ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສຫລ ວ່າ ອີຣ່ານອາດຈະ ທໍາການຕອບໂຕ້ຄືນ ຖ້າຫາກຖືກໂຈມຕີ ຍ້ອນໂຄງການນິວເຄລຍ (ເບິ່ງວີດີໂອ)


A skytrain passes over vehicles on the road in Bangkok, Thailand..
A skytrain passes over vehicles on the road in Bangkok, Thailand..

ຫົວໜ້າ​ສືບ​ລັບ​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະລັດ​ກ່າວ​ວ່າ ອີຣ່ານອາດ​ຈະ​ຕອບ​ໂຕ້ ຖ້າ​ຫາກ​ຖືກ
ໂຈມ​ຕີ​ຍ້ອນ​ກິດຈະກຳ​ຕ່າງໆ​ທາງ​ດ້ານ​ນິວ​ເຄລຍ ​ແຕ່​ບໍ່​ມີ​ທ່າ​ທາງ​ວ່າຈະ​ເປັນຜູ້​ລິ​ເລີ່​ມຫຼືຕັ້ງ​ໃຈ​ທີ່​
ຈະ​ທ້າ​ທາຍ​ກໍ່​ໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງ.

ການ​ຊັ່ງຊາ​ຕີ​ລາຄາ​ທີ່​ວ່າ​ນີ້ ​ແມ່ນ​ມາ​ຈາກ​ຜູ້ອຳນວຍການ​ອົງການ​ສືບ​ລັບ​ຂອງ​ກະຊວງ​ປ້ອງ​ກັນ​
ປະ​ເທດ​ສະຫະລັດ ພົນ​ໂທ Ronald Burgess ຊຶ່ງ​ທ່ານ​ໄດ້​ກ່າວໃນ​ການ​ໃຫ້ການ​ຕໍ່​ສະພາ
ສູງຂອງ​ສະຫະລັດໃນ​ວັນ​ພະຫັດ​ວານ​ນີ້ວ່າ ຖ້າ​ອີຣ່ານຫາກ​ຖືກ​ໂຈມ​ຕີອີຣ່ານອາດ​ຈະ​ທຳ​ການ​
ຕອບ​ໂຕ້​ດ້ວຍ​ມາດ​ຕະການ​ຕ່າງໆ ຮວມທັງ​ການ​ອັດ​ເສັ້ນທາງ​ຂົນ​ສົ່ງ​ທາງ​ທະ​ເລ ​ທີ່​ສຳຄັນ​ນຳ​
ດ້ວຍ.

ພົນ​ໂທ Burgess ກ່າວ​ວ່າ “ອີຣ່ານ ສາມາດ​ປິດ​ຊ່ອງ​ແຄບ Hormuz ຢ່າງ​ນ້ອຍ​ກໍ​
ເປັນການ​ຊົ່ວຄາວ​ໄດ້​ແລະ​ອາດ​ຈະ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ກຳລັງ​ຂອງ​ສະຫະລັດ​
ແລະພັນທະ​ມິດ​ຂອງ​ພວກ​ເຮົາຢູ່​ໃນ​ຂົງ​ເຂດ ຖ້າ​ອີຣ່ານຫາກ​ຖືກ​ໂຈມ​ຕີ. ນອກ​ນັ້ນ
ອີຣ່ານຍັງ​ສາມາດ​ພະຍາຍາມ ​ທີ່​ຈະສວຍ​ໃຊ້​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ເປັນ​ຕົວແທນຢູ່​ໃນ​
ທົ່ວ​ໂລກ ​ແຕ່​ແນວ​ໃດ​ກໍ​ຕາມ ການ​ຊັ່ງຊາ​ຕີ​ລາຄາ ໂດຍ​ອົງການ​ຂອງທ່ານ​ແລ້ວ
ບໍ່​ມີ​ທ່າ​ທາງ​ວ່າ​ ອີຣ່ານຈະ​ເປັນ​ຜູ້​ລິ​ເລີ່​ມຫຼືຕັ້ງ​ໃຈ​ຈະ​ທ້າ​ທາຍ​ກໍ່​ໃຫ້​ເກີດບັນຫາ​ຂັດ​
ແຍ້​ງຂຶ້ນ.”

ພົນໂທ Ronald Burgess
ພົນໂທ Ronald Burgess

ທັງທ່ານ Burgess ​ແລະ​ຜູ້ອຳ​
ນວຍ​ການ​ອົງການ​ສືບ​ລັບ​ແຫ່ງ​
ຊາດ​ຂອງ​ສະຫະລັດ ທ່ານ
James Clapper ຕ່າງ​ກໍ​ໄດ້
ໃຫ້ການ​ ຕໍ່​ສະພາ​ສູງ​ຂອງ​ສະ
ຫະລັດ​ວ່າ ​ເປັນ​ທີ່​ເຊື່ອ​ກັນ​ວ່າ​
ອິສຣາ​ແອ​ລ ຍັງ​ບໍ່​ທັນ​ຕັດສິນ​
ໃຈ​ເທື່ອ​ ກ່ຽວ​ກັບ​ການ​ໂຈມ​ຕີ​
ອີຣ່ານ.

ຫຼາຍໆ​ປະ​ເທດ​ເຊື່ອ​ວ່າອີຣ່ານ
ພວມ​ສວຍ​ໃຊ້​ ໂຄງການ​ນິວ
ເຄລຍພົນລະ​ເຮືອນ ຂອງ​ຕົນ
ເປັນ​ເຄື່ອງ​ບັງ​ໜ້າ​ເພື່ອ​ສ້າງ​ອາ
ວຸດ​ປະລະມາ​ນູ. ພວກ​ຜູ້ນຳ​
ຂອງ​ອິສຣາ​ແອ​ລ​ໄດ້​ເຕືອນ​ຊໍ້າ​
ແລ້ວ​ຊໍ້າ​ອີກ​ວ່າ ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ອີຣ່ານມີ​ອາວຸດປະລະມານູຢູ່ໃນ​ຄວາມ​ຄອບ​ຄອງ​ໄດ້.

ທີ່​ກຸງ​ໂຕ​ກຽວ​ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອ​ລທ່ານ
Ehud Barak ​ໄດ້​ຮຽກຮ້ອງ​ໃຫ້​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣ່ານ. ທ່ານ Barak ​ເວົ້າວ່າ ​ໃນ​
ຂະນະ​ທີ່​ການ​ລົງໂທດ​ໃນ​ເວລາ​ນີ້ ​ໄດ້​ມີ​ຜົນ​ກະທົບ​ຕໍ່​ພວກ​ເຈົ້າໜ້າ​ທີ່​ອີຣ່ານ​ແຕ່​ການ​ລົງ​ໂທດ
ເພີ່ມ​ຕື່ມ​ແມ່ນ​ມີ​ຄວາມ​ຈຳ​ເປັນ.

ໃນ​ມື້ວັນ​ພຸດ​ຜ່ານ​ມາ​ນີ້ ສະຫະລັດ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ກ່ຽວ​ກັບ​ການ​ກ່າວ​ອ້າງຂອງ​ອີຣ່ານ
ທີ່​ວ່າ​ຕົນ​ໄດ້​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ໂຄງການ​ນິວ​ເຄລຍຂອງ​ຕົນ​ໂດຍ​ເວົ້າວ່າ​ເຕຫະຣ່ານ
ຕ້ອງການ​ຢາກ​ຫັນ​ເຫ​ຄວາມ​ສົນ​ໃຈ​ ໄປ​ຈາກ​ການ​ໂດດດ່ຽວ​ທາງ​ດ້ານ​ການ​ທູດ​ທີ່​ພວມ​ເພີ່ມ
ທະວີ​ຂຶ້ນຂອງ​ຕົນ.

ເບິ່ງວີດີໂອ ສະມາຊິກສະພາສູງສະຫະລັດ ເຕືອນອາເມຣິກາລາຕິນ ກ່ຽວກັບ
ຄວາມສຳພັນກັບອີຣ່ານ

XS
SM
MD
LG