ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ອິນໂດເນເຊຍ ທາລຸນພວກນັກໂທດ ຢ່າງແຜ່ຫລາຍ


ນັກໂທດໃນຄຸກອິນໂດເນເຊຍ.
ນັກໂທດໃນຄຸກອິນໂດເນເຊຍ.

ລາຍ​ງານ​ຈາກ​ກຸ່ມ​ຊ່ອຍ​ເຫລືອ​ດ້ານ​ກົດໝາຍ​ທີ່ກຸງ Jakarta ​ເວົ້າວ່າ ພວກ​ຕໍາຫລວດ​ແລະ​ເຈົ້າ​ໜ້າ​ທີ່​​ຄຸກ​​ໃນອິນ​ໂດ​ເນ​ເຊຍ​ ທໍາ​ການ​ທາລຸນ​ນະ​ກໍາພວກນັກ​ໂທດ ເປັນ​ປະ​ຈໍາ​ແລະ​ຢ່າງ​ ເປັນ​ລະ​ບົບ. ລາຍ​ງານ​ສະບັບ​ນີ້​​ແມ່ນອິງ​ຕາມການ​ສໍາພາດ​​ໃນ​ຂັ້ນກວ້າງຂວາງ ກັບ​ພວກ​ນັກ​ໂທດ ຕໍາຫລວດ ຜູ້​ພິພາກສາ​ແລະ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຕ່າງໆ. ນາຍ Brian Padden ຜູ້​ສື່​ຂ່າວ​ວີ​ໂອເອ ມີ​ລາຍ​ລະອຽດ​ມາ​ຈາກ​ກຸງ​ຈາ​ກາຕາ ດັ່ງ​ສິງ​ຈະ​ນໍາ​ມາສະ​ເໜີ​ທ່ານ​ອັນ​ດັບ​ຕໍ່​ໄປ…

ທ່ານນາງ Restaria Hutabarat ທີ່​ສະ​ຖາ​ບັນ​ໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ກົດໝາຍ​ທີ່​ກຸງ​ຈາ
ກາ​ຕາ ຫລື Jakarta Legal Aid Institute ​ໄດ້​ໃຊ້ເວລາໝົດ​ປີທີ່ຜ່ານມາ​ນີ້ ​ນໍາພາ​ໃນ
ການ​ສືບສວນ​ສອບ​ສວນກ່ຽວ​ກັບການກ່າວ​ຫາ​ທີ່​ວ່າ ມີ​ການທາລຸນ​ນະ​ກໍາ​ພວກ​ນັກ​ໂທດຢ່າງ
ແຜ່​ຫລາຍ ​ຢູ່ໃນ​ຄຸກ​ໃນ 4 ຫົວ​ເມືອງ​ໃຫຍ່​ຂອງ​ອິນ​ໂດ​ເນ​ເຊຍ. ສິ່ງ​ທີ່ທ່ານ​ນາງ​ໄດ້​ພົບ​ເຫັນ
ນັ້ນ ​ກໍ​ແມ່ນວ່າການທຸບ​ຕີ ການ​ນາບຂູ່ ແລະ​ຕະຫລອດ​ທັງ​ການ​ຂົ່ມຂືນ​ຊໍາ​ເລົາເປັນສິ່ງ​ທີ່ເກີດ​
ຂຶ້ນ​ຢູ່​ທົ່ວ​ໄປ ຈົນ​ຖື​ວ່າ​ເປັນ​ຂອງ​ທໍາ​ມະ​ດາໄປ​ແລ້ວ ຊຶ່ງ​ທ່ານ​ນາງ Hutabarat ກ່າວ​ຊີ້​ແຈງ​ວ່່າ:

“ພວກເຮົາ​ໄດ້​ລົງ​ຄວາມ​ເຫັນວ່າ ການທໍລະມານນັ້ນ ມີ​ຂຶ້ນ​ຢ່າງເປັນລະບົບ ແລະ
ຖືກລວມເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງລະບົບຍຸຕິທໍາດ້ານ
ຄະດີ​ອາຍາ ເພາະວ່າທຸກໆຄົນ
ທີ່ພວກເຮົາໄດ້ສໍາຫລວດນັ້ນເວົ້າວ່າ ພວກເຂົາເຈົ້າເຄີຍຖືກທໍລະ​ມານ ຢ່າງໜ້ອຍ
ກໍ​ໃນຮູບ​ໃດ​ຮູບ​ນຶ່ງ ໂດຍຜ່ານລະບົບຍຸຕິທໍາທາງອາຍາ​ນັ້ນ.”

ການ​ພົບ​ເຫັນ​ທີ່​ວ່າ​ນີ້​ແມ່ນ​ອິງ​ຕາມ​ການ​ສໍາພາດ​ກັບ​ພວກ​ຕ້ອງ​ສົງ​ໄສ​ແລະ​ພວກນັກ​ໂທດ​ໃນ
ຄຸກ ​ຫລາຍ​ກວ່າ 1 ພັນ​ຄົນ ຕະຫລອດ​ທັງ​ຄໍາ​ຕອບ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ພວກ
ໄອ​ຍະ​ການ ຜູ້​ພິພາກສາ ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ດູ​ແລ​ຄຸກ ແລະ​ພວກ​ນັກ​ເຄື່ອນ​ໄຫວດ້ານ​ສິດທິ
ມະນຸດ​ ຈໍານວນ​ທັງ​ໝົດ 400​ ຄົນ.

ທ່ານ​ນາງ Hutabarat ກ່າວ​ວ່າ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນຕໍາຫລວດ​ທີ່ເປັນ​ພວກ​ທີ່ທໍາ​
ການ​ທາລຸນ​ນະ​ກໍາ​ ​ເພື່ອ​ໃຫ້​ພວກ​ຜູ້​ຕ້ອງ​ຫາ​ແລະພວກ​ນັກ​ໂທດ​ ຮັບສາລະພາບ​ຜິດ​ ​ແຕ່​
ທ່ານ​ນາງ​ກ່າວ​ວ່າ ພວກ​ໄອ​ຍະ​ການ​ແລະ​ຜູ້​ພິພາກສາ ກໍປາກົດວ່າ ຊຸກຍູ້​ສົ່ງ​ເສີມ​ ຫລື​ບໍ່​ກໍ
ໂຍະຍານ ປ່ອຍ​ໃຫ້​ມີການໃຊ້​ກໍາລັງໃນ​ການ​ສອບ​ປາກ​ຄໍາ​ນັ້ນ.

ທ່ານ​ນາງ Hutabarat ກ່າວ​ວ່າ ຕໍາຫລວດມີ​ອໍານາດ​ຄວບ​ຄຸມພວກ​ຜູ້​ຕ້ອງສົງ​ໄສຫລາຍ
ໂພດ ​ແລະ​ມີ​ຄວາມ​ຮັບຜິດຊອບ​ໜ້ອຍ​ທີ່​ສຸດ. ​ໃນ​ບາງ​ກໍລະນີ​ນັ້ນ ຕໍາຫລວດ​ສາມາດ​ຄຸມ​
ຂັງ​ພວກ​ຜູ້​ຕ້ອງ​ຫາ​ໄວ້ໄດ້ ​ເຖິງ 60 ມື້​ ກ່ອນ​ຈະ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ເຂົາ​ເຈົ້າ. ​ແລະ​ທ່ານ​ນາງ
ກ່າວ​ຕື່ມ​ວ່າ ​ຢູ່ໃນອິນ​ໂອ​ເນ​ເຊັຍ​ ​ການ​ທາລຸນ​ນະ​ກໍາໂດຍເຈົ້າ​ໜ້າ​ທີ່​ຕໍາຫລວດ​ນັ້ນ ບໍ່​ຖື​ວ່າ​
ເປັນ​ໂທດ ຫລື​ຄວາມ​ຜິດ ​ແລະ​ວ່າ​ເລື້ອງ​ນີ້​ຈະ​ຕ້ອງ​ມີ​ການ​ປ່ຽນ​ແປງ ຊຶ່ງ​ທ່ານ​ນາງ Huta-
barat ກ່າວ​ຕໍ່​ໄປ​ວ່າ:

ລັດຖະບານຄວນຈະຕີຄວາມໝາຍ​ຂອງການທໍລະມານ ວ່າເປັນອາຊະຍາກໍາ ໃນ
ອິນໂດເນເຊຍ ອິງຕາມກົດໝາຍຂອງ​ປະ​ເທດ. ມັນຈະຕ້ອງມີກົດໝາຍ ທີ່ບົ່ງໄວ້
ຢູ່ແລ້ວໂດຍລັດຖະບານ ເພື່ອທີ່ຈະດໍາເນີນຄະດີໃນຂໍ້ຫາອາຍາຕໍ່ ພວກທີ່ກະທໍາ
ການທໍລະມານນັ້ນ. ນັ້ນຄືບາດກ້າວທໍາອິດແລະດ່ວນທີ່ສຸດ ທີ່ຄວນຈະເຮັດ.”

ອິນ​ໂດ​ເນ​ເຊຍ ​ຊຶ່ງ​ມີ​ພົນລະ​ເມືອງ 237 ລ້ານ​ຄົນ ​ໄດ້​ໂຜ່​ໂຕ​ອອກມາ​ຈາກການ​ປົກຄອງ​ແບບ
ຜະ​ເດັດ​ການເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ໃນ​ປີ 1998. ​ແຕ່​ເຖິງແມ່ນ​ວ່າ ເວລາ​ນີ້​ໄດ້​ກາຍ​ມາ
ເປັນ​ປະ​ເທດ​ປະຊາທິປະ​ໄຕ​ແລ້ວ​ກໍ​ຕາມ ​ແຕ່​ອິນ​ໂດ​ເນ​ເຊຍກໍ​ຍັງ​ຖືກ​ຕໍາ​ໜິຕິຕຽນ​ວ່າ​ມີລະບົບ ​ກົດໝາຍ​ທີ່​ອ່ອນ​ແອ​ຢູ່.

ມີ​ລາຍ​ງານ​ຫລາຍ​ສະບັບ​ເຊ່ນ​ກັນ​ທີ່​ເວົ້າ​ວ່າ ພວກ​ທະຫານ​ກໍ​ທໍາ​ການ​ທາລຸນ​ນະ​ກໍາພວກ​ຜູ້​ຕ້ອງ
ສົງ​ໄສວ່າ ​ເປັນ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ​ແລະ​ກອງທັບອິນ​ໂດ​ເນ​ເຊຍ​ເອງ​ກໍກ່າວ​ວ່າ ຕົນ
ໄດ້​ນໍາ​ພວກ​ຜູ້​ຕ້ອງສົງ​ໄສ​ຫລາຍ​ຄົນ ​ຂຶ້ນ​ສານ​ທະຫານ.

ໂຄສົກ​ຕໍາຫລວດ​ແຫ່ງ​ຊາດກ່າວ​ວ່າ ທາງ​ກົມ​ຕໍາຫລວດ​ຈະ​ສຶກສາ​ເບິ່ງ​ລາຍ​ງານສະບັບ​ນີ້
ແລະ​ວ່າ ຕໍາຫລວດຄົນ​ໃດ​ກໍ​ຕາມທີ່​ລະ​ເມີດ​ສິດທິ​ພົນລະ​ເຮື​ອນ ກໍຄວນ​ຈະ​ຖືກລົງ​ໂທດ.



XS
SM
MD
LG