ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາວເລືອກເອົາທ່ານຈູມມາລີ ໄຊຍະສອນ ເປັນຫົວໜ້າພັກຄືນອີກ


ທ່ານຈູມມາລີ ໄຊຍະສອນ ຫົວໜ້າພັກຄອມມິວນີສ ສປປລາວ
ທ່ານຈູມມາລີ ໄຊຍະສອນ ຫົວໜ້າພັກຄອມມິວນີສ ສປປລາວ


ອົງ​ການ​ຂ່າວ​ແຫ່ງ​ລັດ​ຂອງ ສປປ ລາວ ກ່າວ​ວ່າ ພັກ​ຄອມ​
ມິ​ວນິສທີ່​ປົກຄອງ​ປະ​ເທດ ໄດ້​ເລືອກ​ເອົາ​ຜູ້​ນໍາ​ຂອງ​ຕົນ ທີ່​
ກໍາລັງ​ຈະ​ພົ້ນ​ສະ​ໄໝ​ການ​ດໍາລົງ​ຕໍາແໜ່​ງນັ້ນ ​ໃຫ້ເປັນ​ຫົວ
ໜ້າພັກ​ຕື່ມ​ອີກ 5 ປີ.

ອົງການ​ຂ່າວ​ສານ​ປະ​ເທດ​ລາວ​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ​
ໄດ້​ລົງມະຕິ​ຢ່າງ​ເປັນ​ເອກ​ກະສັນ ​ເຫັນ​ດີ​ໃຫ້​ທ່າ​ນຈູມ​ມະ​ລີ ​ໄຊ​ຍະ​ສອນ ດໍາລົງ​ຕໍາ​ແໜ່​ງ​ເປັນ
ເລຂາທິການ​ໃຫຍ່​ຂອງ​ພັກ​ຕໍ່​ໄປ​ອີກ ຊຶ່ງ​ທ່ານ​ຖືກ​ເລືອກ​ໃຫ້​ເປັນຫົວໜ້າ​ພັກຄັ້ງ​ທໍາ​ອິດ​ ໃນ​ປີ 2006.

ຜູ້​ແທນ​ພັກຫລາຍ​ກ່ວາ 500 ຄົນ​ຈາກ​ທົ່ວປະ​ເທດ ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ທີ່​ນະ
ຄອນຫລວງ​ວຽງ​ຈັນ ມາ​ຕັ້ງ​ແຕ່​ວັນ​ທີ 17 ມີນາ ອາທິດ​ແລ້ວ​ນີ້ ​ເພື່ອ​ເລືອກ​ເອົາ​ຄະນະ
ກົມ​ການ​ເມືອງ​ສູນ​ກາງ​ພັກ.

ອົງການ​ຂ່າວສານ​ຝຣັ່ງລາຍ​ງານ​ວ່າ ນອກ​ນີ້​ແລ້ວ ກອງ​ປະຊຸມ​ພັກປະຊາຊົນ​ປະຕິວັດ
ລາວຍັງ​ໄດ້​ຮັບຮອງ​ເອົາ​ແຜນ​ເສດຖະກິດ 5 ປີ ຊຸດໃໝ່ ທີ່​ແນ​ໃສ່​ເພື່ອ​ຍົກ​ລະດັບ​ການ​
ພັດທະນາປະ​ເທດ​ຊາດ​ໃຫ້​ສູງ​ຂຶ້ນ ລຸນ​ຫລັງ​ການ​ຂະຫຍາຍ​ໂຕ​ໃນ​ອັດຕາ​ປະມານ 7 ສ່ວນ
ຮ້ອຍຕໍ່​ປີ ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

XS
SM
MD
LG