ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມລີເບຍ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ພົບປະກັບນາຍົກລັດຖະມົນຕີລີເບຍ ທ່ານ Abdurarahim el-Keib ທີ່ກຸງຕຣີໂປລີ ປະເທດລີເບຍ (17 ທັນວາ 2011)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ພົບປະກັບນາຍົກລັດຖະມົນຕີລີເບຍ ທ່ານ Abdurarahim el-Keib ທີ່ກຸງຕຣີໂປລີ ປະເທດລີເບຍ (17 ທັນວາ 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon Panetta ໄດ້ເດີນທາງໄປເຖິງ
ນະຄອນຫຼວງຕຣີໂປລີ ເພື່ອເຈລະຈາຫາລື ກັບລັດຖະບານຊົ່ວຄາວຂອງລີເບຍ ຊຶ່ງເຮັດໃຫ້ ທ່ານເປັນລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດຄົນທຳອິດ ທີ່ໄດ້ເດີນທາງໄປຢ້ຽມ
ຢາມປະເທດດັ່ງກ່າວ.

ການເດີນທາງໄປຢ້ຽມຢາມລີເບຍເປັນເວລາສັ້ນໆມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດໄດ້ຍົກເລີກ
ການລົງໂທດທາງດ້ານເສດຖະກິດເກືອບທັງໝົດຕໍ່ລີເບຍໃນການດຳເນີນຄວາມພະຍາຍາມ ເພື່ອຜ່ອນຜັນວິກິດການທາງດ້ານການເງິນຢູ່ໃນປະເທດດັ່ງກ່າວ.

ທ່ານ Panetta ຈະພົບປະກັບນາຍົກລັດຖະມົນຕີລີເບຍທ່ານ Abdurrahim el-Keib
ແລະລັດຖະມົນຕີປ້ອງກັນປະເທດທ່ານ Osama al-Juwali. ກ່ອນໜ້ານີ້ທ່ານ Panet-
ta ກ່າວຕໍ່ພວກນັກຂ່າວວ່າການຢ້ຽມຢາມໃນຄັ້ງນີ້ຈະເຮັດໃຫ້ທ່ານໄດ້ຊັ່ງຊາຕີລາຄາເບິ່ງ ສະຖານະການຢູ່ໃນລີເບຍໃນຍຸກຫຼັງປະຕິວັດດ້ວຍໂຕເອງ ແລະທ່ານຈະໄດ້ມີໂອກາດໄປ ສະແດງຄວາມເຄົາລົບຕໍ່ພວກທີ່ໄດ້ຊ່ອຍໂຄ່ນລົ້ມກາດດາຟີ.

ໃນມື້ວັນສຸກວານນີ້ ສະຫະລັດໄດ້ປ່ອຍຊັບສິນຂອງລັດຖະບານລີເບຍ ທີ່ຖືກກັກໄວ້ຫຼາຍ
ກວ່າ 30 ພັນລ້ານໂດລາລຸນຫຼັງທີ່ໄດ້ມີການດຳເນີນການທີ່ຄ້າຍຄືກັນນີ້ຂອງສະພາຄວາມ
ໝັ້ນຄົງສະຫະປະຊາຊາດ. ອົງການສະຫະປະຊາຊາດໄດ້ກັກຊັບສິນຂອງລີເບຍ ປະມານ
150 ພັນລ້ານໂດລາຢູ່ໃນຕ່າງປະເທດ ຫຼັງຈາກການກໍ່ກະບົດຕໍ່ຕ້ານອະດີດຜູ້ນຳມວມມາ ກາດດາຟີໄດ້ລະເບີດຂຶ້ນໃນເດືອນກຸມ ພາປີນີ້.

ທຳນຽບຂາວກ່າວວ່າ ຕົນໄດ້ປ່ອຍຊັບສິນຂອງລັດຖະບານ ແລະທະນາຄານກາງຂອງລີ
ເບຍທັງໝົດແລ້ວທີ່ຢູ່ໃນຂອບເຂດການຄຸ້ມຄອງຂອງສະຫະລັດ ແຕ່ຍັງຈະສືບຕໍ່ກັກຊັບ ສິນຂອງຄອບຄົວກາດດາຟີໄວ້. ສະຫະລັດໄດ້ກັກຊັບສິນລີເບຍໃນຕົ້ນປີນີ້ຂະນະທີ່ກາດ
ດາຟີໄດ້ເຄື່ອນໄຫວທັບມ້າງ ການລຸກຮືຂຶ້ນຕໍ່ຕ້ານການປົກຄອງ ເປັນເວລາສີ່ທົດສະວັດ
ຂອງຜູ້ກ່ຽວ.

XS
SM
MD
LG