ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ລາວຈະປະເຊີນ ກັບບັນຫາຂາດແຄນ ແຮງງານຂີດຢາງພາລາ ໃນ 3-4 ປີຕໍ່ໜ້າ


ດິນຕອນນຶ່ງທີ່ໃຫ້ສຳປະທານແກ່ບໍລິສັດຕ່າງປະເທດ ເພື່ອເຮັດກິດຈະການຕາງໆ ລວມທັງການປູກຢາງພາລານຳດ້ວຍ
ດິນຕອນນຶ່ງທີ່ໃຫ້ສຳປະທານແກ່ບໍລິສັດຕ່າງປະເທດ ເພື່ອເຮັດກິດຈະການຕາງໆ ລວມທັງການປູກຢາງພາລານຳດ້ວຍ

ປະເທດລາວກໍາລັງຈະປະເຊີນກັບ ບັນຫາຂາດແຄນແຮງງານຂີດຢາງພາລາຫລາຍຂຶ້ນ ແລະພາຍໃນປີ 2015 ຈະຕ້ອງການແຮງງານຂີດຢາງເພີ່ມຂື້ນອີກ ຫຼາຍກວ່າ 5 ແສນຄົນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີ
ການສັງຄົມຂອງລາວໃຫ້ການຍອມຮັບວ່າ ກໍລະນີທີ່ໜ້າ
ເປັນຫ່ວງທີ່ສຸດສໍາລັບການຜະລິດໃນພາກກະສິກໍາຂອງ
ລາວໃນປັດຈຸບັນນີ້ ກໍຄືການທີ່ຈະຕ້ອງປະ​ເຊີນ​ກັບ​ບັນຫາ
ຂາດ​ແຄນ​ແຮງ​ງານຫລາຍ​ຂຶ້ນ​ ໂດຍ​ສະ​ເພາະ​ແມ່ນແຮງ​
ງານທີ່​ມີ​ປະສົບ​ການ​ໃນ​ການ​ຂີດ​ຢາງ​ພາ​ລານັ້ນ ຈະ​ເປັນ
ພາກສ່ວນທີ່​ຈະ​ຕ້ອງ​ປະ​ເຊີນ​ບັນຫາ​ຫລາຍ​ທີ່​ສຸດ.

ທັ້ງນີ້ກໍເນື່ອງຈາກວ່າໃນ​ໄລຍະ​ກວ່າ 10 ປີມານີ້ທາງການ
ລາວ​ໄດ້​ອະນຸມັດ​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່ດິນໃຫ້​ແກ່​
ເອກະ​ຊົນ​ລາວແລະຕ່າງ​ຊາດ​ໄປ​ແລ້ວຫລາຍ​ກວ່າ 2,000
ໂຄງການ ຊຶ່ງ​ມີ​ເນື້ອທີ່ສໍາປະທານຮວມກັນກວ້າງກວ່າ
4 ​ແສນ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ​ແລະ​ໃນ​ນີ້ກໍແມ່ນ​ພື້ນທີ່​ສໍາ
ປະທານເພື່ອການ​ປູກ​ຢາງພາລາ​ເກີນ​ກວ່າ 70% ຊຶ່ງ​ສ່ວນ
ໃຫຍ່ກໍ​ຈະສາມາດ​ເລີ່​ມ​ຂີດ​ເອົາ​ຢາງ​ໄດ້​ພາຍ​ໃນ​ປີ 2015
ເປັນຕົ້ນໄປ ຈຶ່ງເຮັດໃຫ້ຕ້ອງການນໍາໃຊ້ແຮງ​ງານ​ເຂົ້າ​ໃນ
ການຂີດຢາງພາລາໃນພື້ນທີ່ສໍາປະທານທັງໝົດດັ່ງກ່າວ
ຫຼາຍກວ່າ 5 ແສນຄົນ ຫຼືຄິດເປັນອັດຕາສ່ວນແຮງງານ
2 ຄົນຕໍ່ພື້ນທີ່ 1 ເຮັກຕານັ້ນເອງ.

ສໍາລັບພື້ນທີ່ທີ່ປະເຊີນກັບປັນຫາຂາດແຄນແຮງງານໃນການຂີດຢາງພາລາແລ້ວໃນປັດຈຸ
ບັນນີ້ກໍ່ຄື ແຂວງຫຼວງນໍ້າທາ ຊຶ່ງເປັນພື້ນທີ່ທີ່ກຸ່ມນັກທຸລະກິດຈາກຈີນໄດ້ພາກັນເຂົ້າໄປ
ລົງທຶນປູກຢາງພາລາເປັນພື້ນທີ່ທໍາອິດເມື່ອ 10 ກວ່າປີມາແລ້ວ ແລະມາເຖິງປັດຈຸບັນນີ້
ກໍ່ປາກົດວ່າຫລາຍກວ່າ 40% ຂອງພື້ນທີ່ປູກຢາງພາລາທັງໝົດ ໃນເນື້ອທີ່ກ້ວາງກວ່າ
27,000 ເຮັກຕານັ້ນ ກໍ່ສາມາດທໍາການຂີດເອົານໍ້າຢາງໄດ້ແລ້ວ.

ກໍາມະກອນລາວເຮັດວຽກໜັກຢູ່ໂຮງງານແຫ່ງນຶ່ງ
ກໍາມະກອນລາວເຮັດວຽກໜັກຢູ່ໂຮງງານແຫ່ງນຶ່ງ

ຫາກແຕ່ວ່າປັນຫາກໍ່ຄືແຮງງານທີ່ມີຢູ່ໃນປັດຈຸບັນນີ້ກໍສາມາດ
ທີ່ຈະຂີດເອົານໍ້າຢາງພາລາໄດ້ພຽງໃນເນື້ອທີ່ບໍ່ເກີນ 11,000 ເຮັກຕາເທົ່ານັ້ນ ໃນຂະນະທີ່ພື້ນທີ່ປູກຢາງພາລາທັງໝົດໃນ
ແຂວງທີ່ມີເນື້ອທີ່ກ້ວາງກວ່າ 27,000 ເຮັກຕານັ້ນ ຈະຕ້ອງ
ໃຊ້ແຮງງານຫຼາຍກວ່າ 54,000 ຄົນພາຍໃນປີ 2015
ແລະເມື່ອປະກອບກັບພາຍໃນແຂວງເອງ ກໍ່ສາມາດຝຶກອົບ
ຮົມແຮງງານຂີດຢາງພາລາໄດ້ຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງ
ເຮັດໃຫ້ຈະຕ້ອງປະເຊີນກັບປັນຫາຂາດແຄນແຮງງານຂີດຢາງ
ພາລາຢ່າງຫຼີກລ້ຽງບໍ່ໄດ້ ດັ່ງທີ່ທ່ານເປີແລ ພົງສະໄຫວ ຮອງຫົວໜ້າພະແນກແຮງງານແລະ
ສະຫວັດດີການສັງຄົມຂອງແຂວງ ໄດ້ໃຫ້ການຊີ້ແຈງວ່າ:

“ແຕ່ນີ້ຫາປີ 2015 ນີ້ ຖ້າວ່າໄດ້ປີນຶ່ງປະມານ 50 ຄົນກໍໄດ້ແຕ່ປະມານ 200 ກວ່າຄົນ
ມັນບໍ່ຕອບສະໜອງ ສົມມຸດວ່າປາດຢາງຈັ່ງຊີ້ ເນື້ອທີ່ຢາງ 20 ກວ່າພັນເຮັກຕາ ໂດຍ
ເຮັກຕານຶ່ງມັນຕ້ອງປາດ 2 ຄົນຕໍ່ນຶ່ງຄືນ ສະນັ້ນ ແຮງງານລາວ ມັນແນວໃດກໍ່ບໍ່ສາ
ມາດຕອງສະໜອງໄດ້ ຈຶ່ງເປັນປັນຫາທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ.”

ກ່ຽວກັບການ​ໃຫ້ສຳປະທານທີ່​ດິນນີ້ ບໍ່ພຽງ​ແຕ່ຈະ​ເຮັດ​ໃຫ້​ລາວຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​
ແຄນ​ແຮງ​ງານ​ເທົ່າ​ນັ້ນ ຫາກ​ແຕ່​ວ່າກ່ອນໜ້ານີ້ ທ່ານ ຄໍາອ້ວນ ບຸບຜາ,ລັດຖະມົນຕີປະຈຳ
ສຳນັກງານນາຍົກລັດຖະມົນຕີລາວ ກໍໄດ້ຖະແຫລງຢືນຢັນວ່າ ການໃຫ້ສຳປະທານສິດແກ່
ບັນດາເອກກະຊົນລາວແລະຕ່າງຊາດ​ໃນ​ໄລຍະ​ກວ່າ 10 ປີມານີ້ ​ໄດ້ສົ່ງຜົນກະທົບດ້ານ​ລົບ
ທັງຕໍ່ສະພາບແວດລ້ອມທຳມະຊາດ ​ແລະ​ສັງຄົມຢູ່ໃນລາວ​ເພີ້ມຫລາຍ​ຂຶ້ນ ນັບ​ມື້ອີກ​ດ້ວຍ.

ສວນປູກຕົ້ນຢາງພາລາ ຂອງຈີນໃນລາວ ຊຶ່ງຈະ ຕ້ອງການກໍາມະກອນ ຂີດຢາງຫລາຍ ໃນອີກ ບໍ່ເທົ່າໃດປີຂ້າງໜ້າ
ສວນປູກຕົ້ນຢາງພາລາ ຂອງຈີນໃນລາວ ຊຶ່ງຈະ ຕ້ອງການກໍາມະກອນ ຂີດຢາງຫລາຍ ໃນອີກ ບໍ່ເທົ່າໃດປີຂ້າງໜ້າ

ທັງ​ນີ້ ຈາກ​ວ່າການ​ໃຫ້​ສຳ​ປະທານທີ່​ດິນ ​ໄດ້​ເຮັດ​ໃຫ້ມີ​
ການ​ຕັດ​ໄມ້​ທຳລາຍ​ປ່າ ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ແລະ
ໃນຫລາຍໆກໍລະນີ ກໍ​ເປັນການ​ໃຫ້​ສຳ​ປະທານທີ່​ດິນ ທີ່ໄປ
ກວາມເອົາ​ເຂດປ່າສະຫງວນ ຫລື​ວ່າແຫລ່ງນໍ້າ​ທໍາມະຊາດ
ລວມ​ທັງ​ໄປ​ກວາ​ມ​ເອົາທີ່ດິນຂອງປະຊາຊົນ ​ແລ້ວ​ກໍ່​ໃຫ້​ເກີດ​
ຄວາມ​ຂັດ​ແຍ້​ງກັນ​ ລະຫວ່າງບັນດາ​ບໍລິສັດ​ເອກະ​ຊົນ​ຜູ້​ໄດ້​
ຮັບສຳປະທານທີ່​ດິນ​ກັບປະຊາຊົນລາວ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່ານັນ ທ່ານ ຄຳອ້ວນ ກໍ​ຍັງ​ໄດ້ຢືນຢັນອີກ​ດ້ວຍ
ວ່າ ການ​ໃຫ້​ສຳ​ປະທານທີ່​ດິນ​ໃນ​ຕະຫລອດໄລຍະທີ່​ຜ່ານ
​ມາ​ ກັບ​ສ້າງ​ລາຍຮັບແລະສ້າງຜົນປະ​ໂຫຍ​ດ​ໃຫ້​ແກ່ລັດຖະບານໄດ້ພຽງ​ແຕ່​ເລັກ​ນ້ອຍ​ເທົ່າ​
ນັ້ນ ​ເນື່ອງ​ຈາກ​ວ່າໄດ້​ມີ​ການກໍາໜົດອັດຕາຄ່າສຳປະທານທີ່ດິນຕໍ່າຫລາຍ ຄືລະຫວ່າງ 1-3​ ໂດ​ລາ ​ຕໍ່​ເຮັກ​ຕ້າຕໍ່ປີ​ເທົ່າ​ນັ້ນ.

XS
SM
MD
LG