ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອົງການ ນາໆຊາດ ເຕືອນເລື່ອງເງິນ ຊ່ວຍອົບພະຍົບ ໃນເຄນຢາ


<span class="short_text" id="result_box" lang="zh-TW"><span title="11月8日,在马尼拉以南的一个城镇,一名渔夫在安全返回陆地时拖着自己的网。">11月8日,在馬尼拉以南的一個城鎮,一名漁夫在安全返回陸地時拖著自己的網。</span></span>
<span class="short_text" id="result_box" lang="zh-TW"><span title="11月8日,在马尼拉以南的一个城镇,一名渔夫在安全返回陆地时拖着自己的网。">11月8日,在馬尼拉以南的一個城鎮,一名漁夫在安全返回陸地時拖著自己的網。</span></span>

​ອົງການ​ຊ່ອຍ​ເຫຼືອ​ນາໆ​ຊາດຫຼາຍອົງການທີ່​ເຮັດ​ວຽກ​ໃນເຄນ​ຢາ ​ໄດ້ກ່າວ​ເຕືອນ​ວ່າ​ການ
​ຂາດ​ແຄນເງິນ​ທຶນ​ທີ່​ສຳຄັນ​ນັ້ນ ​ຈະ​ມີ​ຜົນ​ກະທົບຕໍ່ຫຼາຍໆ​ສິບ​ພັນ​ຄົນ​ທີ່​ອາ​ໄສ​ຢູ່ໃນສູນ
ອົບ​ພະຍົບທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

8 ອົງການ​ຊ່ອຍ​ເຫຼືອຂອງນາໆ​ຊາດ ຮວມ​ທັງ Oxfam, Save the Children ​ໄດ້​ກ່າວ
​ໃນ​ຖະ​ແຫຼງຂ່າວສະບັບ​ນຶ່ງ​ວ່າ ​ບັນດາ​ອົງການ​ຊ່ອຍ​ເຫຼືອຈຳ​ເປັນ​ຕ້ອງ​ໄດ້​ຮັບເງິນ​ທຶນ​ຈໍານວນ 25 ລ້ານ​ໂດ​ລາ ​ເພື່ອ​ສືບ​ຕໍ່​ໃຫ້​ການຊ່ອຍ​ເຫຼືອ​ແກ່​ອົບ​ພະຍົບ ຈໍານວນ​ 465 ພັນ​ຄົນ ​ທີ່ສູນອົບ​ພະຍົບ Dadaab ​ໃນ​ປະ​ເທດ​ເຄນ​ຢາ. ຖະ​ແຫຼງ ຂ່າວຍັງ​ກ່າວ​ວ່າ ​ເງິນ​ທຶນ​ສຳ​ຫຼັບການ​ໃຫ້​ບໍລິການ​ທີ່​ສຳຄັນໆ ຈະ​ໝົດ​ລົງ​ພາຍ​ໃນ​ໄລຍະ​ສອງ​ສາມ​ເດືອນຂ້າງ​ໜ້າ​ນີ້.

ພວກອົບ​ພະຍົບທີ່​ສູນ​ດັ່ງກ່າວ​ແມ່ນ​ສືບ​ຕໍ່ເພີ່ມ​ຈຳນວນ​ຂຶ້ນ​ເລື້ອຍໆ​ໃນຮອບປີຜ່ານມາ​ ​ເຖິງ​ແມ່ນ​ວ່າຄວາມ​ແຫ້ງ​ແລ້ງ​ໃນ​ຂົງ​ເຂດ​ໄດ້​ດີ​ຂຶ້ນ​ແດ່​ແລ້ວ​ກໍຕາມ. ​ແຕ່ວ່າ ບັນດາອົງການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໄດ້​ເຕືອນ​ວ່າ ​ເງິນຊ່ອຍ​ເຫຼືອ​ຂອງນາໆ​ຊາດ​ສຳ​ຫຼັບສູນ​ອົບ​ພະຍົບດັ່ງກ່າວ ​ແມ່ນ​ບໍ່​ໄດ້​ເພີ່ມ​ຂຶ້ນ​ໃນ​ລະດັບ​ດຽວ​ກັນກັບ​ຈຳນວນ​ອົບ​ພະຍົບ.

ພວກອົບ​ພະຍົບສ່ວນ​ໃຫຍ່ໃນສູນ Dadaab ແມ່ນເປັນຊາວໂຊ​ມາ​ເລຍທີ່​ໄດ້ຫຼົບໜີ​ ຈາກ​ບ້ານ​ເກີດ​ເມືອງ​ນອນຂອງ​ພວກ​ເຂົາ​ເຈົ້າ​ ຍ້ອນບັນຫາຂັດ​ແຍ້​ງ​ຢ່າງ​ຮຸນ​ແຮງຄວາມທຸກ​ຈົນ ​ແລະ​ໄພ​ແຫ້ງ​ແລ້ງຢ່າງ​ໜັກ ໃນປີກາຍ​ນີ້.​

XS
SM
MD
LG