ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາວກັບຈີນ ຮ່ວມລົງນາມ ໃນຂໍ້ຕົກລົງ 4 ສະບັບ ກ່ຽວກັບ ການຮ່ວມມືຮອບດ້ານ


ພິທີລົງນາມ ຂໍ້ຕົກລົງ 4 ສະບັບ ກ່ຽວກັບ ການຮ່ວມມືຮອບດ້ານ ໃນຂະແໜງ ຖະແຫລງຂ່າວ-ວັດທະນະທຳ ໂດຍການເປັນສັກຂີພະຍານ ຂອງ ນາຍົກລັດຖະມົນຕີ ລາວ ແລະ ຈີນ.
ພິທີລົງນາມ ຂໍ້ຕົກລົງ 4 ສະບັບ ກ່ຽວກັບ ການຮ່ວມມືຮອບດ້ານ ໃນຂະແໜງ ຖະແຫລງຂ່າວ-ວັດທະນະທຳ ໂດຍການເປັນສັກຂີພະຍານ ຂອງ ນາຍົກລັດຖະມົນຕີ ລາວ ແລະ ຈີນ.

ທາງການລາວກັບຈີນ ຮ່ວມລົງນາມ ໃນຂໍ້ຕົກລົງ 4 ສະບັບ ກ່ຽວກັບການຮ່ວມມື
ຮອບດ້ານ ໃນຂະແໜງ ຖະແຫລງຂ່າວ-ວັດທະນະທຳ ແນໃສ່ການເຜີຍແຜ່ຂໍ້ມູນ
ຂ່າວສານ ຂອງຈີນ ຕໍ່ປະຊາຊົນລາວ ຢ່າງທົ່ວເຖິງ.

ການລົງນາມໃນຂໍ້ຕົກລົງ 4 ສະບັບ ວ່າດ້ວຍການຮ່ວມມື ດ້ານວຽງງານຖະແຫລງຂ່າວ ແລະວັດທະນະທຳ ລະຫວ່າງລາວ ກັບຈີນ ໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ໂດຍເຂົ້າຮ່ວມ ເປັນກຽດໃນການລົງນາມ ຄັ້ງນີ້ດ້ວຍກໍຄື ທ່ານກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫລິວ ສີປ່າວ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມິວນິສ ຈີນ ທ່ານ
ກວນຫວາປິງ ເອກອັກຄະລັດຖະທູດຈີນ ປະຈຳນະຄອນວຽງຈັນ ກັບ ທ່ານບໍ່ແສງຄຳ ອົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຮວມທັງພະນັກງານລັດຂອງທັງສອງຝ່າຍ.

ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຈີນ ທ່ານຫຼີເຄີ້ຈຽງ ສະແດງໃຫ້ເຫັນ ຂໍ້ຕົກລົງ ແລ້ວຍົກມືທັກທາຍ.
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຈີນ ທ່ານຫຼີເຄີ້ຈຽງ ສະແດງໃຫ້ເຫັນ ຂໍ້ຕົກລົງ ແລ້ວຍົກມືທັກທາຍ.


ໂດຍຂໍ້ຕົກລົງທັງ 4 ສະບັບທີ່ທາງການລາວ-ຈີນ ໄດ້ລົງນາມຮ່ວມກັນ ຄັ້ງນີ້ ປະກອບ ດ້ວຍສັນຍາຮ່ວມມື ລະຫວ່າງ ວິທະຍຸສາກົນຈີນ (CRI) ກັບ ໜັງສືພິມປະຊາຊົນ ສັນຍາຮ່ວມມືກ່ຽວກັຍໂຮງລະຄອນໂທລະພາບ ທີ່ໃຊ້ຊື່ວ່າ “ນິຄົມຈີນ” ລະຫວ່າງ ສະຖານີວິທະຍຸ-ໂທລະພາບຂອງແຂວງຢຸນໜານ ກັບ ໂທລະພາບແຫ່ງຊາດລາວ ສັນຍາຮ່ວມມືວັດຈະນານຸກົມພາສາລາວ-ຈີນ ລະຫວ່າງ ສຳນັກພິມຈຳໜ່າຍ ແຂວງ ຢຸນໜານ ກັບ ສຳນັກພິມຈຳໜ່າຍແຫ່ງຊາດລາວ ແລະ ສັນຍາຮ່ວມມື ໂທລະພາບ ກະສິກຳຈີນ ກັບ ໂທລະພາບແຫ່ງຊາດລາວ ຕາມລຳດັບ.

ທັງນີ້ ໂດຍຖືເປັນການລົງນາມທີ່ຕໍ່ເນື່ອງ ຈາກການລົງນາມໃນເອກະສານສຳຄັນ 16
ສະບັບ ກ່ຽວກັບການຮ່ວມມືຢ່າງຮອບດ້ານ ລະຫວ່າງລາວກັບຈີນ ທີ່ມີຂຶ້ນເມື່ອບໍ່ນານ
ມານີ້ ຢູ່ນະຄອນວຽງຈັນ ໂດຍມີທ່ານທອງລຸນ ສີສຸລິດ ແລະ ທ່ານຫລີເຄີ້ຈຽງ ນາຍົກ ລັດຖະມົນຕີ ຂອງທັງ 2 ຝ່າຍໄດ້ຮ່ວມເປັນສັກຂີພະຍານ ທີ່ຮວມເຖິງສັນຍາເງິນກູ້ ໃນໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ຈີນ ດ້ວຍນັ້ນເອງ.

ສ່ວນເອກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນເຂດນະຄອນວຽງຈັນ ຮ່າງແຜນແມ່ບົດວ່າດ້ວຍ ການຮ່ວມມື ໃນໂຄງຂ່າຍໜຶ່ງແລວທາງ-ໜຶ່ງເສັ້ນທາງ (One Belt-One Road) ສັນຍາການພັດທະນາຄວາມສາມາດຂອງການຜິລິດສິນຄ້າ ການຮ່ວມມືໃນການສ້າງ ແຜນພັດທະນາແບບກວມລວມ ໃນຂົງເຂດໄຟຟ້າ ການທ່ອງທ່ຽວ ແລະຂົງເຂດ ວັດທະນະທຳ ບັນທຶກການອຳນວຍຄວາມສະດວກດ້ານພາສີ ສັນຍາເງິນກູ້ສຳລັບ ເຂດພັດທະນາກວມລວມທີ່ເມືອງໄຊເສດຖາ ນະຄອນວຽງຈັນ ສັນຍາເງິນກູ້ເພື່ອ ໂຄງການກໍ່ສ້າງເຂື່ອນນ້ຳງື່ມ 4 ເຂື່ອນນ້ຳອູລະຍະທີ 2 ແລະສັນຍາຮ່ວມທຶນ ໃນ
ໂຄງການກໍ່ສ້າງເຂື່ອນຢູ່ແຂວງຫົວພັນເປັນຕົ້ນ.

ທາງດ້ານທ່ານບຸນຍັງ ວໍລະຈິດ ປະທານປະເທດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມ ມາດຕະການສົ່ງເສີມ ແລະສະໜັບສະໜູນໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນ ໃນລາວ ເປັນກໍລະນີພິເສດໃນໂອກາດທີ່ທ່ານເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ຕາມການເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ເມື່ອເດືອນພຶດສະພາ 2016 ທີ່ຜ່ານມາ ດັ່ງທີ່ທ່ານບຸນຍັງ ຢືນຢັນວ່າ:

“ຂ້າພະເຈົ້າຕີລາຄາສູງກ່ຽວກັບການພົວພັນຮ່ວມມືລາວ-ຈີນ ໃນລະຍະຜ່ານ
ມາ ກໍຄືໃນຕໍ່ໄປອັນນີ້ ກະເປັນຂີດໝາເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດຕໍ່ໄປນີ້ ກະຄິດວ່າ ການໄປມາຫາສູ່ ການຢ້ຽມຢາມລະຫວ່າງ ການນຳຂັ້ນສູງ ຂອງທັງສອງປະເທດ ກໍຈະໄດ້ສືບຕໍ່ເພີ່ມທະວີຂຶ້ນ ພ້ອມກັນ
ນັ້ນ ບັນດາຂະແໜງການຕ່າງໆ ແລ້ວກະນັກທຸລະກິດຂອງຈີນ ມາລົງທຶນ ນັບມີ້ນັບເພີ່ມຂຶ້ນ ອັນຈະນຳຜົນປະໂຫຍດ ໃຫ້ແກ່ປະຊາຊົນສອງຊາດ.”

ທັງນີ້ ໂດຍບັນດາບໍລິສັດຈາກຈີນນັບເປັນກຸ່ມລົງທຶນໂດຍກົງ ໃນລາວເປັນອັນດັບ 1 ໃນປັດຈຸບັນ ທີ່ເປັນການລົງທຶນໃນ 765 ໂຄງການມີມູນຄ່າການລົງທຶນລວມເກີນກວ່າ 7,000 ລ້ານໂດລາ ທີ່ເນັ້ນໜັກທັງໃນພາກກະສິກຳ ແລະປ່າໄມ້ ພາກພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດ ເປັນຫລັກ ສ່ວນການຄ້າສອງຝ່າຍກໍມີມູນຄ່າເກີນກວ່າ
3,600 ລ້ານໂດລາ ແລະ 2,780 ລ້ານໂດລາ ໃນປີ 2014 ແລະປີ 2015 ຕາມລຳດັບ.

XS
SM
MD
LG