ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

English in a Minute: ບົດທີ 13, ສໍານວນ In Your Dreams, ແປວ່າ ບໍ່​ເຊື່ອ​ເຈົ້າ​ດອກ, ເຈົ້າຝັນໄປແລ້ວ!


English in a Minute: In Your Dreams
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ເຊີນ​ເບິ່ງວີ​ດິ​ໂອ​ລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ English in a Minute: In Your Dreams ແປ​ວ່າ "ບໍ່​ເຊື່ອ​ເຈົ້າ​ດອກ, ເຈົ້າ​ຝັນ​ໄປ​ແລ້ວ"

Welcome to English in a Minute.

In American English, when someone responds to you by saying, “In your dreams!” does he mean that you’re actually dreaming?

#1: Guess what? This weekend, I caught a fish this big.

#2: No way.

#1: Yeah, it was huge!

#2: In your dreams! There’s no way you caught a fish that big.

“In your dreams” is a different way of saying, “I don’t believe you”

or “there’s no way that’s true.” It is a way to tell people that you

think they are making up a story. And this phrase is used in a

playful manner, usually with a smile.

“In your dreams.”

And that’s English in a Minute!

-ເປັນຈັ່ງ​ໃດ​ທ່ານ?​ ສຳນວນພາສາ​ອັງກິດ​ອາ​ເມຣິກັນ

In Your Dreams? ຄືຊິ​ເຂົ້າ​ໃຈ​ແດ່​ແລ້ວ​ຕິ​ເນາະ. ລອງ​ຟັງ​ການ​ລົມ​ກັນ​ຂອງ​ສອງ​ຄົນ​ນັ້ນ​ອີກ​ຕື່ມ​ເບິ່ງ​ທ່ານ.

Guess what? This weekend, I caught a fish this big.

No way.

Yeah, it was huge!

In your dreams! There is no way you caught a fish that big.

-ຜູ້ທຳ​ອິດ​ເວົ້າ​ວ່າ: "ທ້າຍ​ອາທິດ​ແລ້ວ​ນີ້ ຂ້ອຍ​ຕຶກປາ​ໄດ້ ​ໂຕ​

ໃຫຍ່ຊໍ່າພີ້ລະ"

ແລ້ວ​ຜູ້​ທີ​ສອງ​ກໍ​ຕອບ​ວ່າ: "ບໍ່​ມີ​ທາງ."

ແລ້​ວຜູ້​ທຳ​ອິດ​ກໍ​ເວົ້າ​ຢ້ຳວ່າ: ​"ແທ້​ນ່າ ມັນ​ໂຕ​ບັກ​ໃຫຍ່ເລີຍ." ​

ແລ້ວ​ຜູ້​ທີ​ສອງ​ກໍ​ເວົ້າ​ວ່າ: In your dreams! ຂ້ອຍ​ບໍ່​ເຊື່ອດອກ, ເຈົ້າຝັນໄປ! There is no way you caught a fish that big.

ບໍ່​ມີ​ທາງ ທີ່​ເຈົ້າຈະ​ຕຶກປາ​ໄດ້​ໂຕ​ໃຫຍ່ຂະໜາດ​ນັ້ນ. ​ເວົ້າ​ອີກ​ເທື່ອ​

ນຶ່ງ​ເໜາະ In your dreams! ແປ​ວ່າ ຂ້ອຍ​ບໍ່​ເຊື່ອ​ເຈົ້າ​ດອກ, ເຈົ້າຝັນໄປແລ້ວ.

ຄັນ​ຊິ​ເວົ້າແລ້ວ ຄວາມ​ລາວ​ເຮົາ​ເວລາ​ຜູ້​ໃດ​ຜູ້​ນຶ່ງ​ເວົ້າ​ອັນ​ໃດ​ອອກ​ມາ​ທີ່​ບໍ່​ເປັນຕາ​ຢາກ​ເຊື່ອບາງ​ຄົນ​ກໍ​ມັກ​ຈະ​ຕອບແຕ່​ພຽງ​ວ່າ "ບໍ່​ມີ​ທາງ" ຊື່ໆ ກໍ​ພໍ ​ເພື່ອ​ສະ​ແດງ​ໃຫ້​ຜູ້ທີ່​ເວົ້າ​ນັ້ນ ຮູ້ວ່າລາວເວົ້າໂຍກ ​ຫຼື​ເວົ້າ​ແບບບໍ່​ເປັນຕາເຊື່ອ​ນັ້ນ​ຮູ້​ວ່າ ໂຕເອງ​ບໍ່​ເຊື່ອລາວ. ຍົກ​ຕົວຢ່າງ​ອີກອັນ​ນຶ່ງ​ກໍ​ຄື ​ໃນ​ວັນ​ທິດ​ມື້​ນຶ່ງໝູ່​ຄູ່​ສອງ​ຄົນ​ໄປ​ພໍ້​ກັນ​ຢູ່​ຕລາດ ​ແລະ​ຖາມ​ກັນ​ເລື້ອງ​ໄປ​ຍິງ​ກວາງ.

ຜູ້ນຶ່ງ​ເອີ່ຍ​ປາກ​ຖາມ​ຂຶ້ນ​ວ່າ: ເຮິ້ຍ ​ເປັນ​ຈັ່ງ​ໃດ​ມື້​ຄືນ​ນີ້? ​ແລ້ວໝູ່​ຜູ້​ນັ້ນ​ກໍ​ຕອບ​ວ່າ: ກະ​ບໍ່​ຂີ້ຮ້າຍ ​ໄດ້​ສາມ​ໂຕພຸ້ນໄດ໋.

​ແລ້ວ​ໝູ່​ຜູ້​ທຳ​ອິດ​ກໍ​ເວົ້າ​ວ່າ: ບໍ່​ມີ​ທາງ ເປັນ​ໄປບໍ່​ໄດ້​ດອກ, ເຈົ້າຝັນໄປແລ້ວ!

In your dreams!

XS
SM
MD
LG