ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ພູໄຟຣູອັງຂອງອິນໂດເນເຊຍ ລະເບີດຂຶ້ນອີກຄັ້ງນຶ່ງ ໃນວັນອັງຄານ ມື້ນີ້ ສົ່ງຜົນໃຫ້ປະຊາຊົນຢູ່ໃກ້ຄຽງ ຕ້ອງຍົກຍ້າຍອອກຈາກພື້ນທີ່


ການລະເບີດຂຶ້ນຂອງພູໄຟ ຣູອັງ (Mount Ruang) ແມ່ນແນມເຫັນໄດ້ຈາກ ເກາະ ທາກູລານດັງ ໃນເຂດ ຊີຕາໂຣ, ຂອງເກາະຊູລາເວສີ ເໜືອ, ວັນທີ 30 ເມສາ 2024.
ການລະເບີດຂຶ້ນຂອງພູໄຟ ຣູອັງ (Mount Ruang) ແມ່ນແນມເຫັນໄດ້ຈາກ ເກາະ ທາກູລານດັງ ໃນເຂດ ຊີຕາໂຣ, ຂອງເກາະຊູລາເວສີ ເໜືອ, ວັນທີ 30 ເມສາ 2024.

ພູໄຟ ຣູອັງ ຂອງອິນໂດເນເຊຍ ໄດ້ລະເບີດຂຶ້ນໃນວັນອັງຄານມື້ນີ້ ຈຶ່ງກະຕຸ້ນໃຫ້ທາງການອອກຄຳສັ່ງໃຫ້ຍົກຍ້າຍອອກຈາກພື້ນທີ່ ແລະບັງຄັບໃຫ້ປິດສະໜາມບິນທີ່ຢູ່ໃກ້ຄຽງ.

ອົງການທໍລະນີສາດຂອງອິນໂດເນເຊຍ ໄດ້ຍົກລະດັບການເຕືອນໄພຂອງຕົນ ຢູ່ທີ່ເກາະຊູລາເວສີ ຂຶ້ນສູ່ລະດັບສູງສຸດ, ເນື່ອງຈາກການລະເບີດນັ້ນ ໄດ້ພັດເອົາເມກຄວັນຂອງຂີ່ເທົ່າຂຶ້ນສູ່ທ້ອງໄຟ, ທັງສົ່ງລາວາຮ້ອນ ແລະຫີນຂຶ້ນສູງເຖິງສອງກິໂລແມັດ.

ອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ພົນລະເມືອງທີ່ອາໄສຢູ່ພາຍໃນລັດສະມີຫົກກິແມັດ ອ້ອມຮອບພູໄຟ ຣູອັງ ຍົກຍ້າຍອອກຈາກພື້ນທີ່. ບັນດາເຈົ້າໜ້າທີ່ ຢູ່ທີ່ສະໜາມບິນສາກົນ ສຳ ຣັກຕູລັງງີ (Sam Ratolangi) ທີ່ຢູ່ຫ່າງຈາກພູໄຟ ໄປທາງກ້ຳຕາເວັນອອກສຽງໃຕ້ ປະມານ 95 ກິໂລແມັດ ໃນເມືອງເອກຂອງແຂວງ ມານາໂດ ໄດ້ປິດການປະຕິບັດງານໂດຍອ້າງເຖິງບັນຫາຂອງການແນມເຫັນທິດທາງທີ່ຫຼຸດລົງ ແລະ ຄວັນເທົ່າພູໄຟ ທີ່ເປັນໄພອັນຕະລາຍຕໍ່ເຄື່ອງຈັກຂອງເຮືອບິນນັ້ນ.

ຄັ້ງນີ້ ເປັນເທື່ອທີ່ສອງພາຍໃນເດືອນນີ້ ທີ່ພູໄຟຣູອັງໄດ້ລະເບີດຂຶ້ນ ໂດຍບັງຄັບໃຫ້ສະໜາມບິນ ສຳ ຣັກຕູລັງງີ ປິດບໍລິການ ແລະເຮັດໃຫ້ພົນລະເມືອງຫຼາຍຮ້ອຍຄົນຕ້ອງຍົກຍ້າຍອອກຈາກພື້ນທີ່.

ອິນໂດເນເຊຍ ມີຄວາມສ່ຽງຕໍ່ການເກີດພູໄຟລະເບີດ ແລະແຜ່ນດິນໄຫວ ເນື່ອງຈາກຈຸດທີ່ຕັ້ງຂອງເກາະນີ້ ຢູ່ເລາະຕາມແຄມຝັ່ງຂອງມະຫາສະໝຸດປາຊີຟິກ ທີ່ເອີ້ນວ່າ “ວົງແຫວນຂອງໄຟ ຫຼື Ring of Fire” ຊຶ່ງເປັນແລວຮອຍແຕກແຫງຂອງແຜ່ນດິນທີ່ເຄື່ອນຕົວເປັນໄລຍະໆທີ່ຍາວຢຽດປະມານ 40,000 ກິໂລແມັດ ຈາກແຄມຝັ່ງທາງກ້ຳຕາເວັນຕົກຂອງທະວີບອາເມຣິກາເໜືອ ແລະໃຕ້ ຜ່ານ ຍີ່ປຸ່ນ ແລະທະວີບເອເຊຍຕາເວັນອອກສຽງໃຕ້.

Indonesia’s Mount Ruang volcano erupted Tuesday, prompting authorities to order an evacuation and forcing a nearby airport to close.

Indonesia’s geological agency raised the alert level on Sulawesi Island to its highest level, as the eruption blew clouds of ash, lava and rocks as high as two kilometers into the sky.

The agency urged residents living within a six-kilometer radius of Mount Ruang to evacuate. Officials at Sam Ratulangi International Airport, located about 95 kilometers southeast of the volcano in the provincial capital of Manado, shut down operations citing reduced visibility and the dangers volcanic ash poses to plane engines.

This is the second time this month Mount Ruang has erupted, forcing the Sam Ratulangi airport to close and hundreds of residents to evacuate.

Indonesia is prone to volcanic and seismic activity because of its location along the Pacific Ocean’s “Ring of Fire,” a series of seismic fault lines stretching about 40,000 kilometers from the western coasts of North and South America through Japan and Southeast Asia.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG