ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບັນດາພັກການເມືອງຂອງມາລີ ປະຕິເສດຂໍ້ສະເໜີໃຫ້ ຈັດກອງປະຊຸມແຫ່ງຊາດ


ຣ້ອຍເອກ Amadou Sanogo ຜູ້ນໍາລັດຖະບານທະຫານຊຸດໃໝ່ຂອງມາລີ
ຣ້ອຍເອກ Amadou Sanogo ຜູ້ນໍາລັດຖະບານທະຫານຊຸດໃໝ່ຂອງມາລີ

ກຸ່ມກະບົດ​ກຸ່ມ​ນຶ່ງ​ທີ່ສູ້​ລົບກັບກອງທັບ​ຂອງ​ມາລີ ກ່າວ​ວ່າພວກ​ຕົນ​ຈະ​ຍຸຕິ​ການ​ປະຕິບັດ
ການ​ທາງ​ທະຫານລົງ ໃນ​ຕອນ​ທ່ຽງ​ຄືນຂອງ​ວັນ​ພະຫັດ​ມື້​ນີ້.

ກຸ່ມ​ກະບົດແບ່ງ​ແຍກ​ດິນ​ແດນ MNLA ​ໄດ້​ອອກ​ປະກາດ​ດັ່ງກ່າວ ​ຜ່ານ ທາງ​ເວັ​ບ​ໄຊ້ຂອງ​
ເຂົາ​ເ​ຈົ້າ.

ພວກ​ກະບົດ​ເຜົ່າ Tuareg ພ້ອມກັບ​ພວກ​ນັກ​ລົບ​ອິສລາມ ໄດ້​ຍຶດເອົາຫລາຍໆເມືອງທາງ
ພາກ​ເໜືອ​ຂອງ​ປະ​ເທດ​ ​ເຊັ່ນ​ເມືອງ Kidal, Gao ​ແລະ​ເມືອງ Timbuktu ​ເ​ມື່ອອາທິ
ຜ່ານ​ມາ.

ເວລາ​ນີ້​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ພວກນັກ​ລົບອິສລາມ​ຈະ​ຍຸຕິ​ການ​ປະຕິບັດ​ການ​ທາງ​
ທະຫານ​ນໍາ​ຫລື​ບໍ່.

ໃນ​ຂະນະ​ດຽວ​ກັນ​ນີ້ ບັນດາ​ພັກ​ການ​ເມືອງ​ທີ່​ສໍາຄັນ​ຂອງ​ປະ​ເທດ​ມາລີ ຕ່າງກໍ​ພາກັນ​ປະຕິ
​ເສດ​ຕໍ່​ຄໍາ​ຮຽກຮ້ອງ​ຈາກ​ບັນດາ​ຜູ້​ນໍາ​ລັດຖະບານ​ທີ່​ຢາກ​ໃຫ້​ມີ​ການ​ຈັດ​ກອງ​ປະຊຸມ​ລະດັບ
ຊາດ​ຂຶ້ນ​ມາ ເພື່ອ​ຫາ​ທາງ​ສະ​ສາງ​ແກ້​ໄຂ​ບັນຫາ​ການ​ເມືອງ​ແລະຄວາມ​ໝັ້ນຄົງ​ຂອງ​ປະ​ເທດ.

ແນວຮ່ວມ FDR ຂອງ 50 ​ພັກ​ການ​ເມືອງແລະ​ກຸ່ມ​ສັງຄົມພົນລະ​ເຮືອນໄດ້​ອອກ​ຖະ
ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ວັນ​ພຸດ​ວານ​ນີ້ ກ່າວ​ວ່າ ກອງ​ປະຊຸມ​ແຫ່ງ​ຊາດ​ດັ່ງກ່າວ ​ແມ່ນ​
ທຽບກັນ​ບໍ່​ໄດ້ ກັບ​ການ​ນໍາ​ເອົາ​ລັດຖະທໍາມະນູນ​ກັບ​ຄື​ນ​ມາ ​ແລະ​ກັບ​ໄປ​ສູ່​ຄວາມ​ເປັນ​ລະ
ບຽບ​ຮຽບຮ້ອຍ.

ຮ້ອຍ​ເອກ Amadou Sanogo ຜູ້​ນໍາ​ລັດຖະບານ​ທະຫານ ​ໄດ້​ກ່າວວ່າ ກອງ​ປະຊຸມທີ່ສະ
ເໜີ​ຂຶ້ນມາ ​ຂອງ​ບັນດາ​ຜູ້​ຕ່າງ​ໜ້າການ​ເມືອງ​ແລະ​ສັງຄົມ​ພົນລະ​ເຮືອນນັ້ນ ອາດ​ສາມາດ​ຫລໍ່
ຫລອມ​ໃຫ້​ມີ​ຄວາມ​ເຫັນ​ຕ້ອງ​ພ້ອງກັນ​ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ນານາ
ຂອງ​ປະ​ເທດມາລີ.

ພວກ​ທະຫານ​ໄດ້​ຍຶດອໍານາດ​ຈາກ​ປະທານ​າທິບໍດີ Amadou Toumani ​ເມື່ອ​ວັນ​ທີ່ 22
ເດືອນມີນາ​ຜ່ານ​ມາ ​ໂດຍ​ກ່າວ​ຫາ​ທ່ານ​ປະທານ​າທີີ​ບໍດີ​ວ່າ ​ບໍ່ສາມາດ​ປະກອບ​ອາວຸດ​ໃຫ້
ກອງທັບ​ໄດ້​ຢ່າງ​ດີ ​ເພື່ອ​ຕໍ່ສູ້ກັບ​ກຸ່ມ​ກະບົດ. ປະຊາ​ຄົມ​ໂລກ​ໄດ້​ຮຽກຮ້ອງ​ໃຫ້ພວກ​ຜູ້​ນໍາ​ລັດ
ຖະປະຫານ ​ຈົ່ງ​ມອບ​ປະ​ເທດ​ຄື​ນ​ໃຫ້ການ​ປົກຄອງ​ຂອງ​ພົນລະ​ເຮືອນ.

XS
SM
MD
LG