ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ອະນຸມັດງົບປະມານ 4,966 ລ້ານກີບ ເພື່ອນຳໃຊ້ໃນການຊົດເຊີຍຄ່າທີ່ດິນ


ເຈົ້າໜ້າທີ່ ລາວ ແລະ ຈີນ ເຂົ້າຮ່ວມພິທີວາງສີລາເລີກ ເປີດການກໍ່ສ້າງໂຄງການທາງລົດໄຟ.
ເຈົ້າໜ້າທີ່ ລາວ ແລະ ຈີນ ເຂົ້າຮ່ວມພິທີວາງສີລາເລີກ ເປີດການກໍ່ສ້າງໂຄງການທາງລົດໄຟ.

ລັດຖະບານ ລາວ ອະນຸມັດງົບປະມານ 4,966 ລ້ານກີບ ເພື່ອນຳໃຊ້ໃນການຊົດເຊີນຄ່າທີ່ ດິນ ແລະ ຊັບສິນຂອງປະຊາຊົນທີ່ຈະຖືກເວນຄືນສຳລັບຮອງຮັບການກໍ່ສ້າງທາງລົດໄຟ ລາວ-ຈີນ.

ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໃຫ້ການຢືນຢັນໃນໂອກາດການໂຄສະນາເຜີຍແຜ່ ກ່ຽວກັບ ແຜນການກໍ່ ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ວ່າຄະນະລັດຖະບານ ລາວ ໄດ້ອະນຸມັດງົບປະ ມານໃນມູນຄ່າລວມເຖິງ 4,966 ລ້ານກີບເພື່ອນຳໃຊ້ໃນການຊົດເຊີຍຄ່າທີ່ດິນ ແລະ ຊັບ ສິນຂອງປະຊາຊົນ ລາວ ທີ່ຈະຕ້ອງຖືກເວນຄືນສຳລັບຮອງຮັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢ່າງເປັນທາງການເມື່ອບໍ່ນານມານີ້.

ທັງນີ້ໂດຍໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈາກດ່ານ ບໍ່ເຕັນ ມາທີ່ນະຄອນຫຼວງ ວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງ ລະ 50 ແມັດ ຊຶ່ງເຮັດໃຫ້ຈະຕ້ອງເວນຄືນທີ່ດິນຂອງປະຊາຊົນໃນເນື້ອທີ່ກວ້າງກວ່າ 3,050 ເຮັກຕາ ໂດຍການດຳເນີນງານໃນປະຈູບັນ ຍັງຢູ່ໃນໄລຍະຂອງການສຳຫຼວດວ່າ ຈະຕ້ອງມີການເວນຄືນທີ່ດິນຕອນໃດແນ່ ແລະ ປະເມີນຄ່າຊົດເຊີຍທີ່ດິນ ແລະ ຊັບສິນ ທີ່ຈະຖືກເວນຄືນໃຫ້ກັບປະຊາຊົນຕາມລະບຽບກົດໝາຍ ຊຶ່ງຄາດວ່າຈະແລ້ວສຳເລັດໃນ ໄວໆນີ້ ດັ່ງທີ່ທ່ານ ບົດເງິນ ໄດ້ໃຫ້ການອະທິບາຍວ່າ.

"ລັດຖະບານໄດ້ພິຈາລະນາອະນຸມັດງົບປະມານບໍລິຫານ ສຳລັບວຽກງານດັ່ງກ່າວຈຳ ນວນ 4,966 ລ້ານຊຶ່ງງົບປະມານດັ່ງກ່າວໄດ້ໂອນໃຫ້ບັນດາແຂວງແລ້ວ ສຳລັບງົບປະ ມານທີ່ ຈະໃຊ້ໃນການເວນຄືນທີ່ດິນ ແລະ ຄ່າຊົດເຊີຍສິ່ງປູກສ້າງຕ່າງໆນັ້ນ ທາງບໍລິ ສັດຮ່ວມທຶນ ລົດໄຟ ລາວ-ຈີນ ຈະນຳໃຊ້ເງິນຂອງໂຄງການຕາມທີ່ໄດ້ລະບຸໄວ້ໃນບົດ ວິພາກເສດຖະກິດ-ເທັກນິກຂອງໂຄງ ການ."

ກ່ອນໜ້ານີ້ ລັດຖະບານ ລາວ ກໍໄດ້ຕົກລົງໃຫ້ສິດທິພິເສດແກ່ບໍລິສັດ ຈີນ ທີ່ຮ່ວມລົງທຶນ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຖິງ 6 ດ້ານດ້ວຍກັນ ໂດຍນອກຈາກຈະເປັນ ການຕອບແທນລັດຖະບານ ຈີນ ທີ່ໄດ້ອະນຸມັດເງິນກູ້ໃນມູນຄ່າ 480 ລ້ານໂດລາໃຫ້ລັດ ຖະບານ ລາວ ນຳໃຊ້ໃນການຮ່ວມລົງທຶນໃນໂຄງການແລ້ວກໍຍັງຕ້ອງການຊຸກຍູ້ໃຫ້ມີ ການກໍ່ສ້າງໃນ ພາກຕົວຈິງໃຫ້ໄວທີ່ສຸດອີກດ້ວຍ.

ໂດຍສິດທິພິເສດທັງ 6 ດ້ານທີ່ລັດຖະບານ ລາວ ໄດ້ຕົກລົງມອບໃຫ້ກັບບັນດາບໍລິສັດ ເອກະຊົນ ຈີນ ຄັ້ງນີ້ປະກອບດ້ວຍການນຳໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ດິນ ຕະຫຼອດແລວທາງລົດໄຟໃນ ລາວ ໂດຍບໍ່ຕ້ອງເສຍພາສີອາກອນ ແລະ ຄ່າສຳປະທານ ຊຶ່ງແບ່ງເປັນທີ່ດິນ 3 ປະເພດ ຄືທີ່ດິນໃນຂອບເຂດແລວທາງ ລວມທັງຂອບເຂດສະຖານີ ແລະ ຂົວຂ້າມແມ່ນ້ຳ ທີ່ດິນໃນຂອບເຂດສະໜາມກໍ່ສ້າງໃນໄລຍະຂອງການກໍ່ສ້າງ ແລະ ທາງຊອຍເຂົ້າ-ອອກສະໜາມການກໍ່ສ້າງ ແລະ ທີ່ດິນໃນຂອບເຂດເຊື່ອມຕໍ່ເຂົ້າຫາສະທາ ລະນຸປະໂພກ ເຊັ່ນ ໄຟຟ້າ, ນ້ຳປະປາ, ໂທລະສັບ ແລະ ໃນຂອບເຂດເຊື່ອມຕໍ່ກັບລະບົບ ເສັ້ນທາງຫຼວງແຫ່ງຊາດທີ່ມີຢູ່ໃນປະຈຸບັນ.

ນອກຈາກນີ້ ບັນດາບໍລິສັດຈາກ ຈີນ ກໍຍັງໄດ້ຮັບການຍົກເວັ້ນພາສີອາກອນທຸລະກິດ ແລະ ພາສີມູນຄ່າເພີ່ມໃນຕະຫຼອດໄລຍະຂອງການກໍ່ສ້າງ, ການຍົກເວັ້ນຄ່າທຳນຽມຊັບພະຍາ ກອນ ແລະ ວັດສະດຸພາຍໃນ ລາວ ທີ່ມີການນຳໃຊ້ໃນການກໍ່ສ້າງເຊັ່ນ ດິນ, ຫີນ, ແຮ່ ແລະ ຊາຍ ການຍົກເວັ້ນພາສີການນຳເຂົ້າຍານພາຫະນະ, ກົນຈັກ ນ້ຳມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ວັດສະດຸອຸປະກອນຕ່າງໆທີ່ນຳເຂົ້າຈາກຕ່າງປະເທດ ສ່ວນຄ່າທຳນຽມການພັກ ເຊົາ ແລະ ເຮັດວຽກຂອງຊາວຕ່າງຊາດກໍຈັດເກັບພຽງ 50 ເປີເຊັນ ເທົ່ານັ້ນ ແລະ ຫຼັງຈາກການ ກໍ່ສ້າງທະລົດໄຟໃນ ລາວ ສຳເລັດແລ້ວນັ້ນ ຈຶ່ງຈະມີການເຈລະຈາກັນເພື່ອກຳນົດມາດຕະ ການດ້ານພາສີອາກອນ ແລະ ຄ່າທຳນຽມຕ່າງໆທີ່ເໝາະສົມຕໍ່ໄປ.

ທາງການ ລາວ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນໂຄງການກໍ່ສ້າງ ທາງລົດໄຟເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ ປັກກິ່ງ ແລະ ໄດ້ສ້າງຕັ້ງວິສາຫະກິດຮ່ວມລົງ ທຶນ ລາວ-ຈີນ ຂຶ້ນມາຮັບຜິດຊອບໂຄງການດ້ວຍສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງ ມູນຄ່າລົງທຶນລວມເກືອບ 6,000 ລ້ານໂດລາ ຊຶ່ງລວມເຖິງເງິນທຶນ 480 ລ້ານໂດລາ ທີ່ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຂອງ ຈີນ ໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ເພື່ອນຳໃຊ້ໃນການຮ່ວມລົງທຶນດ້ວຍ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະມີໄລຍະທາງຍາວ 427.2 ກິໂລແມັດຈາກດ່ານ ຊາຍແດນ ບໍ່ເຕັນ-ບໍ່ຫານ ມານະຄອນຫຼວງວຽງຈັນ ໂດຍລາງລົດໄຟມີຂະໜາດກວ້າງ 1.435 ແມັດ ແລະ ການເດີນລົດໄຟກໍຈະແຍກກັນ ລະຫວ່າງ ຂະບວນໂດຍສານ ແລະ ຂະບວນຂົນສົ່ງສິນຄ້າທີ່ລະດັບຄວາມໄວ 160 ກັບ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG