ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາວຈະສົ່ງເສີມສະມາຊິກພັກ ທີ່ມີຜົນງານດີເດັ່ນ ແລະ ລົງໂທດຜູ້ກະທໍາຜິດ


ການລົງຄະແນນສຽງ ໃນກອງປະຊຸມໃຫຍ່ຂອງພັກຄັ້ງທີ 9 ທີ່ໄດ້ສິ້ນສຸດລົງ
ຢ່າງເປັນທາງການໃນວັນທີ 21 ມີນາທີ່ຜ່ານມານີ້
ການລົງຄະແນນສຽງ ໃນກອງປະຊຸມໃຫຍ່ຂອງພັກຄັ້ງທີ 9 ທີ່ໄດ້ສິ້ນສຸດລົງ ຢ່າງເປັນທາງການໃນວັນທີ 21 ມີນາທີ່ຜ່ານມານີ້

ການນໍາພາຂອງພັກປະຊາຊົນປະຕິວັດລາວຢືນຢັນທີ່ຈະໃຫ້ການສະໜັບສະໜູນສົ່ງເສີມບຸກ ຄະລາກອນພັກ ທີ່ມີຜົນງານດີເດັ່ນ ຫາກແຕ່ຈະລົງໂທດຢ່າງເດັດຂາດຕໍ່ສະມາຊິກ ທີ່ກະທໍາ ຜິດກົດລະບຽບຂອງພັກ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ຜູ້ປະຈໍາການຄະນະລັດຖະບານລາວ ແລະກຳມະການກົມ
ການ​ເມືອງ​ສູນ​ກາງພັກ​ປະຊາຊົນປະຕິວັດລາວ ໄດ້ຖະ
ແຫລງຢືນຢັນໃນໂອກາດປິດກອງປະຊຸມໃຫຍ່ສະໄໝທີ 9
ຂອງພັກປະຊາຊົນປະຕິວັດລາວເມື່ອວັນທີ 21 ມີນາ​ທີ່
ຜ່ານມານີ້ວ່າ ການເສີມສ້າງຄວາມແຂງແກ່ນໃນການຊີ້
ນຳ ແລະນຳພາດ້ວຍການພັດທະນາປັບປຸງປະສິດທິ
ພາບໃນດ້ານການບໍລິຫານຂອງພັກຖືເປັນວຽກງານສຳ
ຄັນຢ່າງຍິ່ງປະການນຶ່ງ ທີ່ໄດ້ກຳນົດໄວ້ໃນມະຕິຕົກລົງ
ແລະລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງຫລ້າ
ສຸດນີ້ຂອງພັກປະຊາຊົນປະຕິວັດລາວ.

ທັງນີ້ກໍເພື່ອເປັນການເຮັດໃຫ້ສາມາດບັນລຸຜົນຕາມເປົ້າ
ໝາຍທີ່ກຳນົດໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ມະຕິຕົກ
ລົງຂອງກອງປະຊຸມໃຫຍ່ ຈຶ່ງໄດ້ລະບຸໄວ້ຢ່າງຈະແຈ້ງ
ວ່າ ສູນກາງພັກຈະໃຫ້ການສະໜັບສະໜູນສົ່ງເສີມແລະ
ຕອບແທນບຸກຄະລາກອນຂອງພັກທີ່ປະຕິບັດດີ ແລະ
ມີຜົນງານດີເດັ່ນ ຫາກແຕ່ວ່າ ໃນຂະນະດຽວກັນກໍ
ຈະດຳເນີນມາດຕະການລົງໂທດຢ່າງເດັດ ຂາດຕໍ່ສະມາຊິກພັກທີ່ປະຕິບັດ ໃນແນວທາງທີ່
ຜິດຕໍ່ແນວທາງ ແລະກົດລະບຽບຂອງພັກ ດັ່ງທີ່ທ່ານສົມສະຫວາດໄດ້ກ່າວເນັ້ນຢໍ້າວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ ຜູ້ປະຈໍາການຄະນະລັດຖະບານລາວ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ ຜູ້ປະຈໍາການຄະນະລັດຖະບານລາວ

“ຖືສຳຄັນເປັນພິເສດແມ່ນ
ການປົກປ້ອງແນວທາງ
ການເມືອງອົງການນຳພາ
ຂອງພັກປະຕິບັດທິດນໍາທີ່
ວ່າ ຜູ້ທີ່ເຮັດວຽກດີມີຜົນ
ງານດີເດັ່ນ ຕ້ອງໄດ້ຮັບການ
ຍ້ອງຍໍ ສັນລະເສີນຢ່າງ
ເໝາະສົມ ແລະທັນການ.
ຜູ້ໃດຝ່າຝືນກົດລະບຽບ
ຂອງພັກ ຫລຶກົດໝາຍ
ຂອງລັດ ແລະຈັນຍາບັນ
ຂອງສະມາຊິກພັກ ຜູ້ນັ້ນ
ຕ້ອງຖືກລົງວິໄນ ຫລື ຖືກລົງໂທດຢ່າງເໝາະສົມກັບແຕ່ລະກໍລະນີ ແລະທັນການ”

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ໄດ້ເລີ້ມປະຊຸມໃນວັນທີ 17
ມີນາ 2011 ໄດ້ສິ້ນສຸດລົງຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 21 ມີນາ​ທີ່ຜ່ານມານີ້ໂດຍກອງ
ປະຊຸມໄດ້​ເລືອກ​ຕັ້ງ​ເອົາ​ຄະນະ​ກຳມະການ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9 ຈຳນວນ
61 ຄົນ ​ແລະຄະນະ​ກຳມະການບໍລິຫານ​ຊຸດ​ດັ່ງກ່າວນີ້ກໍ​ໄດ້ມີມະຕິເລືອກໃຫ້ທ່າ​ນຈູມ​ມະ
ລີ ​ໄຊຍະ​ສອນເປັນ​ເລຂາທິການ​ໃຫຍ່ຂອງ ພັກປະຊາຊົນປະຕິວັດລາວອີກເປັນສະໄໝທີ
2 ກໍ​ຄື​ຫລັງຈາກ​ທີ່​ໄດ້​ຄອງ​ຕຳ​ແໜ່ງດັ່ງກ່າວ​ນີ້ມາ​ແລ້ວ​ເປັນ​ເວ​ລາ 5 ປີນັ້ນ​ເອງ.

ທ່ານບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ລາວ
ທ່ານບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍລະນີ​ທີ່ໜ້າສັງເກດ​ກໍ​ຄື ທ່ານ​ບົວ​ສອນ
ບຸບຜາ​ວັນ ອະດີດ​ນາຍົກລັດ ຖະມົນຕີຂອງລາວນັ້ນ ບໍ່ມີ​ຊື່
ປາກົດ​ຢູ່​ໃນຄະນະກຳມະການກົມ​ການ​ເມືອງ​ ​ແລະຄະນະ
ກຳມະການ​ບໍລິຫານ​ງານ​ສູນ​ກາງພັກ​ ຊຸດ​ທີ 9 ​ແຕ່​ຢ່າງ​ໃດ
ຈຶ່ງ​ເຊື່ອ​ວ່າ​ເປັນ​ຍ້ອນ​ບັນຫາທາງຄອບຄົວ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​
ຕ້ອງຕັດສິນໃຈ​ລາ​ອອກ​ຈາກ​ຕຳ​ແໜ່ງນາຍົກລັດຖະມົນຕີ
ຂອງລາວມາ​ແລ້ວ ​ເມື່ອ​ທ້າຍ​ປີ​ກາຍ​ນັ້ນ ທີ່ເຮັດໃຫ້ທ່ານບົວ
ສອນຕ້ອງຫລຸດອອກຈາກກົມການເມືອງແລະຄະນະ​ກຳມະ
ການບໍລິຫານ​ງານ​ສູນ​ກາງ​ພັກໃນຄັ້ງຫລ້າສຸດນີ້ ຊຶ່ງກໍຖືວ່າ
ກໍລະນີທີ່ສອດຄ່ອງກັບການຖະແຫລງຢືນຢັນ ດັ່ງກ່າວຂອງ
ທ່ານສົມສະຫວາດໄດ້ອີກດ້ວຍເຊັ່ນກັນ.

ທາງ​ດ້ານທ່ານ​ຈູມ​ມະລີ ​ໄຊ​ຍະສອນ ກໍ​ໄດ້ຖະ​ແ​ຫລງອີກ​ເທື່ອ​ນຶ່ງ ຫລັງ​ຈາກທີ່​ໄດ້​ຄອງ​ຕຳ
ແໜ່ງ​ເລຂາທິການ​ໃຫຍ່​ຂອງ​ພັກ​ອີກ​ສະໄໝໜຶ່ງວ່າ ​ເປົ້າໝາຍທີ່​ສຳຄັນສໍາລັບການພັດ
ທະນາເສດຖະກິດແລະສັງຄົມ​ແຫ່ງ​ຊາດຂອງລາວປະຈໍາປີ 2011-2015 ນີ້ ກໍ​ຄືການ​ເຮັດ
ໃຫ້ເສດຖະກິດ​ມີການຂະຫຍາຍໂຕ ໃນອັດຕາສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ.

ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະປະທານປະເທດລາວ
ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະປະທານປະເທດລາວ

ຊຶ່ງຖ້າຫາກວ່າ ສາມາດປະຕິບັດ​ໃຫ້ໄດ້ຕາມເປົ້າໝາຍທີ່ວາງ
ໄວ້​ດັ່ງກ່າວ​ນອກຈາກຈະເປັນຜົນເຮັດໃຫ້ ຍອດຜະລິດຕະ
ພັນລວມພາຍໃນຫລື GDP ຂອງ​ລາວມູນຄ່າລວມທີ່​ສາມາດ
ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ ​ໃນ​ລະດັບ​ສູງ
ຂຶ້ນເປັນ 1,700​ ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວ
ແລ້ວ ກໍ​ຍັງ​ຈະ​ເຮັດໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນ
ລາວຫລຸດລົງມາເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາ
ກອນທັງໝົດໃນ​ປີ 2015 ອັນຈະເປັນ​ພື້ນຖານ​ໃຫ້​ແກ່​ການ
ນຳພາລາວ​ໃຫ້​ຫລຸດ​ພົ້ນຈາກສະພາບ​ດ້ອຍ​ພັດທະນາ​ໃນ​ປີ
2020 ອີກ​ດ້ວຍ.

ໃນ​ໄລຍະ​ແຜນການ ປີ 2006-2010 ນັ້ນ ພັກ​ກໍ​ສາມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້
ໃນ​ຫລາຍທດ້ານ ​ເຊັ່ນ​ທາງດ້ານ​ເສດຖະກິດຂະຫຍາຍ​ໂຕ 7.9% ຕໍ່ປີ ລວມຍ​ອດມູນ​ຄ່າ​
ຜະຫລິດ​ຕະພັນ​ພາຍ​ໃນ ຫລື GDP ໃນ​ປີ​ງົບປະມານ 2009-2010 ສ​ະ​ເລ່ຍຕໍ່ພົນລະ
ເມືອງບັນລຸ​ໄດ້ 8.7 ລ້ານ​ກີບ​ຕໍ່ຫົວ​ຄົນ ຊຶ່ງ​ກໍ​ເປັນຜົນ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້​ຫລຸດ​ລົງ​ມາ​ ເປັນ 20.4% ​ໃນ​ປີ 2009-2010 ດັ່ງກ່າວ.

XS
SM
MD
LG