ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄວາມວຸ້ນວາຍໃນ Ivory Coast


ຕຳຫຼວດ Ivory Coast ທີ່ຈົງຮັກພັກດີຕໍ່ທ່ານ Laurent Gbagbo ທີ່ປະກາດໂຕເປັນປະທານາທິບໍດີ ຕື່ມອີກນັ້ນ ປະເຊີນໜ້າ ກັບພວກປະທ້ວງ ທີ່ນະຄອນ Abidjan (16 ທັນວາ 2010)
ຕຳຫຼວດ Ivory Coast ທີ່ຈົງຮັກພັກດີຕໍ່ທ່ານ Laurent Gbagbo ທີ່ປະກາດໂຕເປັນປະທານາທິບໍດີ ຕື່ມອີກນັ້ນ ປະເຊີນໜ້າ ກັບພວກປະທ້ວງ ທີ່ນະຄອນ Abidjan (16 ທັນວາ 2010)

Ivory Coast ພວມກຽມຮັບມືກັບການກໍ່ຄວາມຮຸນແຮງ
ເພີ່ມຂຶ້ນໃນວັນສຸກມື້ນີ້ຊຶ່ງເປັນມື້ທີ 2 ໃນການວາງແຜນ
ເດີນຂະບວນປະທ້ວງ ຂອງພວກສະໜັບສະໜຸນ ທ່ານ
Alassane Quattara ຊຶ່ງເປັນຜູ້ຊະນະ ການເລືອກຕັ້ງ
ປະທານາທິບໍດີທີ່ທາງອົງການສະຫະປະຊາຊາດຮັບຮູ້ນັ້ນ.

ທ່ານ Quattara ໄດ້ຮຽກຮ້ອງໃຫ້ພັນທະມິດຂອງທ່ານ
ເດີນຂະບວນ ຢູ່ທີ່ນະຄອນຫຼວງ Abidjan ແລະພາກັນ
ເຂົ້າຢຶດເອົາ ຕຶກອອກອາກາດ ຂອງລັດຖະບານ. ການ
ພະຍາຍາມ ແຕ່ບໍ່ປະສົບຜົນສຳເລັດເພື່ອເຂົ້າຢຶດເອົາຕຶກ
ດັ່ງກ່າວ ໃນວັນພະຫັດວານນີ້ ໄດ້ພາໃຫ້ເກີດຄວາມຮຸນແຮງເວລາພວກປະທ້ວງໄດ້ປະທະ
ກັນກັບພວກທະຫານ ທີ່ຈົງຮັກພັກດີ ຕໍ່ທ່ານ Laurent Gbagbo ທີ່ໄດ້ປະກາດຕົນເອງ
ເປັນປະທານາທິບໍດີນັ້ນ. ໂຄສົກຍິງຄົນນຶ່ງຂອງທ່ານ Gbagbo ກ່າວວ່າ ມີ 20 ຄົນ ເສຍ
ຊີວິດໃນການປະທະກັນທີ່ວ່ານີ້ ຂະນະທີ່ພວກສະໜັບສະໜຸນທ່ານ Quattara ເວົ້າວ່າມີ
ຜູ້ເສຍຊີວິດຢ່າງນ້ອຍ 30 ຄົນ.

ຂະນະດຽວກັນສະຫະລັດກ່າວວ່າ ປະຊາຄົມນາໆຊາດໄດ້ເຕືອນທ່ານ Gbagbo ວ່າ ທ່ານ
ມີເວລາພຽງບໍ່ເທົ່າໃດມື້ທໍ່ນັ້ນ ທີ່ຕ້ອງໄດ້ລົງຈາກຕຳແໜ່ງ ຫລືບໍ່ດັ່ງນັ້ນກໍຈະປະເຊີນກັບການ
ຂວໍ້າບາດ ຫຼືຖືກລົງໂທດ.

ນອກນັ້ນ ສະຫະລັດຍັງໄດ້ອອກຄຳເຕືອນ ກ່ຽວກັບການເດີນທາງໄປ Ivory Coast ໂດຍ
ຮຽກຮ້ອງໃຫ້ປະຊາຊົນອະເມຣິກັນ ຫຼີກລ່ຽງການເດີນທາງໄປຍັງປະເທດດັ່ງກ່າວ. ກະຊວງ
ການຕ່າງປະເທດສະຫະລັດ ໄດ້ອະນຸຍາດໃຫ້ພວກເຈົ້າໜ້າທີ່ໆບໍ່ຈຳເປັນແລະສະມາຊິກຄອບ
ຄົວຈຳນວນນຶ່ງຂອງພະນັກງານສະຖານທູດສະຫະລັດອອກເດີນທາງໄປຈາກ Ivory Coast.

XS
SM
MD
LG