ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປະຊາຊົນ 50 ຄົນ ເສຍຊີວິດ ແລະບາດເຈັບ 200 ກວ່າຄົນ ໃນອີຣັກ (ເບິ່ງສະໄລດ໌ກັບວີດີໂອ)


ນາຍ Ahmed Ali ກໍາລັງເບິ່ງລົດລາວທີ່ຖຶກວາງລະເບີດໂຈມຕີທີ່ກຸງແບກແດ໊ດ,
ອີຣັກ.
ວັນທີ 23 ກຸມພາ 2012.
ນາຍ Ahmed Ali ກໍາລັງເບິ່ງລົດລາວທີ່ຖຶກວາງລະເບີດໂຈມຕີທີ່ກຸງແບກແດ໊ດ, ອີຣັກ. ວັນທີ 23 ກຸມພາ 2012.

ບັນດາ​ເຈົ້າ​ໜ້າທີ່​ອີຣັກກ່າວ​ວ່າ ຄື້ນຟອງ​ແຫ່ງ​ການ​ໂຈມ​ຕີ​ໃນ​ທົ່ວ​ປະ​ເທດໄດ້ເອົາ​ຊີວິດ​ປະຊາ
ຊົນ​ໄປ​ຢ່າງ​ໜ້ອຍ 50 ຄົນ​ແລະ​ບາດ​ເຈັບອີກ​ຫລາຍ​ກວ່າ 200 ຄົນ​ໃນ​ການ​ໂຈມ​ຕີ​ບັ້ນ​ນຶ່ງ​ທີ່​
ມີ​ຜູ້​ຄົນເສຍ​ຊີວິດ​ໄປ​ຫລາຍທີ່​ສຸດ​ໃນ​ປີ​ນີ້.

ພວກ​ທີ່​ເສຍ​ຊີວິດ​ໄປ​ສ່ວນ​ຫລາຍ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ກຸງ​ແບກ​ແດ໊ດ ບ່ອນ​ທີ່​ລະ
ເບີດ​ຫລາຍ​ລູກ​ໄດ້​ແຕກ​ຂຶ້ນ​ຮວມທັງ​ໃນ​ຄຸ້ມ Karradah ທີ່​ປະຊາຊົນສ່ວນ​ໃຫຍ່ນັບຖື​ສາສະ
ໜາ​ອິສລາມ​ນິກາຍ Shi’ite ອາ​ໄສ​ຢູ່ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 9 ຄົນ​ແລະ​ໄດ້​ຮັບ​
ບາດ​ເຈັບ​ຕື່ມອີກ 24 ຄົນ.

ພວກ​ຫົວ​ຮຸນ​ແຮງ​ຍັງ​ໄດ້​ທໍາ​ການ​ໂຈມ​ຕີ​ໃນ​ຫົວ​ເມືອງ​ນ້ອຍ​ແລະ​ໃຫຍ່ຕື່ມ​ອີກ 10 ຫົວ​ເມືອງ
ໂດຍ​ທໍາ​ການ​ໂຈມ​ຕີ​ພວກ​ລາດ​ຕາ​ເວນທີ່​ຮັກສາຄວາມ​ປອດ​ໄພ ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ແລະ
ໂຮງຮຽນ​ແຫ່ງນຶ່ງ​ເຊ່ນ​ກັນ.

ຄວາມ​ວຸ້ນວາຍ​ດັ່ງກ່າວ ​ມີ​ຂຶ້ນ​ຫລັງ​ຈາກ​ການວາງ​ລະ​ເບີດ​ໃນ​ລົດ​ໃນ​ວັນ​ອາທິດ​ຜ່ານ​ມາທີ່​ກຸງ​
ແບກ​ແດ໊ດທີ່​ໄດ້​ສັງຫານ​ພວກ​ຕໍາຫລວດ​ໃໝ່ຢ່າງ​ໜ້ອຍ 19 ຄົນ​ຢູ່​ນອກ​ໂຮງ​ຮຽນ​ນາຍຮ້ອຍ
ຕໍາຫລວດ​ແຫ່ງ​ນຶ່ງ.

ກ່ອນ​ໜ້າ​ນັ້ນ ສະຖານະ​ການ​ໃນ​ນະຄອນຫລວງ​ ຢູ່​ໃນ​ສະພາບງຽບ​ສະຫງົບ​ມາ ​ເປັນ​ສ່ວນ
ໃຫຍ່ ​ພ້ອມ​ທັງ​ເຫັນ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ຜ່ອນຄາຍ​ລົງ ​ລະຫວ່າງ​ນາຍົກລັດ
ຖະມົນຕີ ທີ່​ຖື​ນິກາຍ Shi’ite ​ແລະ​ພວກ​ສະມາຊິກ​ຂັ້ນອາວຸ​ໂສ ຂອງ​ກຸ່ມ​ການ​ເມືອງ​ທີ່​ຖືນິ
ກາຍ​ຊຸນ​ນີ ນັ້ນ.

XS
SM
MD
LG