ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ລາວຍັງບໍ່ມີຂໍ້ຕົກລົງ ດ້ານການຂຶ້ນຄ່າແຮງງານ ຂັ້ນຕໍ່າໃຫ້ແກ່ກໍາມະກອນ


ກອງປະຊຸມສາມຝ່າຍລະຫວ່າງ ສະພາການຄ້າ, ສະຫະພັນກໍາມະບານ
ລາວ ແລະກະຊວງແຮງງານສະຫວັດດີການສັງຄົມ ທີ່ຈັດຂຶ້ນໃນທ້າຍ
ປີ 2010 ທີ່ນະຄອນວຽງຈັນ
ກອງປະຊຸມສາມຝ່າຍລະຫວ່າງ ສະພາການຄ້າ, ສະຫະພັນກໍາມະບານ ລາວ ແລະກະຊວງແຮງງານສະຫວັດດີການສັງຄົມ ທີ່ຈັດຂຶ້ນໃນທ້າຍ ປີ 2010 ທີ່ນະຄອນວຽງຈັນ

ຄະນະກໍາມະການສາມຝ່າຍຍັງບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃຫ້ແກ່ຜູ້ອອກແຮງງານ ໃນຂະນະທີ່ຄ່າຄອງຊີບມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ.

ທ່ານຄໍາຫລ້າ ລໍລອນສີ ປະທານສະຫະພັນກໍາມະບານລາວ ໃຫ້ການຢືນຢັນວ່າ ສະຫະ
ພັນກໍາມະບານ ພ້ອມດ້ວຍກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ ແລະສະມາ
ຄົມນາຍຈ້າງ ທີ່ປະກອບເປັນຄະນະກໍາມະການສາມຝ່າຍ ຫລືໄຕຣພາຄີນັ້ນ ຍັງບໍ່ສາ ມາດຫາຂໍ້ສະຫລຸບຮ່ວມກັນ ກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ກັບຜູ້ອອກ
ແຮງງານລາວໄດ້ເລີຍ ຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າ ທັງສາມຝ່າຍຈະເຫັນຊອບໃນ
ຫລັກການຮ່ວມກັນວ່າ ສົມຄວນທີ່ຈະມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ສອດຄ່ອງ ກັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງກໍຕາມ.

ກໍາມະກອນລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ ທີ່ຜະລິດສິນຄ້າເພື່ອສົ່ງອອກ.
ກໍາມະກອນລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ ທີ່ຜະລິດສິນຄ້າເພື່ອສົ່ງອອກ.

ທັງນີ້ກໍເນື່ອງຈາກວ່າ ທາງສະ
ຫະພັນກໍາມະບານລາວນັ້ນໄດ້
ສະເໜີໃຫ້ມີການປັບຂຶ້ນອັດຕາ
ຄ່າຈ້າງຂັ້ນຕໍ່າ ເປັນຢ່າງນ້ອຍ
665,000 ກີບ ຕໍ່ເດືອນ ຊຶ່ງ
ທາງຝ່າຍກະຊວງແຮງງານກໍ
ເຫັນດີດ້ວຍ ຫາກແຕ່ວ່າ ທາງ
ຝ່າຍສະມາຄົມນາຍຈ້າງກັບເຫັນ
ວ່າ ການປັບຂຶ້ນຄ່າາຈ້າງຂັ້ນຕໍ່າ
ໃນອັດຕາດັ່ງກ່າວ ຈະສົ່ງຜົນກະ
ທົບຕໍ່ທຸລະກິດການສົ່ງອອກສິນຄ້າໄປຕ່າງປະເທດ ເນື່ອງຈາກວ່າການເພີ້ມຄ່າຈ້າງ ກໍຄືການ
ເພີ້ມຕົ້ນທຶນ ທີ່ຈະເຮັດໃຫ້ສິນຄ້າສົ່ງອອກຈາກລາວມີລາຄາແພງຂຶ້ນ ຈົນບໍ່ສາມາດແຂ່ງຂັນ
ໃນຕະຫລາດຕ່າງປະເທດໄດ້.

ແຕ່ຢ່າງໃດກໍຕາມ ສະຫະພັນກໍາມະບານລາວກໍຍັງຄາດຫວັງວ່າ ທາງສະມາຄົມນາຍຈ້າງ ຈະເຫັນດີກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວໃນໝໍ່ໆນີ້ ຫລືຢ່າງຊ້າທີ່ສຸດ ກໍຄື
ພາຍໃນເດືອນຕຸລາປີນີ້ ເນື່ອງຈາກວ່າອັດຕາຄ່າຈ້າງຂັ້ນຕໍ່າຂອງຜູ້ອອກແຮງງານລາວໃນ
ປັດຈຸບັນນີ້ ຖືວ່າຕໍ່າຫລາຍ ເມື່ອທຽບໃສ່ກັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານຄໍາຫລ້າໄດ້ຖະແຫລງຊີ້ແຈງວ່າ:

ທ່ານຄໍາຫລ້າ ລໍລອນສີ, ຫົວໜ້າ ສະຫະພັນກໍາມະບານລາວ
ທ່ານຄໍາຫລ້າ ລໍລອນສີ, ຫົວໜ້າ ສະຫະພັນກໍາມະບານລາວ

ເງິນເດືອນພວກເຮົາປະຕິບັດໃນຄູ່ມື້ນີ້ ຕໍ່າສຸດລະ
ແມ່ນ
348,000 ກີບຕໍ່ຄົນຕໍ່ເດືອນ ບວກກັບເງິນ
ນະໂຍບາຍຕ່າງໆ ລວມທັງໝົດແມ່ນ ຫ້າແສນ
ກວ່າກີບຕໍ່ຄົນຕໍ່ເດືອນ. ແມ່ນແຕ່ລະໂຮງຈັກໂຮງ
ງານ ຫລືວ່າຫົວໜ້າການຜະລິດຕ່າງໆ ຈະຕ້ອງ
ໄດ້ປະຕິບັດຕໍ່ກໍາມະກອນ ທີ່ອອກແຮງງານແມ່ນ
ບໍ່ໃຫ້ຫລຸດໄປກວ່ານັ້ນ. ໃນຕໍ່ໄປນີ້ ພວກເຮົາຍັງຈະ
ໄດ້ສະເໜີເພີ້ມຕື່ມອີກ ເພື່ອອີງໃສ່ຄ່າຄອງຊີບ ອີງ
ໃສ່ສະພາບການເສດຖະກິດການເງິນຂອງໂລກ ກໍຄື
ພາຍໃນຂອງພວກເຮົານີ້ ມັນມີການປ່ຽນແປງ ຈະໄດ້
ເພີ້ມຕື່ມເທົ່າໃດ ຍັງເວົ້າບໍ່ທັນໄດ້.

ເຂົ້າຊຶ່ງເປັນສິນຄ້າອຸບປະໂພກປະເພດນຶ່ງທີ່ມີລາຄາ ແພງຂຶ້ນນັບມື້
ເຂົ້າຊຶ່ງເປັນສິນຄ້າອຸບປະໂພກປະເພດນຶ່ງທີ່ມີລາຄາ ແພງຂຶ້ນນັບມື້

ທາງການກະຊວງອຸດສະຫະກໍາ ແລະການ
ຄ້າ ໄດ້ລາຍງານວ່າ ລາຄາສິນຄ້າອຸບປະ
ໂພກ ບໍລິໂພກໃນທົ່ວປະເທດລາວ ໄດ້ປັບ
ຕົວສູງຂຶ້ນເຖິງ 13.95% ໃນເດືອນມິຖຸນາ
ທີ່ຜ່ານມາ. ສ່ວນຄ່ານໍ້າມັນ ຄ່າໄຟຟ້າແລະ
ລາຄາແກັສຫຸງຕົ້ມນັ້ນ ກໍປັບຕົວສູງຂຶ້ນເກີນ
ກວ່າ 11% ໃນຊ່ວງດຽວກັນນີ້ ຊຶ່ງກໍເປັນ
ຜົນເຮັດໃຫ້ອັດຕາເງິນເຟີ້ ເພີ້ມສູງຂຶ້ນເກີນ
ກວ່າລະດັບ 10% ແລ້ວ ໃນຂະນະນີ້
ເພາະສະນັ້ນ ຈຶ່ງເຮັດໃຫ້ຜູ້ອອກແຮງງານ
ບໍ່ສາມາດ ທີ່ຈະຄອງຊີບຢູ່ໄດ້ດ້ວຍອັດຕາຄ່າຈ້າງຂັ້ນຕໍ່າທີ່ເປັນຢູ່ໃນເວລານີ້.

ນອກຈາກນີ້ ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍ ເມື່ອສົມທຽບໃສ່ກັບຄ່າຄອງຊີບທີ່
ເພີ້ມສູງຂຶ້ນທຸກມື້ນັ້ນ ກໍຍັງເປັນເງື່ອນໄຂນຶ່ງ ທີ່ເຮັດໃຫ້ແຮງງານລາວຕ້ອງພະຍາຍາມ ເດີນ
ທາງໄປລອບທໍາງານໂດຍຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້ ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກທາງການໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງໂດຍຜິດ
ກົດໝາຍ ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທກໍຕາມ, ຫາກ
ແຕ່ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ ນັ້ນເອງ.

XS
SM
MD
LG