ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍຢາກສ້າງ ທໍ່ລໍາລຽງ ແກສທໍາມະຊາດ ຜ່ານເກົາຫລີເໜືອ


ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ.
ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ.

ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຮັບ​ສານ​ສະບັບ​ນຶ່ງ​ຈາກ​ປະທານາທິບໍດີ Dmitry Medvedev
ແຫ່ງຣັດ​ເຊຍ​ ທີ່​ແຈ້ງວ່າ ທ່ານ​ຢາກ​ໄດ້​ຄວາມຮ່ວມ​ໄມ້​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ທໍ່​ລໍາລຽງແກ​ສ
ທໍາ​ມະຊາດຈາກຣັດເຊຍ​ ຜ່ານ​ເກົາຫລີ​ເໜືອ​ ໄປ​ຍັງ​ເກົາຫລີ​ໃຕ້.

ອົງການ​ຂ່າວ KCNA ​ຂອງທາງ​ການ​ເກົາຫລີ​ເໜືອ​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ສານ​ສະບັບ​ນີ້​
ຍັງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ທາງ​ລົດ​ໄຟເຊື່ອມ​ຕໍ່ ແລະ​ວາງ​ສາຍ​ໄຟຟ້າ​ຜ່ານ 3 ປະ​ເທດ​ເຊ່ນ​ກັນ.
ອົງການ​ຂ່າວ​ຍັງ​ເວົ້າ​ຕື່ມ​ວ່າ ສານ​ສະບັບນີ້​ແມ່ນ​ສົ່ງ​ມາ​ເພື່ອ​ເປັນ​ຂີດ​ໝາຍ​ວັນ​ຄົບຮອບ​ປີ
ແຫ່ງ​ການ​ຍຸດຕິ​ລົງ​ຂອງ​ການ​ປົກຄອງ​ແບບ​ຫົວ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນ​ ທີ່ແຫລມ​ເກົາຫລີ​ນັ້ນ.

ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavros
ໃນສັບປະດາ​ແລ້ວ​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ ເໜືອ​ໄດ້​ຕອບ​ສະໜອງ​ໃນ​ທາງ​ບວກ​
ໃນລະຫວ່າງ​ການ​ໂອ້​ລົມ​ສົນທະນາ​ກັນ​ຂັ້ນ​ຕົ້ນ​ ກ່ຽວ​ກັບ​ໂຄງການ​ສ້າງ​ທໍ່​ລໍາລຽງ​ແກ​ສນີ້.
ເກົາຫລີ​ໃຕ້ ໄດ້ເຮັດ​ສັນຍາ​ຊື້​ແກ​ສທໍາ​ມະ​ຊາດ​ໃນ​ປະລິມານ​ຫລວງຫລາຍ​ຈາກຣັດ​ເຊ​ຍ​
ໃນ​ທ້າຍ​ທົດ​ສະ​ວັດ​ນີ້ ​ແລະ​ການ​ສ້າງ​ທໍ່​ລໍາລຽງຜ່ານເກົາຫລີ​ເໜືອ​ ​ແມ່ນ​ຈະ​ລົດ​ຜ່ອນ​ຄ່າ​
ຂົນ​ສົ່ງ​ລົງ​ຢ່າງ​ຫລວງຫລາຍ.

ສໍາລັບ​ເກົາຫລີ​ເໜືອນັ້ນ ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ເປັນ​ໂອກາດ​ອັນ​ນຶ່ງ​ທີ່​ຈະ​ອໍານວຍ​ໃຫ້​ເກົາ
ຫລີ​ເໜືອໄດ້​ຮັບ​ເງິນຕາ​ຕ່າງປະ​ເທດ​ທີ່​ຕົນ​ຕ້ອງການ​ຢ່າງ​ຍິ່ງ​ນັ້ນ ຈາກຄ່າ​ສົ່ງ​ແກ​ສຜ່ານ
ດິນ​ແດນ​ຂອງ​ຕົນ. ​ແຕ່ວ່າ ​ທີ່​ຜ່ານ​ມາ ​ເກົາຫລີ​ໃຕ້​ບໍ່​ມີ​ຄວາມ​ເຕັມ​ໃຈ​ຫລາຍ​ປານ​ໃດ​ ທີ່
ຈະ​ເຂົ້າ​ຮ່ວມ​ໃນ​ການຕົກລົງສ້າງ​ທໍ່​ລໍາລຽງ​ແກ​ສຜ່ານ​ເກົາຫລີ​ເໜືອ​ນັ້ນ ຍ້ອນ​ຄວາມ​ສໍາ
ພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ກັບ​ກຸງ​ພຽງ​ຢ້າງ​ ຊຶ່ງລະ​ບົບເຊ່ນ​ນີ້​ສາມາດຖືກ​ຂັດຂວາງ​ໄດ້ ​ໃນ
ລະຫວ່າງ​ເກີດ​ບັນຫາ​ຂັດ​ແຍ້​ງກັນ ​ໃນ​ອະນາຄົດ​ນັ້ນ.

XS
SM
MD
LG