ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການບິນລາວວາງແຜນ ຮອງຮັບຜູ້ໂດຍສານ ໃຫ້ໄດ້ຫຼາຍກວ່າ ນຶ່ງລ້ານຄົນ


ພິທີຮັບເອົາເຮືອບິນ Airbus 320 ຂອງການບິນລາວໃນທ້າຍປີ 2011
ພິທີຮັບເອົາເຮືອບິນ Airbus 320 ຂອງການບິນລາວໃນທ້າຍປີ 2011
ລັດວິສາຫະກິດການບິນລາວວາງແຜນການທີ່ຈະຮອງຮັບ
ຜູ້ໂດຍສານໄດ້ຫຼາຍໃຫ້ກວ່າ ນຶ່ງລ້ານຄົນໃນປີ 2013 ນີ້ໃນ
ຂະນະທີ່ລັດຖະບານລາວກໍວາງແຜນການທີ່ຈະກູ້ເງິນເພື່ອ
ພັດທະນາສະໜາມບິນວັດໄຕ ໃຫ້ໄດ້ມາດຕະຖານສາກົນ.

ທ່ານສະເຫຼີມ ໄທຍະລາດ ຜູ້ອໍານວຍການຝ່າຍການຕະຫຼາດ
ຂອງລັດວິສາຫະກິດການບິນລາວ ໄດ້ຖະແຫຼງຢືນຢັນວ່າ ເປົ້າ
ໝາຍສໍາຄັນທີ່ສຸດຂອງລັດວິສາຫະກິດການບິນລາວ ຫຼື Lao
Airlines ໃນຕະຫຼອດປີ 2013 ນີ້ ກໍຄືການເພີ່ມຈໍານວນຜູ້ໂດຍ
ສານ ທີ່ໃຊ້ບໍລິການຂອງສາຍການບິນລາວ ໃຫ້ເປັນຫຼາຍກວ່າ
1 ລ້ານຄົນ ແລະກໍເຊື່ອວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງອີກດ້ວຍ.

ທັງນີ້ ກໍເນື່ອງຈາກວ່າຜູ້ໂດຍສານທີ່ໃຊ້ບໍລິການສາຍການບິນລາວໄດ້ເພີ່ມຂຶ້ນຢ່າງຕໍ່
ເນື່ອງ ໂດຍຈະເຫັນໄດ້ຈາກຈໍານວນຜູ້ໂດຍສານທີ່ເພີ່ມຂຶ້ນຈາກ 5 ແສນກວ່າຄົນ ໃນປີ
2011 ເປັນ 9 ແສນກວ່າຄົນໃນປີ 2012 ຊຶ່ງກໍເປັນຜົນຈາກການ ທີ່ຊາວຕ່າງຊາດໄດ້
ພາກັນເດີນທາງ ເຂົ້າມາທ່ອງທ່ຽວໃນລາວ ເພີ່ມຂຶ້ນທຸກປີ ດັ່ງຈະເຫັນໄດ້ຈາກປີ 2012
ທີ່ມີຊາວຕ່າງຊາດຫຼາຍກວ່າ 3.3 ລ້ານຄົນ ເດີນທາງເຂົ້າມາໃນລາວ ຫຼືຄິດເປັນອັດຕາ
ສະເລ່ຍທີ່ເພີ່ມຂຶ້ນເຖິງ 22% ເມື່ອທຽບກັບປີ 2011 ແລະໃນປີ 2013 ນີ້ ກໍຄາດວ່າຈະ
ມີຊາວຕ່າງຊາດຫຼາຍກວ່າ 3.5 ລ້ານຄົນ ທີ່ຈະເດີນທາງເຂົ້າມາໃນລາວ.

ການທ່ອງທ່ຽວໃນເມືອງຫລວງພະບາງ
ການທ່ອງທ່ຽວໃນເມືອງຫລວງພະບາງ

ຍິ່ງໄປກວ່ານັ້ນ ລັດວິສາຫະກິດການບິນລາວກໍຍັງໄດ້ວາງ
ເປົ້າໝາຍທີ່ຈະຂໍຈົດທະ ບຽນໃນຕະຫຼາດຫຼັກຊັບແຫ່ງຊາດ
ລາວໃຫ້ໄດ້ໄວທີ່ສຸດອີກດ້ວຍ ເນື່ອງຈາກວ່າຕ້ອງການຈະ
ລະດົມເອົາເງິນທຶນຈາກການຂາຍຮຸ້ນໃນຕະຫຼາດຫຼັກຊັບ
ເພື່ອນໍາໄປໃຊ້ໃນ ການຂະຫຍາຍທຸລະກິດການບິນໃຫ້ມີ
ຄວາມອາດສາມາດໃນການແຂ່ງຂັນເມື່ອເຖິງກໍານົດຂອງ
ການກ້າວໄປສູ່ປະຊາຄົມເສດຖະກິດອາຊຽນຢ່າງສົມບູນ
ໃນທ້າຍປີ 2015.

ໃນປັດຈຸບັນ ສາຍການບິນລາວມີເຮືອບິນຈໍານວນ 10 ກວ່າລໍາ ຊຶ່ງໃນນີ້ກໍລວມເຖິງ
ເຮືອບິນ Airbus ລຸ້ນ A320 ຈໍານວນ 4 ລໍາ ທີ່ເຄຶ່ອງຈັກເປັນແບບໄອພົ່ນ ສ່ວນທີ່ເຫຼືອ
ນັ້ນເປັນເຮືອບິນທີ່ມີເຄຶ່ອງຈັກເປັນແບບໄບພັດ ກໍຄືເຮືອບິນ ATR-72 ຈໍານວນ 6 ລໍາ
ແລະເຮືອບິນຂະໜາດນ້ອຍ ທີ່ສັ່ງຊື້ຈາກຈີນອີກຈໍານວນນຶ່ງ ສ່ວນໃນອະນາຄົດ ສາຍ ການບິນລາວກໍມີແຜນການ ທີ່ຈະສັ່ງຊື້ເຮືອບິນ Airbus ລຸ້ນ A320 ແລະ A321 ເພີ່ມ ຂຶ້ນ
ອີກ 10 ລໍາ ພາຍໃນປີ 2020 ຈຶ່ງເຮັດໃຫ້ຕ້ອງໃຊ້ເງິນທຶນຫຼາຍກວ່າ 1,000 ລ້ານໂດລາ.

ທາງດ້ານທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນ
ສົ່ງ ກໍໄດ້ໃຫ້ການຢືນຢັນວ່າທາງການລາວຍັງມີແຜນການທີ່ຈະພັດທະນາປັບປຸງ ເພື່ອ
ຍົກລະດັບສະໜາມບິນຫຼາຍແຫ່ງ ໃຫ້ໄດ້ມາດຕະຖານສາກົນໃນທຸກໆ ດ້ານ ໂດຍສະ
ເພາະແມ່ນສະໜາມບິນວັດໄຕ ໃນນະຄອນວຽງຈັນ ຖືເປັນສະໜາມບິນທີ່ຈະຕ້ອງໄດ້
ຮັບການພັດທະນາປັບປຸງເປັນແຫ່ງທໍາອິດ ໂດຍລັດຖະບານລາວ ຈະຂໍກູ້ຢືມເງິນທຶນ
ຈາກລັດຖະບານຍີ່ປຸ່ນຕໍ່ໄປ ດັ່ງທີ່ທ່ານສົມມາດ ໄດ້ໃຫ້ການຊີ້ ແຈງວ່າ:

ທ່ານສົມມາດ ພົນເສນາ, ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ
ທ່ານສົມມາດ ພົນເສນາ, ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ

ລັດຖະບານເຮົານີ້ກໍໄດ້ເອົາໃຈໃສ່ໃນການພັດທະ
ນາການບິນໃນໄລຍະຜ່ານມານີ້ ກໍຄືມີລານຈອດ
ເຮືອບິນ ຫຼືວ່າທາງຂຶ້ນ-ລົງ ລະບົບບັນຊາການບິນ
ດຽວນີ້ ບັນຫາທີ່ວ່າພວກເຮົາຈະຕ້ອງໄດ້ປັບປຸງ
ກໍຄືຍົກລະດັບອາຄານຜູ້ໂດຍສານນີ້.


ກ່ອນໜ້ານີ້ ລັດຖະບານລາວກໍໄດ້ຮັບການສະໜັບສະ ໜຸນເງິນທຶນກູ້ຢືມຈາກລັດຖະບານຍີ່ປຸ່ນ ແລະລັດຖະບານ
ຈີນສໍາລັບນໍາໃຊ້ໃນການພັດທະນາປັບປຸງສະໜາມບິນ
ວັດໄຕ ເພື່ອຮອງຮັບການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນໍາເອເຊຍ-ຢູໂຣບ
ຄັ້ງທີ 9 ເມື່ອທ້າຍປີ 2012 ຢູ່ນະຄອນວຽງຈັນ ຊື່ງກໍເປັນການຂະຫຍາຍບ່ອນຈອດເຮືອ
ບິນຢູ່ສະໜາມບິນນານາຊາດວັດໄຕ ເພື່ອໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່
ໄດ້ເຖິງ 40 ລໍາ ພ້ອມດ້ວຍອຸບປະກອນຮັກສາຄວາມປອດໄພ ແລະອໍານວຍຄວາມສະ
ດວກຕ່າງໆຢ່າງຄົບຊຸດ ໂດຍເປັນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 1,246 ລ້ານ
ເຢັນ ແລະກູ້ຢືມຈາກລັດຖະບານຈີນອີກ ຫຼາຍກວ່າ 37 ລ້ານໂດລາ.
XS
SM
MD
LG