ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

​ຜູ້​ຊ່ຽວ​ຊານ ຍີ່​ປຸ່ນ ແລະ ຈີນ ຫາ​ລື ກ່ຽວ​ກັບ ຄວາມ​ເປັນ​ຫ່ວງ​ ໃນ​ການ​ປ່ອຍ​ນ້ຳ​ເສຍ​ທີ່ປົນສານ​ກຳ​ມັນ​ຕະ​ພາບ​ລັງ​ສີ ​ທີ່​ຖືກ​ບຳ​ບັດ​ແລ້ວ​


ເຄື່ອງປ້ຳ​ເພື່ອ​ຂົນ​ສົ່ງ​ນ້ຳ​ທະ​ເລ​ຂອງ​ໂຮງ​ໄຟ​ຟ້າ​ພະ​ລັງ​ງານ ນິວ​ເຄ​ລຍ ຟູ​ກູ​ຊິ​ມະ ໄດ​ອິ​ຊິ ໃນ​ລະ​ຫວ່າງ​ການ​ທ່ຽວ​ຊົມ​ສະ​ຖານ​ທີ່​ບຳ​ບັດ​ນ້ຳ ແລະ ປ່ອຍ​ນ້ຳ​ສຳ​ລັບ​ນັກ​ຂ່າວ​ຕ່າງ​ປະ​ເທດ, ເມືອງ ຟູ​ໂຕ​ບະ, 27 ສິງ​ຫາ 2023.
ເຄື່ອງປ້ຳ​ເພື່ອ​ຂົນ​ສົ່ງ​ນ້ຳ​ທະ​ເລ​ຂອງ​ໂຮງ​ໄຟ​ຟ້າ​ພະ​ລັງ​ງານ ນິວ​ເຄ​ລຍ ຟູ​ກູ​ຊິ​ມະ ໄດ​ອິ​ຊິ ໃນ​ລະ​ຫວ່າງ​ການ​ທ່ຽວ​ຊົມ​ສະ​ຖານ​ທີ່​ບຳ​ບັດ​ນ້ຳ ແລະ ປ່ອຍ​ນ້ຳ​ສຳ​ລັບ​ນັກ​ຂ່າວ​ຕ່າງ​ປະ​ເທດ, ເມືອງ ຟູ​ໂຕ​ບະ, 27 ສິງ​ຫາ 2023.

ຍີ່​ປຸ່ນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງ​ເຂົາ​ເຈົ້າ​ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ຄູ່​ຮ່ວມ ຈີນ ເພື່​ອ​ພະ​ຍາ​ຍາມ​ທີ່​ຈ​ະ​ບັນ​ເທົາ​ຄວາມ​ເປັນ​ຫ່ວງ​ຂອງ ປັກ​ກິ່ງ ກ່ຽວ​ກັບການ​ປ່ອຍນ້ຳ​ທີ່ປົນດ້ວຍສານ​ກຳ​ມັນ​ຕະ​ພາບ​ລັງ​ສີ ​ທີ່​ໄດ້ຖືກ​ບຳ​ບັດ​ແລ້ວນັ້ນ ​ອອກຈາກ​ໂຮງ​ງານ​ໄຟ​ຟ້າ​ພະ​ລັງ​ງານ​ນິ​ວ​ເຄ​ລຍ ຟູ​ກູ​ຊິ​ມະ ໄດ​ອິ​ຊິ ລົງ​ສູ່​ທະ​ເລ.

ການ​ປ່ອຍນ້ຳ​ເສຍ​ດັ່ງ​ກ່າວ​ ແມ່ນຖືກ​ຄັດ​ຄ້ານ​ໂດຍ​ກຸ່ມ​ນັກ​ຫາ​ປາ ແລະ ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ໂດ​ຍ​ສະ​ເພາະແມ່ນ ຈີນ, ເຊິ່ງ​ໄດ້​ຫ້າມ​ການ​ນຳ​ເຂົ້າ​ອາ​ຫານ​ທະ​ເລ​ທຸກ​ຊະ​ນິດ​ຈາກ ຍີ່​ປຸ່ນ. ການ​ເຄື່ອນ​ໄຫວ​ຂອງ ຈີນ ໄດ້​ສົ່ງ​ຜົນ​ກະ​ທົບ​ສ່ວນ​ໃຫຍ່​ຕໍ່​ບັນ​ດາ​ຜູ້​ລ້ຽງ​ຫອຍ ​ສ​ກາ​ລ​ລັອບ ຫຼື ຫອຍ​ແຄງ ແລະ ຜູ້​ສົ່ງ​ອອກ​ໄປ ຈີນ.

ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ທີ່​ຖືກ​ຈັດ​ຂຶ້ນ​ເມື່ອ​ວັນ​ເສົາ​ທີ່​ຜ່າ​ນ​ມາ​ ໃນ​ເມືອງ ດາຫຼຽນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຈີນ ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ໄດ້​ໃຫ້​ການ​ອະ​ທິ​ບາຍ “ທີ່​ອີງ​ໃສ່​ວິ​ທະ​ຍາ​ສາດ” ກ່ຽວ​ກັບ ວິ​ທີ​ການ​ປ່ອຍ​ນັ້ນ​ຖືກ​ປະ​ຕິ​ບັດ​ຢ່າງ​ປອດ​ໄພ​ດັ່ງ​ທີ່​ໄດ້​ວາງ​ແຜນ​ໄວ້, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ.

ເຫດ​ການ​ແຜ່ນ​ດິນ​ໄຫວ​ໃນ​ປີ 2011 ແລະ ຄື້ນ​ຊຸ​ນາ​ມິ ໄດ້​ສ້າງ​ຄວາ​ມ​ເສຍ​ຫາຍ​ຕໍ່​ການ​ສະ​ໜອງ​ໄຟ​ຟ້າ​ຂອງ​ໂຮງ​ງານ ຟູ​ກູ​ຊິ​ມະ ແລະ ຂະ​ບວນ​ການ​ເຮັດ​ໃຫ້​ເຕົາ​ປະ​ຕິ​ກອນ​ເຢັນ, ຈົນ​ກໍ່​ໃຫ້​ເກີດ​ການ​ເປື່ອຍ​ລົງ​ຂອງ​ເຕົາ​ປະ​ຕິ​ກອນ​ສາມ​ໜ່ວຍ ແລະ ກໍ່​ໃຫ້​ເກີດ​ການ​ສະ​ສົມ​ນ້ຳ​ເສຍ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຈຳ​ນວນຫຼາຍ. ຫຼັງ​ຈາກ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ​ຂອງ​ການ​ເກັບ​ໄວ້​ໃນ​ຖັງ​ທີ່​ກິນ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ສະ​ຖານ​ທີ່​ນັ້ນ, ໂຮງ​ງານ​ດັ່ງ​ກ່າວ​ໄດ້​ເລີ່​ມ​ທີ່​ຈະ​ປ່ອຍ​ນ້ຳ​ອອກຫຼັງ​ຈາກ​ໄດ້​ບຳ​ບັດ​ມັນ​ຢ່າງ​ໜ້ອຍ​ຄັ້ງ​ນຶ່ງ ແລະ ເຮັດ​ໃຫ້​ມັນ​ຈາງ​ລົງ​ດ້ວ​ຍ​ນ້ຳ​ທະ​ເລ​ເມື່ອ​ວັນ​ທີ 24 ສິງ​ຫາ, ທີ່​ໄດ້​ເລີ່ມ​ຂັ້ນ​ຕອນ​ທີ່​ຄາດ​ວ່າ​ ຈະ​ໃຊ້ເວ​ລາຫຼາຍ​ທົດ​ສະ​ວັດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ພວກ​ເພິ່ນ​ເມື່ອ​ເດືອນ​ພະ​ຈິກ​ປີ​ກາຍນີ້, ໄດ້​ຕົກ​ລົງ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ດ້ານ​ວິ​ທະ​ຍາ​ສາດ​ໂດຍ​ບັນ​ດາ​ນັກ​ຊ່ຽວ​ຊານ, ແລະ ສອງ​ປະ​ເທດ​ດັ່ງ​ກ່າວ​ ກໍ​ໄດ້​ຈັດ​ກອງ​ປະ​ຊຸມ​ທີ່ບໍ່​ເປັນ​ທາງ​ການຫຼາຍ​ຄັ້ງ. ຖະ​ແຫຼງ​ການ​ຂອງວັນ​ອາ​ທິດ​ວານນີ້​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ ແມ່ນ​ການ​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ເຈ​ລະ​ຈາ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG