ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວິກິດການໜີ້ສິນຂອງຢູໂຣບ ຄອບງໍາກອງປະຊຸມຂອງ IMF ທີ່ວໍຊິງຕັນ (ເບິ່ງວີດີໂອລາວ/ອັງກິດ)


ທ່ານ Tim Geithner ລັດຖະມົນຕີການເງິນສະຫະລັດ ກັບທ່ານ T. Shanmugaratnam ປະທານ​ຄະນະ​ກໍາມະການ​ການ​ເງິນ​ຂອງອົງການ​ກອງ​ທຶນ​ສາກົນ.
ທ່ານ Tim Geithner ລັດຖະມົນຕີການເງິນສະຫະລັດ ກັບທ່ານ T. Shanmugaratnam ປະທານ​ຄະນະ​ກໍາມະການ​ການ​ເງິນ​ຂອງອົງການ​ກອງ​ທຶນ​ສາກົນ.

ທ່ານ ທິມ ​ໄກ້​ທ໌​ເນີ ລັດຖະມົນຕີ​ກະຊວງ​ການ​ເງິນສະຫະລັດ ກ່າວ​​ເມື່ອ​ວັນ​​ເສົາທ້າຍເດືອນ ກັນຍາຜ່າ​ນມາ​ນີ້ວ່າ ໜີ້​ສິນ​ແລະ​ວິ​ກິດ​ການ​ດ້ານທະນາຄາ​ນຂອງ​ພວກ​ປະ​ເທດ​​ເຂດ​ຢູ​ໂຣ ​ແມ່ນ​ເປັນ​​ໄພ​ຂົ່ມຂູ່​ອັນໃຫຍ່​ທີ່​ສຸດ​ຕໍ່​ເສດຖະກິດ​ໂລກ ​ແລະ​ວ່າ ພວກ​ເຈົ້າໜ້າ​ທີ່​ EU ​ແມ່ນ​ຈໍາ​ເປັນ​​ໄດ້ຕ້ອງ​ແກ້​ໄຂ​ແລະຢ່ຽວຢາ​ບັນຫາ​ດັ່ງກ່າວ​ນີ້​ຢ່າງ​​ໄວ ຊຶ່ງ​ໃນ​ຂະນະ​ດຽວ​ກັນ​ນີ້ ພວກ​ຜູ້​ນໍາ​ກອງທຶນ​ສາກົນ​ກໍກ່າວ​ວ່າ ກໍາລັງ​ມີ​ການ​ກະກຽມແຜນການຕ່າງ​ໆໄວ້​ແລ້ວ​ ເພື່ອ​ຍັບ​ຍັ້ງ​ວິ​ກິດ ​ການການ​ເງິນ​ບໍ່​ໃຫ້​ລະບາດ​ອອກ​ໄປ​ກວ່າ​ນັ້ນ​ອີກໃນ​ຢູ​ໂຣບ. ດາຣາມີເລຶ່ອງນີ້ມາສະ​ເໜີ​ທ່ານ​.

ໃນ​ຫລາຍໆ​ປີຜ່ານ​ມາ ​ເວລາ​ພວກ​ເຈົ້າໜ້າ​ທີ່​ການ​ເງິນຂອງໂລກ​ມາ​ປະຊຸມ​ປະ​ຈໍາປີກັນ​ ຢູ່
ທະນາຄານ​ໂລກ​ແລະ​ອົງການ​ກອງ​ທຶນ​ສາກົນ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ​ນັ້ນ ​ແມ່ນ​ໄດ້ມີ
ພວກ​ປະ​ທ້ວງ​ລຸ​ຫລັ່ງ​ມາ ທໍາ​ການ​ປະ​ທ້ວງ​ຢ່າງ​ຫລວງຫລາຍ ​ຕໍ່ຕ້ານ​ແລະຕໍາ​ໜິຕິຕຽນ
ລະ​ບອບ​ນາຍທຶນແລະ​ປະນາມຄວາມໂລບ​ມາກ.

ແຕ່​ໃນ​ກອງ​ປະຊຸມ​ປີ​ນີ້ ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ນີ້ ປາກົດ​ວ່າ​ຖະໜົນ​ຫົນທາງ​ງຽບສະງັດ.
ມີ​ການ​ຄຸ້ມກັນ​ຄວາມ​ປອດ​ໄພຢູ່​ເປັນ​ບາງ​ແຫ່ງ ​ແຕ່​ສ່ວນ​ຫລາຍ​ແລ້ວ​ ຈະ​ເຫັນ​ແຕ່ພວກທີ່
ມາຮ່ວມ​ກອງ​ປະຊຸ​ມ ຍ່າງ​ເຂົ້າຢ່າງອອກ​ສຸພາບ.

ທຸກໆ​ຄົນ​ຈະ​ຍິ້ມຫົວ​ເວລາ​ຖ່າຍ​ພາບລວມ ​ແຕ່​ໃນ​ສ່ວນ​ເລິກແລ້ວ ແມ່ນ​ມີ​ຄວາມເຄ່ງ​ຂຶມທໍ້​ໃຈ.

ທ່ານ Tharman Shanmugaratnam ປະທານ​ຄະນະ​ກໍາມະການ​ການ​ເງິນ​ຂອງອົງການ​ກອງ​ທຶນ​ສາກົນ ກ່າວ​ວ່າ:

ເວລາ​ນີ້​ ພວກ​ເຮົາ​ແມ່ນ​ຕົກ​ຢູ່​ໃນ​ສະຖານ​ນະ​ການ​ທີ່​ບໍ່​ໝັ້ນຄົງ ພວກເຮົາ​ປະ​ເຊີນ​ກັບ​ ບັນຫາໜີ້​ສິນ​ທີ່​ຮ້າຍ​ແຮງ​ທີ່​ສຸດແລະ​ອັນຕະລາຍ​ທາງ​ດ້ານ​ການ​ທະ​ນາ​ຄານ​ທີ່​
ມາ​ສຸມ​ໃສ່​ກັນ ຊຶ່ງ​ມີຈຸດ​ໃຈກາງ​ຢູ່​ໃນເຂດຢູ​ໂຣ.”

ທ່ານ Shanmugaratnam ກ່າວ​ຕໍ່​ໄປ​ວ່າ ບັນຫາ​ຂອງ​ຢູ​ໂຣບ​ແມ່ນມີ​ພື້ນຖານ​ມາ​ຈາກ​ເສດຖະກິດ​ໂລກ​ທີ່​ອ່ອນ​ແອລົງ ​ໂດຍສະ​ເພາະ​ຢູ່ໃນ​ສະຫະລັດ ພອກ​ພູນ​ໃສ່​ກັບ​ບັນຫາການ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ແຜນ​ປະຕິບັດ​ການ​ນະ​ໂຍບາຍ​ງົບປະມານ​ ໃນ​ພວກ​ປະ​ເທດ​ທີ່​ຈະ​ເຣີນ​ແລ້ວ ທັງຫລາຍ​ນັ້ນ.

ຄລິກບ່ອນນີເພື່ອເບິ່ງວີດີໂອ ພາສາລາວ

ກ່ອນ​ໜ້າ​ນັ້ນ ທ່ານ ທິມ ​ໄກ້​ທ໌​ເນີ ລັດຖະມົນຕີການ​ເງິນ​ສະຫະລັດ ໄດ້ກ່າວໂດຍ​ໃຊ້​
ຖ້ອຍ​ຄໍາ​ທີ່​ແຮງ​ທີ່​ສຸດຂອງ​ທ່ານ​ເທົ່າ​ທີ່​ຜ່ານ​ມາ ​ວ່າ ພວກ​ຜູ້​ນໍາ​ຢູ​ໂຣບຄວນ​ຈະ​ປະຕິບັດ
ງານ​ຢ່າງໃກ້​ຊິດ​ກັນ​ຫລາຍ​ຂຶ້ນ ກັບ​ທະນາຄານກາງຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຄໍ້າ​ປະກັນ
ໃຫ້​ເງິນທຶນແລະ​ເງິນສົດ​ ຍັງ​ມີຢູ່​ຢ່າງພຽງພໍ​ເພື່ອສໍາຮອງ​ໄວ້​ໃນ​ຍາມ​ລໍາບາກ​ໃນ​ຫລາຍ​ມື້​ ຕໍ່ໜ້າ​.

ທ່ານນາງ ຄຣິສຕີນ ລາກາດ ຫົວໜ້າ IMF ຫລື ອົງການກອງທືນສາກົນ.
ທ່ານນາງ ຄຣິສຕີນ ລາກາດ ຫົວໜ້າ IMF ຫລື ອົງການກອງທືນສາກົນ.

ທ່ານນາງ Christine Lagarde ຜູ້ອໍາ
ນວຍການຝ່າຍ​ຈັດການ​ຂອງ​ IMF ກ່າວ
ວ່າ ຫົວຂໍ້​ເລື່ອງ​ນີ້ແມ່ນ​ໄດ້​ກຽມ​ໄວ້ ພ້ອມ
ທີ່​ຈະ​ນໍາ​ມາ​ຫາລື​ກັນແລ້ວ.

“​ເຖິງ​ແມ່ນ ຊ່ວງເວລາ​ນີ້​ຈະ​ເປັນ​ເວລາ​
ທີ່​ຮ້າຍ​ແຮງ​ຫລາຍ​ປານ​ໃດ​ກໍ​ຕາມ
ພວກ​ເຮົາເອງ ແລະເສດຖະກິດ​ໂລກ
ກໍ​ແມ່ນ​ໄດ້​ເຮັດ​ມາ​ຮອດ​ເຄິ່ງທາງແລ້ວ
ວຽກ​ງານ​ຕ່າງໆ​ທີ່​ຈໍ​າ​ເປັນ​ຕ້ອງ​ເຮັດ​ນັ້ນ.
ຖ້າ​ພວກ​ທ່ານສຶກສາ​ເບິ່ງເລື່ອງກົດ​ລະ
ບຽບ​ດ້ານ​ການ​ເງິນ​ ເບິ່ງເລື່ອງ​ການ
ຈັດການ​ກັບ​ວິ​ກິດ​ການ ​ເລື່ອງການ​ປົກ
ຄອງ​ທີ່​ຖືກ​ປັບປຸງ​ໃຫ້​ດີ​ຂຶ້ນ​ໃນ​ພວກປະ
ເທດເຂດ​ຢູ​ໂຣ ​ເລື່ອງການ​ສ້າງ​ຄວາມ​ເຂັ້ມ​ແຂງແກ່​ເງິນ​ທຶນ​ຂອງ​ພວກ​ທະນາຄາ​ນທັງ
ຫລາຍ​ນັ້ນ ​ທ່ານ​ກໍ​ຈະ​ເຫັນ​ວ່າ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງໄດ້ເກີດ​ຂຶ້ນ​ແລ້ວ.”

ໃນ​ຂະນະ​ດຽວກັນ ບັນດາ​ລັດຖະມົນຕີການ​ເງິນ​ຂອງ ກຸ່ມ BRICS ທີ່​ປະກອບ​ດ້ວຍປະ​ເທດ​ບຣາຊິ​ລ ຣັດ​ເຊຍ ອິນ​ເດຍ ​ແລະ​ຈີນ ນັ້ນ ກໍກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ປະຕິບັດ​ທຸກ​ຢ່າງເທົ່າທີ່​ສາມາດ​ເຮັດ​ໄດ້ ​ເພື່ອ​ຊ່ວຍ​ສ້າງ​ຄວາມ​ທຸ່ນ​ທ່ຽງ​ໃຫ້​ແກ່​ເສດຖະກິດ​ໂລກ. ພວກປະ​ເທດ​ເຫລົ່າ​ນີ້ ທີ່​ຖື​ກັນວ່າ​ເປັນຕະຫລາດ​ທີ່ກໍາລັງໂຜ່​ໂຕ​ຂຶ້ນມານັ້ນ ​ໂດຍທົ່ວ​ໄປ​ແລ້ວ ​ແມ່ນໄດ້ ​ຜ່ານ​ພົ້ນ​ວິ​ກິດ​ການ​ການ​ເງິນໄປໄດ້​ດີກ​ວ່າ​ພວກ​ເສດຖະກິດທີ່​ຈະ​ເຣີນ​ແລ້ວ​ ດ້ວຍ​ຊໍ້າ.

ທ່ານ Nicolas Eyzaguirre ຜູ້​ອໍານວຍ​ການ​ຫ້ອງການ​ຊີກ​ໂລກ​ຕາ​ເວັນ​ຕົກ​ຂອງ IMF ກ່າວ​ວ່າ:

“ແຕ່​ກ່ອນນັ້ນ ​ເວລາ​ໃດ​ທີ່​ມີ​ໄຂ້ຫວັດ​ເກີດ​ຂຶ້ນໃນ​ພວກເສດ​ຖະກິດທີ່ຈະ​ເຣີນ​ແລ້ວ​
ທັງຫລາຍ​ ພວກ​ເຮົາແມ່ນຈະ​ພາກັນ​ເປັນ​ປອດ​ບວມ. ມາຄັ້ງ​ນີ້​ ເບິ່ງ​ຄືວ່າ ​ໂຣກ
ປອດ​ບວມ​ກໍາລັງເກີດຂຶ້ນຢູ່​ໃນ​ພວກ​ປະ​ເທດ​ທີ່​ເສດຖະກິດກ້າວໜ້າ​ແລ້ວ ​ແລະ
ພວກ​ເຮົາ​ກໍ​ຄົງຈະ​ພາກັນ​ເປັນຫວັດໄປໝົດ.”

ພວກ​ປະ​ເທດ​ເຫລົ່າ​ນີ້ ຍັງ​ຈະ​ຕ້ອງ​ພິ​ຈາລະ​ນາ​ເບິ່ງ​ວ່າ​ພວກ​ເຂົ​າ​ເຈົ້າຈະເອົາ​ຊັບພະຍາກອນ​
ຂອງເຂົ​າ​ເຈົ້າ ​ໄປລົງ​ທຶນຢູ່​ບ່ອນ​ໃດ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG