ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ພວກກະບົດໂຈມຕີ ສູນເກນ ທະຫານທີ່ແບກແດ໊ດ


ຄວາມຮຸນແຮງໃນອິຣັກ ວັນທີ5 ກັນຍາ
ຄວາມຮຸນແຮງໃນອິຣັກ ວັນທີ5 ກັນຍາ

ຄົນ​ວາງ​ລະ​ເບີດ​ສະລະ​ຊີບຢ່າງ​ນ້ອຍ 2 ຄົນໄດ້ທໍາ​ການ​ໂຈມ​ຕີ​ສູນ​ເກນທະຫານແຫ່ງ​ນຶ່ງໃນ​ ນະຄອນຫລວງ​ແບກ​ແດ໊ດ​ ໃນ​ວັນ​ອາທິດ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ຄົນ​ຢ່າງ​ນ້ອຍ 7 ຄົນເສຍ​ຊີວິດແລະ​ ຫລາຍ​ກວ່າ 20 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ອິຣັກກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ທໍາອິດ​ໄດ້​ຈູດ​ກະນວນ​ວັດຖຸ​ລະເບີດ​ທີ່​ບັນຈຸ​ໄວ້​ໃນລົດ​ຕູ້​ນ້ອຍ​ຄັນ​ນຶ່ງ​ ທີ່ຈອດ​ຢູ່ໃກ້ໆ​ກັບທາງ​ເຂົ້າໄປ​ຫາ​ສູນ​ກາງເກນ​ທະຫານນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ບ່ອນ​ເກີດ​ເຫດ​ກ່າວ​ວ່າ ຫລັງ​ຈາກ​ນັ້ນຜູ້​ວາງລະເບີດສະລະ​ຊີບ​ຄົນທີ​ສອງ​ ​ຍ່າງ​ເຂົ້າ​ໄປ​ໃນບໍລິ​ເວນ​ສູນ​ເກນ​ທະຫານ ​ແຕ່​ຜູ້​ກ່ຽວໄດ້​ຖືກຂ້າ​ຕາຍ​ກັບ​ທີ່.

ເມື່ອ 2-3 ​ສັບປະດາ​ຜ່ານ​ມາ​ນີ້ ຄົນວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ກໍໄດ້ໂຈມ​ຕີບ່ອນ​ດຽວ​ກັນ​ນີ້​ ໂດຍໄດ້​ເຮັດ​ໃຫ້​ ຢ່າງ​ນ້ອຍ 59 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຕື່ມ​ອີກ 125 ຄົນ.

ສະຫະລັດ​ໄດ້​ຢຸດຕິ​ການ​ປະຕິບັດ​ງານ​ສູ້​ລົບ​ໃນ​ອິຣັກ ​ທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 7 ປີ​ຂອງ​ຕົນ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ສັບປະດາ​ແລ້ວ​ນີ້. ແຕ່ສະຫະລັດ​ຍັງ​ມີ​ທະຫານ​ຈໍານວນ 50 ພັນ​ຄົນ​ ​ເຫລືອ​ຢູ່​ໃນ​ອິຣັກ ​ເພື່ອ​ໃຫ້ຄໍາ​ແນະ​ນໍາ​ແລະ​ໃຫ້ການ​ຊ່ອຍ​ເຫລືອ ​ແກ່​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣັກ ​ໃນ​ຂະນະ​ທີ່​ພວກເຂົາ​ເຈົ້າຮັບເອົາ​ຄວາມ​ຮັບຜິດຊອບ​ໂດຍ​ເຕັມ​ ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ນັ້ນ.

XS
SM
MD
LG