ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອີຕາລີເປີດກົງສຸນ ທີ່ເມືອງ Benghazi


ລັດຖະມົນຕີຕ່າງປະເທດອິຕາລີ ທ່ານ Franco Frattini (ຊ້າຍ) ເຊັນສັນຍາບັນທຶກແຫ່ງຄວາມເຂົ້າໃຈກັນ ກັບ ທ່ານ Ali al-Essawi ຫົວໜ້າກິດຈະການຕ່າງປະເທດແຫ່ງສະພາຂ້າມຜ່ານແຫ່ງຊາດຝ່າຍ
ກະບົດລີເບຍ ທີ່ເມືອງ Benghazi ຂອງລີເບຍ
ລັດຖະມົນຕີຕ່າງປະເທດອິຕາລີ ທ່ານ Franco Frattini (ຊ້າຍ) ເຊັນສັນຍາບັນທຶກແຫ່ງຄວາມເຂົ້າໃຈກັນ ກັບ ທ່ານ Ali al-Essawi ຫົວໜ້າກິດຈະການຕ່າງປະເທດແຫ່ງສະພາຂ້າມຜ່ານແຫ່ງຊາດຝ່າຍ ກະບົດລີເບຍ ທີ່ເມືອງ Benghazi ຂອງລີເບຍ

ລັດຖະມົນຕີຕ່າງປະເທດອິຕາລີ ໄດ້ເປີດສະຖານກົງສຸນ ແຫ່ງນຶ່ງຂຶ້ນທີ່ເມືອງ Benghazi ຊຶ່ງເປັນທີ່ໝັ້ນຂອງ ພວກກະບົດລີເບຍ ບ່ອນທີ່ທ່ານໃຫ້ຄໍາໝັ້ນ ສັນຍາວ່າ ຈະສະໜອງນໍ້າມັນເຊື້ອໄຟໃຫ້ແກ່ພວກກໍາລັງຝ່າຍຄ້ານ ແລະໃຫ້ ເງິນສົດອີກຫລາຍຮ້ອຍລ້ານໂດລາ ໂດຍກ່າວວ່າ ລັດຖະບານລີເບຍທີ່ນໍາ ໂດຍທ່ານ ມວມມາ ກາດດາຟີ ນັ້ນ ໄດ້ສິ້ນສຸດລົງແລ້ວ.

ທ່ານ Franco Frattini ກ່າວເມື່ອວັນອັງຄານວານນີ້ວ່າ ບໍລິສັດ Eni ຊຶ່ງ ເປັນບໍລິສັດນໍ້າມັນຍັກໃຫຍ່ຂອງອິຕາລີ ແລະທະນາຄານ UniCredit ຂອງ ອິຕາລີຈະໃຫ້ການຊ່ວຍເຫລືອແກ່ສະພາການປົກຄອງ ແຫ່ງຊາດໃນໄລຍະ ຂ້າມຜ່ານຂອງພວກກະບົດເພື່ອສະໜອງຕອບຕໍ່ຄວາມຕ້ອງການ ຂອງປະຊາຊົນລີເບຍ.

ທ່ານ Frattini ກ່າວອີກວ່າ ປະລິມານນໍ້າມັນເຊື້ອໄຟທີ່ຈະນໍາສົ່ງນັ້ນເປັນປະລິມານທີ່ ຫລວງຫລາຍທີ່ສຸດ ແລະ ຢືນຢັນເຖິງທ່າທີຂອງກຸງໂຣມວ່າ ສະພາດັ່ງກ່າວກໍຄືຜູ້ຕາງໜ້າ ນຶ່ງດຽວຂອງປະຊາຊົນລີເບຍເທົ່ານັ້ນ ແຕ່ແນວໃດກໍດີ ລັດຖະມົນຕີຕ່າງປະເທດຂອງລີເບຍ ປະນາມການຢ້ຽມຢາມຂອງ ທ່ານ Frattini ໂດຍເວົ້າວ່າ ເປັນການຢ້ຽມຢາມທີ່ຜິດກົດໝາຍ

ໃນເວລາຕໍ່ມາຂອງວັນອັງຄານວານນີ້ ໄດ້ຍິນສຽງລະເບີດຢ່າງແຮງຫລາຍໆບັ້ນ ຈາກອັນທີ່ສົງ ໃສວ່າເປັນການໂຈມຕີທາງອາກາດຂອງກຸ່ມເນໂຕ້ ທີ່ນະຄອນຫຼວງ Tripoli ຂອງລີເບຍນັ້ນ.

XS
SM
MD
LG