ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ທ່ານ Kerry ​ເລື່ອນ ການ​ເດີນ​ທາງ​ ໄປຢ້ຽມຢາມ ຟິລິບ​ປີນ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ເລື່ອນການຢ້ຽມຢາມ ຟີລິບປີນ
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ເລື່ອນການຢ້ຽມຢາມ ຟີລິບປີນ
ພາຍຸເຂດ​ຮ້ອນຫົວ​ນຶ່ງ ​ໄດ້​ບັງ​ຄັບ​ໃຫ້ ລັດຖະມົນຕີ​ການ​ຕ່າງປະ​
ເທດສະຫະລັດເລື່ອນການ​ເດີນ​ທາງ​ຂອງ​ທ່ານໄປຍັງຟິລິບ​ປີນ
ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ສຸດ​ທ້າຍໃນການ​ຢ້ຽ​ມຢາມ​ບັນດາ​ປະ​ເທດ
​ໃນ​ເຂດ​ເອ​ເຊຍ​ຂອງ​ທ່ານ.

ທ່ານ Kerry ​ໄດ້​ມີ​ກຳນົດທີ່​ຈະ​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່ຟິ
ລິບ​ປີນໃນ​ວັນ​ສຸກແລະ​ວັນ​ເສົາຈະ​ມານີ້ ຊຶ່ງ​ເປັນ​ເວລາ​ທີ່ຄາດ
​ວ່າ​ລົມພາຍຸເຂດ​ຮ້ອນ Nari ຈະພັດເຂົ້າຖະຫລົ່ມປະ​ເທດຟີ​ລິບ
ປິນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​
ຂ່າວໃນ​ວັນ​ພະຫັດ​ມື້​ນີ້​ວ່າທ່ານ​ຈະ​ພະຍາຍາມຈັດ​ໝາຍ​ກຳນົດ​ການ​ໃໝ່ໃນ​ການ​ເດີນທາງ
​ໄປ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ ໃນ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງ​ໜ້າ​ນີ້ ​ແລະ​ເນັ້ນ​ໜັກ ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “ຄູ່ຮ່ວມ​ງານທີ່​ເຂັ້ມ​ແຂງ” ລະຫວ່າງວໍ​ຊິງ​ຕັນ ແລະ​ມະ​ນິລາ.

ທ່ານ Kerry ​ໄດ້​ກ່າວ​ໃນ​ວັນ​ສຸດ​ທ້າຍ ຢູ່​ກອງ​ປະຊຸ​ມຜູ້​ນໍາ​ເອ​ເຊຍທີ່ບຣູ​ໄນ ບ່ອນ​ທີ່ທ່ານ​ເປັນ​
ໂຕ​ແທນ​ປະ​ທາ​ນາ​ທິບໍດີ Barack Obama ​ທີ່ບໍ່ສາມາດໄປຮ່ວມ​ໄດ້​ເນື່ອງ​ຈາກ​ໄດ້​ເກີດ​ບັນ
ຫາ​ຂັດ​ແຍ້​ງ ກ່ຽວ​ກັບ​ງົບປະມານ​ ທີ່ກຸງວໍ​ຊິງ​ຕັນ.

ປະທານາທິບໍ​ດີ​ Obama ກ່າວ​ວ່າ ການ​ບໍ່​ໄດ້​ຮ່ວມ​ຂອງ​ທ່ານນັ້ນຈະ​ບໍ່​ເປັນ​ຜົນກະທົບ​ຕໍ່ບົດ
ບາດ​ຂອງສະຫະລັດຢູ່​ໃນ​ເອ​ເຊຍ ​ແລະ​ຢືນ​ຢັດ​ວ່າ ທ່ານ​ຍັງ​ມີຄວາມ ​ໝັ້ນ​ໝາຍ ຕໍ່​ການ​ເພັ່ງ​
ເລັງໃໝ່​ ທາງ​ດ້ານ​ທະຫານແລະ​ດ້ານການ​ທູດຂອງ​ສະຫະລັດ ທີ່ແນ​ໃສ່​ຂົງ​ເຂດ​ເອ​ເຊຍ​ປາ
ຊິ​ຟິກ.

ທ່ານ Kerry ຊຶ່ງ​ໄດ້​ຢຸດແວ່​ຢູ່ບູຣ​ໄນ ​ແລະອິນ​ໂດ​ເນ​ເຊຍ​ແລ້ວນັ້ນ ບັດ​ນີ້​ຈະເດີນທາງ​ໄປ​ຍັງ
ມາ​ເລ​ເຊຍອັນ​ເປັນ​ບ່ອນ​ຢຸດແວ່​ສຸດ​ທ້າຍໃນການ​ຢ້ຽມຢາມ​ເຂດ​ເອ​ເຊຍ​ຂອງ​ທ່ານ.
XS
SM
MD
LG