ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການປະຕິເສດຂອງອີຣ່ານວ່າ ບໍ່ໄດ້ໃຫ້ການສະໜັບສະໜູນແກ່ ກອງທະຫານບ້ານໃດໆ ຢູ່ໃນ 'ອີຣັກ, ຊີເຣຍ ຫຼືບ່ອນອື່ນໆ' ແມ່ນເປັນການເວົ້າຜິດ ຢ່າງຊັດເຈນເລີຍ


ພາບໃບປິວທີ່ເຮັດອອກມາໂດຍສຳນັກງານປະທານາທິບໍດີຂອງອີຣ່ານ ເມື່ອວັນທີ 2 ກຸມພາ 2024, ສະແດງໃຫ້ເຫັນ ປະທານາທິບໍດີ ອີບຣາຮີມ ເຣຊີ ກຳລັງຢ້ຽມຢາມ ກອງກຳລັງພະທັກປະຕິວັດອິສລາມ ຫຼື IRGC ຢູ່ຖານທັບເຮືອໃນເມືອງບານດາຣ ອາບບັສ ຂອງອີຣ່ານ. (Iranian presidential office via AFP)
ພາບໃບປິວທີ່ເຮັດອອກມາໂດຍສຳນັກງານປະທານາທິບໍດີຂອງອີຣ່ານ ເມື່ອວັນທີ 2 ກຸມພາ 2024, ສະແດງໃຫ້ເຫັນ ປະທານາທິບໍດີ ອີບຣາຮີມ ເຣຊີ ກຳລັງຢ້ຽມຢາມ ກອງກຳລັງພະທັກປະຕິວັດອິສລາມ ຫຼື IRGC ຢູ່ຖານທັບເຮືອໃນເມືອງບານດາຣ ອາບບັສ ຂອງອີຣ່ານ. (Iranian presidential office via AFP)
ທ່ານອາເມຍ ຊາອີດ ອີຣາວານີ

ທ່ານອາເມຍ ຊາອີດ ອີຣາວານີ

ເອກອັກຄະລັດຖະທູດຂອງອີຣ່ານ ປະຈຳອົງການສະຫະປະຊາຊາດ

"ບໍ່ມີກຸ່ມໃດທີ່ກ່ຽວພັນກັບສາທາລະນະລັດອິສລາມ ຫຼືກອງກໍາລັງປະກອບອາວຸດຂອງອີຣ່ານ, ບໍ່ວ່າຈະຢູ່ໃນອີຣັກ, ຊີເຣຍ ຫຼືບ່ອນອື່ນກໍຕາມ ທີ່ດໍາເນີນການໂດຍກົງ ຫຼືທາງອ້ອມ ພາຍໃຕ້ການຄວບຄຸມຂອງສາທາລະ ນະລັດອິສລາມ ຂອງອີຣ່ານ ຫຼືດໍາເນີນການໃນນາມຂອງປະເທດນີ້."

ນັ້ນແມ່ນບໍ່ຖືກຕ້ອງ.

ສະຫະລັດໄດ້ເວົ້າວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ໃສ່​ຖານ​ທັບ​ຂອງສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈໍ​ແດັນທີ່​ໄດ້​ສັງຫານ​ທະຫານ​ສະຫະລັດ 3 ຄົນ ​ແລະ​ເຮັດໃຫ້​ບາດ​ເຈັບ​ອີກ 40 ຄົນນັ້ນ ແມ່ນທໍາໂດຍກຸຸ່ມຕໍ່ຕ້ານຂອງພວກອິສລາມອີຣັກ.

ໃນວັນ​ທີ 2 ກຸມພາ​ນີ້ຜ່ານມາ, ທ່ານຈອນ ເຄີບີ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງສະຫະລັດກ່າວ​ວ່າ ກຸ່ມ​ດັ່ງກ່າວ​ແມ່ນ​ອົງການ​ຈັດ​ຕັ້ງເຄືອຂ່າຍ​ຂອງ​ກອງທະຫານບ້ານ ​ທີ່​ສະໜັບສະໜູນ​ອີຣ່ານ, ​ໃນ​ນັ້ນລວມ​ມີກຸ່ມກາຕາອິບ ເ​ຮັສໂບລາ.

ອົງການຂ່າວ CBS ລາຍງານໃນວັນທີ 2 ກຸມພາຜ່ານມານີ້ວ່າ ທຳນຽບຂາວໄດ້ອະນຸມັດແຜນການຕອບໂຕ້ຄືນຂອງທຳນຽບຫ້າແຈ ເຊິ່ງລວມມີການໂຈມຕີດ້ວຍລູກສອນໄຟຫຼາຍໆຄັ້ງທີ່ແນເປົ້າໝາຍໃສ່ພະນັກງານ ແລະອາຄານແຫ່ງຕ່າງໆ ຂອງອີຣ່ານໃນອີຣັກ ແລະຊີເຣຍ.

ປະທານາທິບໍດີ ທ່ານໂຈ ໄບເດັນ ກ່າວວ່າ ອີຣ່ານເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ "ໃນຄວາມໝາຍທີ່ວ່າ ພວກເຂົາກຳລັງສະໜອງອາວຸດ ໃຫ້ແກ່ຜູ້ທີ່ທໍາການໂຈມຕີນັ້ນ."

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານລອຍ ອອສຕິນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 1 ກຸມ​ພາຜ່ານມາ​ນີ້​ວ່າ “ການ​ຮູ້​ທີ່ຈະແຈ້ງ​ຊັດ​ເຈນ​ກ່ຽວ​ກັບ​ສິ່ງ​ທີ່​ອີ​ຣ່ານ​ຮູ້ ຫຼື​ ບໍ່​ຮູ້” ກ່ຽວ​ກັບ​ການ​ໂຈມ​ຕີ​ແມ່ນ “ບໍ່​ສໍາຄັນ,” ເພາະສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ “ສະ​ໜັບ​ສະ​ໜູນ, ໃຫ້​ເງິນຊ່ວຍເຫລືອ ແລະ ໃນ​ບາງ​ກໍ​ລະ​ນີ, ທໍາການຝຶກໃຊ້ອາວຸດທໍາມະດາທີ່ທັນສະໄໝໃຫ້ແກ່ກຸ່ມເຫຼົ່ານີ້."

ທ່ານອອສຕິນ ກ່າວວ່າ "ພວກເຂົາແມ່ນຕົວແທນຂອງອີຣ່ານ."

ອີຣ່ານ​ໄດ້​ປະຕິ​ເສດ​ວ່າ ບໍ່ມີ​ການ​ເຊື່ອມ​ໂຍງ​ເຊັ່ນນັ້ນ, ​ໂດຍ​ທ່ານອາເມຍ ຊາອີດ ອີຣາວານີ (Amir Saeid Iravani), ​ເອກ​ອັກຄະ​ລັດຖະທູດ​ອີຣ່ານປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ອ້າງ ຢູ່ໃນ​ຈົດໝາຍ​ເຖິງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ​ວ່າ:

"ບໍ່ມີກຸ່ມໃດທີ່ກ່ຽວພັນກັບສາທາລະນະລັດອິສລາມ ຫຼືກອງກໍາລັງປະກອບອາວຸດຂອງອີຣ່ານ, ບໍ່ວ່າຈະຢູ່ໃນອີຣັກ, ຊີເຣຍ ຫຼືບ່ອນອື່ນກໍຕາມ ທີ່ດໍາເນີນການໂດຍກົງ ຫຼືທາງອ້ອມພາຍໃຕ້ການຄວບຄຸມຂອງສາທາລະນະລັດອິສລາມຂອງອີຣ່ານ ຫຼືດໍາເນີນການໃນນາມຂອງປະ ເທດນີ້."

ນັ້ນແມ່ນບໍ່ຖືກຕ້ອງ.

ສະຖາບັນ Royal United Services ຊຶ່ງເປັນອົງການຄົ້ນຄວ້າ ດ້ານປ້ອງກັນຊາດ ແລະຄວາມໝັ້ນຄົງຂອງອັງກິດຄາດຄະເນວ່າ ຢ່າງໜ້ອຍມີກອງທະຫານບ້ານ 40 ກຸ່ມທີ່ “ໄດ້ຮັບທຶນ ແລະປະຕິບັດການທີ່ສໍາຄັນຢ່າງໃກ້ຊິດ ໂດຍກອງ​ກຳລັງພິທັກປະ​ຕິ​ວັດ​ອິ​ສ​ລາມທີ່ມີອໍານາດຂອງອີຣ່ານ,” ຕາມການລາຍງານຂອງສຳນັກຂ່າວ CBS News ໃນວັນທີ 1 ກຸມພາຜ່ານມາ.

ໜັງສືພິມຮັກສາຄວາມໝັ້ນຄົງຂອງຊາດວັນນີ້ ຫລື Homeland Security Today ຊຶ່ງເປັນໜັງສືພິມແຫລ່ງນຶ່ງຂອງສະຫະລັດ ທີ່ກ່ຽວພັນກັບແນວໂຮມດ້ານເທັກໂນໂລຈີ ແລະການບໍລິການຂອງລັດຖະບານທີ່ຕັ້ງຢູ່ສະຫະລັດ ຊຶ່ງເປັນກຸ່ມການຄ້າທີ່ບໍ່ຂຶ້ນກັບລັດຖະບານ ໄດ້ລາຍງານກ່ຽວກັບການວິເຄາະໃນວັນທີ 1 ກຸມພາຜ່ານມານີ້ວ່າ ກຸ່ມທະຫານທີ່ຄວບຄຸມໂດຍອີຣ່ານ ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີກໍ່ການຮ້າຍເກືອບ 3,000+ ທີ່ເກີດຂຶ້ນໃນລະຫວ່າງ ປີ 2018 ແລະ 2023 ໃນເຂດຕາເວັນອອກກາງ ແລະແຫຼມ ຮອນ ຂອງທະວີບອາຟຣິກາ.

ສະພາ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະລັດ (CFR) ​ໄດ້​ລາຍ​ງານ​ວ່າ ກອງ​ກຳລັງຄູສ (Quds) ຂອງ​ອີຣ່ານ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ກອງ​ກຳລັງພິທັກປະຕິວັດອິສລາມ (IRGC) ​ເປັນ​ຈຸດ​ຕິດ​ຕໍ່​ພົວພັນ​ລະຫວ່າງ Tehran ກັບ​ພວກ​ຕົວ​ແທນ​ຂອງ​ຕົນ, ສະໜອງ​ການ​ຝຶກ​ອົບ​ຮົມ, ອາວຸດ​ຍຸດ​ໂທ​ປະກອນ ​ແລະ​ເງິນ​ທຶນ.

ອີງຕາມການຄົ້ນຄວ້າຮ່ວມກັນໂດຍໜັງສືພິມ Financial Times ແລະສະຖາບັນສໍາລັບການສຶກສາດ້ານຍຸດທະສາດສາກົນ, ຂໍ້ມູນໃນແຜນທີ່ຂອງ CFR ກ່ຽວກັບ 12 ກອງທະຫານບ້ານ ທີ່ສະຫນັບສະຫນູນໂດຍອີຣ່ານທີ່ໂດດເດັ່ນທີ່ສຸດຢູ່ໃນເຂດຕາເວັນອອກກາງ -ທະວີບອາຟຣິກາໃນເດືອນຕຸລາ 2023.

ການ​ຄົ້ນ​ຄວ້າ​ໄດ້​ຄາດ​ຄະ​ເນວ່າ ​ຈຳ​ນວນ​ນັກ​ລົບ​ຂອງ​ກອງ​ທະຫານບ້ານ ປະກອບ​ອາ​ວຸດ 12 ກອງລວມກັນ ມີ​ຢູ່​ລະ​ຫວ່າງ 124,000 ຫາ 198,000 ຄົນ. CFR ຢືນຢັນ​ວ່າ 9 ​ກອງທະຫານ​ໃນຈຳນວນ ທັງໝົດ 12 ​ກອງ, ແມ່ນມີການ​ຄວບ​ຄຸມ​ຂອງ​ອີ​ຣ່ານ​ “ຢ່າງ​ແຂງແກ່ນ” ​ແລະ​ກອງ​ທະຫານສາມກອງທີ່​ຍັງ​ເຫຼືອ​ແມ່ນມີການຄວບຄຸມ “ປານກາງ.”

ພວກ​ນັກ​ລົບ​ທີ່​ມາ​ຈາກ​ປະ​ເທດ​ທີ່​ນັບຖື​ສາສະໜາ​ອິສລາມ ນິກາຍ​ຊີ​ໄອ ​ເຊັ່ນ​ອີຣັກ ​ແລະ​ເລ​ບາ​ນອນ ກວມເອົາ​ສ່ວນ​ໃຫຍ່ ໃນກຸ່ມທະຫານພວກນີ້.

ນຶ່ງ​ໃນ​ນັ້ນ​ແມ່ນ​ກຸ່ມເຮສໂບລາ, ພັກ​ການ​ເມືອງ​ຂອງ​ເລ​ບາ​ນອນ ​ແລະ​ກຸ່ມທະຫານບ້ານ ​ແມ່ນກຸ່ມທີ່​ມີ​ຊື່​ສຽງ ໃນດ້ານການມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ຄາດ​ຄະ​ເນ​ວ່າ ​ກຸ່ມເຮສໂບລາ ໄດ້​ຮັບ​ເງິນ​ຈາກ​ອີ​ຣ່ານ​ປະ​ມານ 700 ລ້ານ​ໂດ​ລາ​ຕໍ່​ປີ. ເຕຫະຣ່ານ ຍັງໄດ້ສະໜອງເງິນປະມານ 100 ລ້ານໂດລາຕໍ່ປີໃຫ້ແກ່ກຸ່ມປາແລັສໄຕນ໌, ລວມທັງກຸ່ມຮາມາສ ແລະກຸ່ມປາແລສໄຕນ໌ ອິສລາມຈີຮາດ.

ນັບ​ແຕ່​ຕົ້ນ​ຊຸມ​ປີ 1990 ​ເປັນ​ຕົ້ນ​ມາ, ອີຣ່ານ ​ໂດຍ​ຜ່ານ IRGC, ​ໄດ້​ສະໜັບສະໜູນ ​ແລະ ຝຶກແອບບັນດາ​ກຸ່ມ​ຫົວ​ຮຸນ​ແຮງ​ ເຊັ່ນກາຕາອິບ ເຮັສໂບລາຂອງ​ອີຣັກ, ກຸ່ມ​ຫົວ​ຮຸນ​ແຮງຊາຣາຢາ ອາລ ອາສຕາ (Saraya al Ashtar) ຂອງ​ບາຫ໌ເຣນ ​ແລະ ກຸ່ມຮາມາສ ປາ​ແລ​ສ​ໄຕ​ນ໌.

ໃນລະຫວ່າງປີ 2012 ຫາ 2023, ລະບອບການປົກຄອງຂອງອີຣ່ານ ໄດ້ໃຊ້ເງິນຫຼາຍກວ່າ 16 ຕື້ໂດລາ ສະໜັບສະໜູນລະບອບການປົກຄອງ ຂອງທ່ານບາຊາ ອາລ-ອາຊາດ (Bashar al-Assad) ຢູ່ໃນຊີເຣຍ ແລະກອງທະຫານຕົວແທນໃນຊີເຣຍ, ອີຣັກ ແລະເຢເມນ, ອີງຕາມ ສູນກາງວີລຊັນ (Willson Center), ສະຖາບັນວິ​ໄຈ ທີ່ມີສຳນັກງານຕັ້ງຢູ່ນະຄອນຫລວງວໍຊິງຕັນ ລາຍງານເມື່ອເດືອນກັນຍາທີ່ຜ່ານມາ, ໂດຍອ້າງອີງຂໍ້ມູນຂອງກະຊວງການຕ່າງປະເທດ.

XS
SM
MD
LG