ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ອີຣ່ານຈະປ່ອຍນັກເດີນປ່າ ອະເມຣິກັນ


ສຳນັກງານຜູ້ຕາງໜ້າຂອງອີຣ່ານປະຈຳອົງການສະຫະປະ ຊາຊາດ ໃຫ້ການຢືນຢັນວ່າ ເຕຫະຣ່ານຈະປ່ອຍນັກເດີນ ປ່າຊາວອະເມຣິກັນ ນາງ Sarah Shourd ໃນໄວໆນີ້.

ໃນການຖະແຫຼງ ມື້ວານນີ້ ທ່ານ Bak Sahraei ອຸບປະ ທູດທີ 2 ຂອງສຳນັກງານຜູ້ຕາງໜ້າອີຣ່ານກ່າວວ່າ ທ່ານ ຢາກໃຫ້ ການຢືນຢັນວ່າ ອີຣ່ານຈະປ່ອຍນາງ Sarah Shourd ໃນໄວໆນີ້.

ອີຣ່ານກ່ອນໜ້ານີ້ປະກາດວ່າ ນຶ່ງໃນຈຳນວນ ຊາວອະເມຣິ ກັນ 3 ຄົນ ທີ່ຖືກອີຣ່ານຈັບ ໃນເດືອນກໍລະກົດ ປີ 2009 ນັ້ນ ຈະຖືກປ່ອຍ ທີ່ນະຄອນ ຫຼວງເຕຫະຣ່ານ ໃນຕອນເຊົ້າ ຂອງມື້ວັນເສົານີ້.

ນາຍ Shane Bauer ນາງ Sarah Shourd ແລະນາຍ Josh Fattal ໄດ້ຖືກຈັບໃນ ວັນທີ 31 ກໍລະກົດ ປີ 2009 ຂະນະທີ່ພວມເດີນປ່າ ຢູ່ໃນພາກເໜືອ ຂອງປະເທດອີຣັກ ໃນບໍລິເວນຊາຍແດນ ທີ່ຕິດກັບອີຣ່ານ. ຄອບຄົວຂອງພວກເຂົາເຈົ້າ ກ່າວວ່າ ບຸກຄົນທັງ 3 ໄດ້ຂ້າມເຂົ້າໄປ ໃນເຂດແດນຂອງອີຣ່ານ ດ້ວຍຄວາມບັງເອີນ. ແຕ່ເຈົ້າໜ້າທີ່ອີຣ່ານໄດ້ກ່າວ ຫາ ບຸກຄົນທັງ 3 ວ່າ ເປັນສອດແນມ.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນຍັງບໍ່ທັນໄດ້ຮັບ ການຢືນຢັນ ກ່ຽວກັບ ແຜນການ ປ່ອຍໂຕໃນຄັ້ງນີ້. ທ່ານ Mark Toner ໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ສະຫະລັດ ໄດ້ພະຍາຍາມເພື່ອໃຫ້ໄດ້ຮັບຂໍ້ມູນເພີ້ມຕື່ມຈາກພວກນັກ ການທູດ ສະວິດເຊີແລນ ຊຶ່ງເປັນຜູ້ຮັກສາຜົນປະໂຫຍດ ຂອງສະຫະຣັດ ຢູ່ໃນອີຣ່ານ.

XS
SM
MD
LG