ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ທາງລົດໄຟເຊື່ອມຕໍ່ລະຫວ່າງ ລຸ່ມແມ່ນໍ້າຂອງກັບຈີນ

Every person on the planet needs water in order to survive, save every droplet of it. (Photo taken in Rawalpindi, Pakistan by Adeel Shabir submitted to <a href="http://www.voanews.com/info/ipad-photo-contest/3735.html" target="_blank">VOA Photo Contest</a>)

ເປັນທີ່ຄາດກັນວ່າ ເຈົ້າໜ້າທີ່ ຈາກ 5 ປະເທດ ໃນເຂດ ເອເຊຍຕາເວັນອອກສຽງໃຕ້ ກັບຈີນ ຈະໃຫ້ການອະນຸມັດ ຕໍ່ແຜນການເຊື່ອມຕໍ່ ທາງລົດໄຟ ລະຫວ່າງປະເທດທັງ 6 ໃນວັນສຸກມື້ນີ້.

ລັດຖະມົນຕີ ຈາກກຳປູເຈຍ ຈີນ ສປປ ລາວ ມຽນມາ ໄທ ແລະຫວຽດນາມ ກຳລັງປະຊຸມ ກັນ ເປັນເວລາ 2 ມື້ ທີ່ນະຄອນຫຼວງຮ່າໂນ່ຍ ຂອງຫວຽດນາມ ໂດຍໄດ້ຮັບ ຄວາມອຸບປະຖຳ ຈາກທະນາຄານເອເຊຍ ຫຼື ADB.

ຫົວຂໍ້ສຳຄັນສຸດ ໃນການປະຊຸມເທື່ອນີ້ ກໍຄືການສຶກສາຂອງ ADB ກ່ຽວກັບຕາໜ່າງ ທາງລົດໄຟ ຢູ່ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ທີ່ແນໃສ່ ເພື່ອເຮັດໃຫ້ປະເທດຕ່າງໆ ຢູ່ໃນທິດທາງ ໄປສູ່ການຈັດຕັ້ງ ລະບົບເຊື່ອມຕໍ່ ທາງລົດໄຟ ເຂົ້າຫາກັນ ທີ່ສາມາດຂົນ ຍ້າຍສິນຄ້າ ແລະຜູ້ໂດຍສານໄປມາ ຢູ່ໃນຂົງເຂດ ໄດ້ຢ່າງສະບາຍ.

ປັດຈຸບັນນີ້ ມີແຕ່ຈີນ ແລະຫວຽດນາມທໍ່ນັ້ນ ທີ່ມີການເຊື່ອມຕໍ່ ທາງລົດໄຟ ແລະ ສປປ ລາວ ເກືອບວ່າ ບໍ່ມີຕາໜ່າງ ທາງລົດໄຟເລີຍ.

ແຜນການຂອງ ADB ໄດ້ສຳຫຼວດເບິ່ງ 4 ເສັ້ນທາງ ຜ່ານເຂດອະນຸພາກພື້ນ ລຸ່ມແມ່ນໍ້າ ຂອງ ແຕ່ກໍເວົ້າວ່າ ເສັ້ນທາງທີ່ ເໝາະທີ່ສຸດ ແມ່ນທາງລົດໄຟ ທີ່ເນັ່ງແຕ່ບາງກອກ ຜ່ານນະຄອນຫຼວງພະນົມເປັນ ນະຄອນໂຮ່ຈິມິນ ນະຄອນຫຼວງຮ່າໂນ່ຍ ໄປຫາເມືອງ Nanning ແລະ Kunming ຂອງຈີນ.

XS
SM
MD
LG