼີໃຕ້ ແລະຍີ່ປຸ່ນ ກ່າວ


ພວກຄົນກຳລັງເບິ່ງຈໍໂທລະພາບ ທີ່ສະແດງໃຫ້ເຫັນ ລາຍງານຂ່າວ ໂດຍມີພາບຂອງການຍິງທົດລອງລູກສອນໄຟ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ເມື່ອວັນທີ 22 ເມສາ 2024.
ພວກຄົນກຳລັງເບິ່ງຈໍໂທລະພາບ ທີ່ສະແດງໃຫ້ເຫັນ ລາຍງານຂ່າວ ໂດຍມີພາບຂອງການຍິງທົດລອງລູກສອນໄຟ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ເມື່ອວັນທີ 22 ເມສາ 2024.

ເກົາຫຼີເໜືອ, ໃນວັນຈັນວານນີ້ ໄດ້ຍິງລູກສອນໄຟຂີປະນາວຸດ “ຫຼາຍລູກ” ໄປໃສ່ທະເລນອກຊາຍຝັ່ງຕາເວັນອອກ, ກອງທັບເກົາຫຼີໃຕ້ກ່າວ, ອີງຕາມອົງການຂ່າວຣອຍເຕີສ໌.

ການແຈ້ງ​ເຕືອນ​ຂອງ​ລັດຖະບານ​ຍີ່ປຸ່ນ ​ແລະ​ໜ່ວຍ​ຍາມ​ຝັ່ງ​ຍັງ​ກ່າວອີກ​ວ່າ ​ເກົາຫຼີ​ເໜືອ​ ໄດ້​ຍິງ​ສິ່ງທີ່ເບິ່ງຄືວ່າຈະເປັນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ສະຖານີໂທລະພາບ NHK ກ່າວ​ວ່າ ເບິ່ງຄືວ່າລູກ​ສອນ​ໄຟ​ດັ່ງກ່າວ​ໄດ້​ຕົກ​ຢູ່​ນອກ​ເຂດ​ເສດຖະກິດສະ​ເພາະ​ຂອງ​ຍີ່ປຸ່ນ.

ສະຖານາໂທລະພາບ NTV ຂອງ​ຍີ່ປຸ່ນ ກ່າວໂດຍ​ອ້າງ​ເຖິງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຍີ່ປຸ່ນ​ວ່າ ລູກ​ສອນ​ໄຟ​ລູກ​ນີ້​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ສັ້ນ​.

ຫົວໜ້າ​ເສນາ​ທິການ​ຮ່ວມ​ຂອງ​ເກົາຫຼີ​ໃຕ້ກ່າວ​ວ່າ ​ເກົາຫຼີ​ເໜືອ​ໄດ້​ຍິງສິ່ງທີ່ຖືກສົງໃສວ່າ ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ສັ້ນ​ຫຼາຍ​ລູກ ​ຈາກ​ຂົງເຂດໃກ້ໆກັບ​ນະຄອນຫຼວງ​ພຽງ​ຢາງ​ ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້ມ​ເຕີມ.

ລາຍ​ງານ​ຂອງ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ເກົາຫຼີ​ໃຕ້​ກ່າວ​ວ່າ ນາຍທະຫານລະດັບສູງ, ​ພົນ​ເຮືອ​ເອກ ຄິມ ມຢອງ-ຊູ (Kim Myung-soo) ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ອາ​ວະ​ກາດ​ຂອງ​ສະຫະລັດ ນາຍ​ພົນ ສຕີເຟນ ໄວທິງ (Stephen Whiting) ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ດາວ​ທຽມ​ສອດ​ແນມຂອງ​ເກົາຫຼີ​ເໜືອ ​ແລະ​ການ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ທະຫານ​ລະຫວ່າງ​ພຽງ​ຢາງ ​ແລະ ມົສກູ.

ຫຼັງຈາກກອງປະຊຸມສຸດຍອດລະຫວ່າງຜູ້ນໍາຂອງສອງປະເທດໃນເດືອນກັນຍາ, ເກົາຫລີເຫນືອ ໄດ້ຖືກສົງໃສວ່າ ໄດ້ສະຫນອງອາວຸດ ແລະຢຸດໂທປະກອນໃຫ້ຣັດເຊຍ ສໍາລັບການຮຸກຮານຢູເຄຣນ, ເຖິງແມ່ນວ່າທັງສອງປະເທດ ຈະປະຕິເສດຂໍ້ກ່າວອ້າງດັ່ງກ່າວກໍຕາມ.

​ເປັນ​ທີ່​ເຊື່ອ​ກັນ​ວ່າ ຝ່າຍເກົາຫຼີເໜືອ ກຳລັງກະ​ກຽມ​ຈະ​ຍິງ​ສົ່ງ​ດາວ​ທຽມ​ສອດ​ແນມ​ອີກ​ໜ່ວຍ​ນຶ່ງ ຫລັງ​ຈາກ​ໄດ້​ສົ່ງ​ດາວ​ທຽມ​ສອດ​ແນມຂຶ້ນ​ສູ່​ວົງ​ໂຄຈອນໄດ້​ຢ່າງສຳ​ເລັດຜົນ ​ໃນ​ເດືອນ​ພະຈິກທີ່ຜ່ານມາ.

North Korea fired "several" ballistic missiles on Monday toward the sea off its east coast, South Korea's military said.

A Japanese government alert and its coast guard also said North Korea had fired what appeared to be a ballistic missile.

The projectile appeared to have landed outside Japan's exclusive economic zone area, the NHK broadcaster said.

Japan's NTV broadcaster said the projectile was a short-range ballistic missile, citing a Japanese government official.

South Korea's Joint Chiefs of Staff said the North launched what it suspected to be several short-range ballistic missiles from near its capital, Pyongyang, without providing further details.

The reports of the launch came as South Korea said its top military officer, Admiral Kim Myung-soo, had hosted the commander of U.S. Space Command, General Stephen Whiting, on Monday to discuss the North's reconnaissance satellite development and growing military cooperation between Pyongyang and Moscow.

After a summit between the two countries' leaders in September, North Korea has been suspected of supplying arms and munitions to Russia for its invasion of Ukraine, although both deny that claim.

The North is believed to be preparing to launch another spy satellite, after successfully putting a reconnaissance satellite in orbit in November.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG