ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ແລະສະຫະລັດ ຊ້ອມລົບຮ່ວມປະຈໍາປີ


ການ​ຊ້ອມ​ລົບ​ຂອງສະຫະລັດ​ແລະ​ເກົາຫຼີ​ໃຕ້​
ການ​ຊ້ອມ​ລົບ​ຂອງສະຫະລັດ​ແລະ​ເກົາຫຼີ​ໃຕ້​

ເກົາຫຼີ​ໃຕ້​ແລະ​ສະຫະລັດໄດ້​ເລີ່​ມທໍາການຊ້ອມ​ລົບ​ປະ​ຈໍ​າປີ ຊຶ່ງ​ເປັນ​ການ​ຝຶກ​ຊ້ອມ​ທາງ​
ທະຫານຮ່ວມ​ກັນ​ໃນ​ວັນ​ຈັນ​ມື້ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຂົ່ມຂູ່​ຈາກ​ທາງ​ເກົາຫຼີເໜືອໃນ​
ອາທິດ​ແລ້ວ​ນີ້ກໍ​ຕາມ ​ວ່າ​ຕົນຈະ​ເປີດ​ສາກທໍາ​ “ສົງຄາມ​ສັກສິດ” ຖ້າຫາກ​ວ່າ​ດິນ​ແດນຂອງ
​ຕົນ​ຖືກ​ບຸກລຸກ.

ໂຄສົກ​ຂ​ອງກະຊວງ​ການຕ່າງປະ​ເທດ​ຂອງ​ເກົາຫຼີ​ໃຕ້ ​ທ່ານ Kim Min-suk ​ ເອີ້ນ​ການ
​ຊ້ອມ​ລົບດັ່ງກ່າວ​ນີ້ວ່າ ເປັນ​ການ​ຊ້ອມ​ລົບຕາມ​ປົກກະຕິ ​ໂດຍ​ອະທິບາຍ​ວ່າ ມັນ​ຈະມີ​
ຂອບ​ເຂດແລະ​ຂະໜາດສໍ່າ​ໆກັນ​ກັບ​ປີ​ກາຍ​ນີ້.

ທາງສື່​ທາງ​ການຂອງ​ເກົາຫຼີ​ເໜືອນັ້ນ ກ່າວ​ວ່າ​ຜູ້​ນໍາ​ສູງ​ສຸດ​ຂອງ​ຕົນ ທ່ານ Kim Jong Un
​ໄດ້ມີ​ຄໍາ​ສັ່ງດ້ວຍຕົວ​ເອງ ໃຫ້ກອງ​ກໍາລັງ​ແນວ​ໜ້າ​ຕຽມ​ພ້ອມ ສໍາລັບທໍາ​ການ​ສູ້​ລົບ.

ແຕ່ຍັງ​ບໍ່​ທັນ​ຮ່ອງ​ຮອຍ​ໃດໆ ທີ່​ຊີ້​ບອກ​ວ່າ ​ໄດ້​ມີ​ການເຄື່ອນ​ໄຫວ​ທາງ​ທະຫານ​ທີ່​ຜິດ​ປົກກະ
ຕິ​ແນວໃດ​ເທື່ອ​ ໃນເກົາຫຼີ​ເໜືອນັ້ນ.

XS
SM
MD
LG