ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຫົວໜ້າກອງທຶນສາກົນ ຖືກຈັບທີ່ນີວຢອກ


ທ່ານ Dominique Strauss Kahn ຫົວໜ້າກອງທຶນສາກົນ ຫລື
IMF
ທ່ານ Dominique Strauss Kahn ຫົວໜ້າກອງທຶນສາກົນ ຫລື IMF


















ຫົວໜ້າ​ກອງ​ທຶນ​ສາກົນ​ຫລື IMF ​ໄດ້​ຖືກ​ຈັບ​ກຸມ​ທີ່​ນະຄອນ​ນີວຢອກ​ທີ່​ພົວພັນ​ກັບຂໍ້​ກ່າວ
ຫາລວນ​ລາມ​ທາງ​ເພດ ແມ່ຍິງ​ຄົນ​ໃຊ້​ຄົນ​ນຶ່ງໃນ​ໂຮງ​ແຮມ​.

ທ່ານ Paul Browne ​ໂຄ​ສົກ​ປະ​ຈໍາ​ກົມຕໍ​າຫລວດນິວຢອກກ່າວ​ວ່າ ​ເວລາ​ນີ້ ທ່ານ
Dominique Strauss-Kaln ຖືກ​ຕໍາຫລວດ​ຄວບ​ຄຸມໂຕ​ໄວ້​ ແລະໄດ້​ຖືກ​ສອບ​ປາກ​ຄໍາ​
ໃນ​ແລງ​ວັນ​ເສົາວານ​ນີ້. ຕໍາຫລວດ​ກ່າວ​ວ່າ ທ່ານ Dominique ຊຶ່ງ​ເປັນສັນຊາດ​ຝຣັ່ງ
ໄດ້​ຖືກນໍາ​ໂຕ​ອອກ​ມາ​ຈາກ​ບ່ອນ​ນ່ັງ​ຊັ້ນ​ທີ​ນຶ່ງໃນເຮືອບິນ​ໂດຍສານລໍາ​ນຶ່ງ​ໃນ​ເວລາ​ຍັງ
ເຫລືອ​ພຽງ​ບໍ່ເທົ່າ​ໃດ​ນາທີ​ ກ່ອນ​ເຮືອບິນ​ຈະບິນ​ໄປ​ຍັງ​ກຸງ​ປາຣີ​ ໃນ​ແລງ​ວັນ​ເສົາ​ວານ​ນີ້.

ເວລາ​ນີ້​ທ່ານ Kahn ຍັງ​ບໍ່​ທັນ​ຖືກ​ກ່າວ​ຫາ​ເປັນ​ທາງ​ການ​ເທື່ອ.

ຕໍາຫລວດ​ກ່າວ​ວ່າ ​ແມ່ຍິງ​ຄົນ​ໃຊ້​ວັຍ 32 ປີ ໃນ​ໂຮງ​ແຮມ​ Sofitel ກ່າວ​ວ່າ ນາງ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງໃນ​ໂຮງ​ແຮມຂອງ​ທ່ານ Strauss-Kahn ​ເພື່ອ​ທໍາ​ຄວາມ​ສະອາດ​ຫລື​ອະນາ​ໄມ​ຫ້ອງ​ໃນ​ຕອນ​ບ່າຍ​ໜ້ອຍ​ດຽວ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ນາງ​ໄດ້​ກ່າວ​ຕໍ່​ຕໍາຫລວດ​ວ່າ ນາງ​ໄດ້​ເຫັນ ທ່ານ Strauss Kahn ຍ່າງ​ອອກ​ມາ​ຈາກ​ຫ້ອງ​ນໍ້າ​ໃນ​ສະພາບປະ​ເປືອຍ​ໂຕ ​ແລະ​ວ່າ​ທ່ານ Kahn ໄດ້​ພະຍາຍາມ​ບັງຄັບ​ໃຫ້​ນາງ​ຮ່ວມ​ເພດ​ກັບ​ຜູ້ກ່ຽວ. ​ແຕ່​ນາງ​ໄດ້ແລ່ນອອກ​ຈາກຫ້ອງ​ໄປ​ແລະ​ໄດ້ເລົ່າ​ເລື້ອງ​ນີ້​ໃຫ້​ເພື່ອນຮ່ວມ​ງານໃນ​ໂຮງ​ແຮມນໍາ​ກັນຟັງ ຊຶ່ງໄດ້​ເອີ້ນ​ຫາ​ຕໍາຫລວດ.

ຕໍາຫລວດ​ກ່າວ​ວ່າ ​ເວລາ​ພວກ​ເຂົາ​ເຈົ້າ​ໄປ​ຮອດ​ໂຮງ​ແຮມ ທ່ານ Strauss ​ໄດ້​ໜີ​ອອກ​ຈາກ​
ຫ້ອງໄປຍັງ​ສະໜາມ​ບິນແລ້ວ ​ແລະ​ປະ​ໂທລະສັບ​ມື​ຖືແລະ​ສິ່ງ​ຂອງ​ປະ​ຈໍາ​ໂຕ​ອື່ນໆ​ໄວ້.

ແມ່ຍິງ​ໃຊ້​ໃນ​ໂຮງ​ແຮມ​ຄົນ​ນີ້​ໄດ້ໄປຮັບ​ການ​ປິ່ນປົວ​ບາດ​ແຜ​ພຽງ​ເລັກ​ນ້ອຍທີ່​ໂຮງໝໍ​ແຫ່ງ​ນຶ່ງ
ໃນ​ທ້ອງ​ຖິ່ນ.

ໂຄສົກ​ປະ​ຈໍາ​ກອງ​ທຶນ​ສາ​ກັນ​ຫລື IMF ທີ່ກຸງ​ວໍ​ຊິງ​ຕັນ​ປະຕິ​ເສດ​ບໍ່ຍອມ​ອອກ​ຄວາມ​ເຫັນ​
ໃດໆກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ທ່ານ Strauss-Kahn ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງຫົວໜ້າ​ກອງ​ທຶນ​ສາກົນ​ໃນ​ເດືອນ​ພະຈິກ​ໃນ​ປີ 2007.

XS
SM
MD
LG