ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຜົນຜະລິດ ໃນພາກພະລັງງານ ແລະບໍ່ແຮ່ ຂອງລາວ ເພີ່ມຂຶ້ນ 9 ເປີເຊັນ ໃນປີ 2011 ຫາ 2015


ເຂື່ອນໄຟຟ້າພະລັງນຳ້ຕົກ Nam Theun 2
ເຂື່ອນໄຟຟ້າພະລັງນຳ້ຕົກ Nam Theun 2

ຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ຂອງລາວ ໃນແຜນການປີ 2011-2015 ເພີ່ມ ຂຶ້ນ ເກີນກວ່າ 9 ເປີເຊັນ ທຽບໃສ່ປີ 2006-2010 ໂດຍມີມູນຄ່າຫຼາຍກວ່າ 94,342 ຕື້ກີບ ຄິດເປັນ 12 ເປີເຊັນ ຂອງມູນຄ່າ ຍອດຜະລິດຕະພັນລວມພາຍໃນ GDP.

ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະບໍ່ແຮ່ ຖະແຫລງວ່າ ຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ ໃນແຜນການປີ 2011-2015 ມີມູນຄ່າເພີ່ມຂຶ້ນໃນອັດຕາສະເລ່ຍ ເຖິງ 9.22 ເປີເຊັນ ທຽບໃສ່ແຜນການປີ 2006-2010 ໂດຍມີມູນຄ່າລວມເຖິງ 94,342.39 ຕື້ກີບ ແລະຄິດເປັນ 12 ເປີເຊັນ ຂອງຍອດຜະລິດ ຕະພັນລວມພາຍໃນ (GDP) ຕະຫລອດແຜນການປີ 2011-2015 ດັ່ງກ່າວ.

ໂຮງງານ ຜະລິດທອງແດງ ແລະ ຄຳ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ
ໂຮງງານ ຜະລິດທອງແດງ ແລະ ຄຳ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ

ທ່ານວີລະພົນ ບອກວ່າ ຜົນຜະລິດລວມໃນພາກພະລັງງານ ແລະບໍ່ແຮ່ດັ່ງກ່າວ ແບ່ງເປັນ ຜົນຜະລິດຈາກບໍ່ແຮ່ ໃນມູນຄ່າລວມ 13,349 ຕື້ກີບ ຊຶ່ງເຮັດໃຫ້ການສົ່ງແຮ່ທາດ ຈາກ ລາວ ໄປຕ່າງປະເທດໃນຊ່ວງປີ 2011-2015 ເພີ່ມຂຶ້ນເຖິງ 3.3 ເທົ່າ ທຽບກັບໃນຊ່ວງປີ 2006-2010 ສ່ວນຜົນຜະລິດດ້ານພະລັງງານນັ້ນ ມີມູນຄ່າລວມເຖິງ 80,993.39 ຕື້ກີບ ຊຶ່ງເພີ່ມຂຶ້ນເຖິງ 3.2 ເທົ່າ ທຽບກັບຊ່ວງປີ 2006-2010 ແລະເຮັດໃຫ້ມີເຂື່ອນ 40 ໂຄງການ ທີ່ຜະລິດພະລັງງານໄຟຟ້າໄດ້ ລວມກັນເຖິງ 6,304 ເມກາວັດ ໃນປັດຈຸບັນນີ້.

ສຳລັບໃນແຜນການປີ 2014-2015 ທີ່ຜ່ານມາການຜະລິດໃນພາກພະລັງງານ ແລະ ບໍ່ແຮ່ງ ກໍໄດ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 12 ເປີເຊັນ ທຽບໃສ່ແຜນການ ປີ 2013-2014 ຊຶ່ງກໍເປັນຜົນເຮັດໃຫ້ມີລາຍໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າ 385 ລ້ານໂດລາ ແລະແຮ່ທາດ 856 ລ້ານຕາມລຳດັບ.

ທ່ານວີລະພົນ ໄດ້ໃຫ້ການຄາດໝາຍວ່າ ຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ ຂອງລາວ ຈະເພີ່ມຂຶ້ນເປັນ 20 ເປີເຊັນຂອງ GDP ໃນປີ 2020 ຖ້າຫາກສາມາດຮັກສາ ການ ຂະຫຍາຍຕົວໃຫ້ໄດ້ໃນອັດຕາສະເລ່ຍ 12 ເປີເຊັນຕໍ່ປີ ໃນຕະຫລອດແຜນການ ປີ 2016-2020 ຊຶ່ງແບ່ງເປັນການຂະຫຍາຍຕົວ ໃນພາກພະລັງງານໃນອັດຕາສະເລ່ຍ 15 ເປີເຊັນ ແລະການຂະຫຍາຍຕົວ ໃນພາກການຂຸດຄົ້ນແຮ່ທາດ ໃນອັດຕາສະເລ່ຍ 10 ເປີເຊັນ ຕໍ່ປີ ໂດຍສະເພາະແມ່ນໃນດ້ານການຂຸດຄົ້ນແຮ່ທາດນີ້ ກໍຍັງແນໃສ່ໃຫ້ການ ສົ່ງເສີມການລົງທຶນໃນໂຄງການຂະໜາດໃຫຍ່ອີກດ້ວຍ ດັ່ງທີ່ທ່ານວີລະພົນ ໄດ້ໃຫ້ ການຢືນຢັນວ່າ:

“ນະໂຍບາຍຂອງເຮົານີ້ ເຮົາຢາກເຮັດໃຫ້ການຂຸດຄົ້ນບໍ່ແຮ່ໃນລາວນີ້ ເປັນໂຄງການ ຂະໜາດໃຫຍ່ ອັນນີ້ ແມ່ນການແນະນຳຂອງຊ່ຽວຊານຕ່າງປະເທດ ເພາະວ່າ ການຂຸດ ຄົ້ນຂະໜາດໃຫຍ່ນີ້ ມັນຊິມີການວາງແຜນລະອຽດ ການຄວບຄຸມສິ່ງແວດລ້ອມ ເພາະ ວ່າ ເຂົາເອງກໍຈະຕ້ອງຮັບຜິດຊອບ ມີຊື່ ມີສຽງ ແລະກະການເກັບຄ່າສຳປະທານ ຄ່າ Royalty ຄ່າຫຍັງຕ່າງໆ ມັນກະງ່າຍຂຶ້ນ.”

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະບໍ່ແຮ່ໄດ້ ທຳການກວດສອບການດຳເນີນງານ ຂອງບັນດາບໍລິສັດ ທີ່ໄດ້ຮັບສຳປະທານ ຂຸດຄົ້ນ ແຮ່ທາດໃນທົ່ວປະເທດ ຊຶ່ງພົບວ່າ ການດຳເນີນງານຂອງບໍລິສັດ ສ່ວນໃຫຍ່ບໍ່ເປັນໄປ ຕາມສັນຍາ ເຊັ່ນການຄຸ້ມຄອງໂຄງການບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມ ທຳມະຊາດ ລະບົບນິເວດວິທະຍາ ແລະຊີວິດການເປັນຢູ່ ຂອງປະຊາຊົນຢ່າງ ກວ້າງຂວາງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນ ຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບ ການຂຸດຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ ແລະການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງ ບໍ່ລວມສູນ ແລະບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມຄອງ ແລະການຈັດເກັບລາຍຮັບຂອງລັດຖະບານລາວດ້ວຍ.

ທັງນີ້ ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງພະລັງງານ ແລະບໍ່ແຮ່ ກໍມີເຖິງ 226 ບໍລິສັດ ຊຶ່ງກວມເອົາພື້ນທີ່ສຳຫຼວດ ແລະຂຸດຄົ້ນລວມ ກວ້າງກວ່າ 58,569 ກິໂລແມັດມົນທົນ ຫຼືເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດ ໃນປັດຈຸບັນ.

XS
SM
MD
LG