ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ປີ 2023: ຣັດເຊຍເຮັດທໍາທ່າວ່າ ຕົນເປັນຜູ້ໄດ້ຮັບເຄາະຮ້າຍ ຈາກການຮຸກຮານຂອງຕາເວັນຕົກ ໃນຢູເຄຣນ ຄືແນວໃດ


ລົດຖັງຂອງຣັດເຊຍ ແລ່ນຜ່ານທາງເສັ້ນນຶ່ງໃນເມືອງ ໂປປາສນາ ໃນຂົງເຂດ ລູຮານສ ຂອງຢູເຄຣນ, ເມື່ອວັນທີ 26 ພຶດສະພາ 2022. (REUTERS/Alexander Ermochenko)
ລົດຖັງຂອງຣັດເຊຍ ແລ່ນຜ່ານທາງເສັ້ນນຶ່ງໃນເມືອງ ໂປປາສນາ ໃນຂົງເຂດ ລູຮານສ ຂອງຢູເຄຣນ, ເມື່ອວັນທີ 26 ພຶດສະພາ 2022. (REUTERS/Alexander Ermochenko)

ວັງເຄຣມລິນໄດ້ພະຍາຍາມຄັ້ງແລ້ວຄັ້ງເຫລົ່າ ເພື່ອເຮັດໃຫ້ຄົນອື່ນຄິດວ່າ ຕົນເອງເປັນຜູ້ໄດ້ຮັບເຄາະຮ້າຍ ຈາກການຮຸກຮານຂອງ ຝ່າຍຕາເວັນຕົກ ຢູ່ໃນສົງຄາມ ທີ່ຕົນກໍ່ຂຶ້ນໃນຢູເຄຣນ

ຣັດ​ເຊຍ​ຍັງຕົກ​ຢູ່​ໃນ​ສະ​ພາບ​ທາງ​ການ​ທູດ​ ແລະ​ທາງ​ການ​ທະຫານທີ່ບໍ່ມີຄວາມ ຄືບໜ້າແຕ່ຢ່າງໃດ​ ໃນ​ປີ 2023 ໂດຍສ່ວນ​ໃຫຍ່​ແມ່ນຖືກ​ໂລກ ເຮັດໃຫ້​ໂດດ​ດ່ຽວ​ ​ແລະ​ບໍ່​ສາມາດ​ອ້າງ​ເອົາ​ໄຊຊະນະ​ອັນ​ສຳຄັນ​ໃດໆ ​ໃນ​ສົງຄາມ​ທີ່​ຕົນ​ໄດ້​ກໍ່
ຂຶ້ນໃນ​ຢູ​ເຄຣນນັ້ນ.

ສະພາບ​ການ​ດັ່ງກ່າວ ​ເຮັັດໃຫ້ເພີ້ມຄວາມເສຍຫາຍຂຶ້ນ ຍ້ອນການສູນເສຍ​ກໍາລັງຄົນ, ອຸປະກອນ​ການ​ທະຫານ, ​ແລະ​ລູກປືນ. ການທີ່ໃຫ້ມີຊັບພະຍາກອນ​ມະນຸດໄປເຕີມໃສ່ ກໍ​ໝາຍ​ຄວາມ​ວ່າວັງເຄຣມລິນຕ້ອງ​ໃຊ້​ມາດ​ຕະການ​ທີ່​ບໍ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ ເຊັ່ນການ​ລະດົມ​ກຳລັງ​ທະຫານ​ໃນ​ຂະນະ​ທີ່​ການ​ເລັ່ງ​ການຜະລິດ​ດ້ານທະຫານ​ຖືກຂັດຂວາງໂດຍ​ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ການຈຳກັດ​ການ​ລົງທຶນ ​ແລະເທັກ​ໂນ​ໂລ​ຈີສູງ ​ເຂົ້າໄປໃນ​ຣັດ​ເຊຍ.

ໃນສະພາບການດັ່ງກ່າວ ວັງເຄຣມລິນຕ້ອງໄດ້ອອກແບບສົງຄາມປະສົມ ຂອງຕົນຄືນໃຫມ່ ແລະພະຍາຍາມສ້າງອິດທິພົນຕໍ່ຄວາມຄິດເຫັນຂອງປະຊາຊົນຕ່າງ ປະເທດ ເພື່ອໃຫ້ມີການຍຸຕິຊົ່ວຄາວ ແລະຍົກເລີກການລົງໂທດ "ເພື່ອຊື້ເວລາໃນການສ້າງ ການດໍາເນີນການໂຈມຕີຄືນໃໝ່ ໃນອະນາຄົດ."

ໂດຍທີ່ເປັນສ່ວນນຶ່ງຂອງສົງຄາມແບບປະສົມຂອງຕົນ, ການໂຄສະນາຂອງວັງ ເຄຣມລິນ ໄດ້ພະຍາຍາມຊັກຊວນໃຫ້ຜູ້ຟັງ ຢູ່ພາຍໃນແລະຕ່າງປະເທດຄິດວ່າ ຣັດເຊຍ ບໍ່ແມ່ນຜູ້ຮຸກຮານ ໃນການເຮັດສົງຄາມກັບຢູເຄຣນ ແຕ່ເປັນຜູ້ໄດ້ຮັບເຄາະຮ້າຍ ແລະຝ່າຍຕາເວັນຕົກ ໃຊ້ຢູເຄຣນ ເພື່ອໂຈມຕີຣັດເຊຍ.

ຢູ່ຂ້າງລຸ່ມນີ້ ແມ່ນຄຳເວົ້າທີ່ບໍ່ຖືກຕ້ອງ ແລະ ເຮັດໃຫ້ເຂົ້າໃຈຜິດ ທີ່ມັກເວົ້າລື້ມໄປລຶ້ມມາຢູ່ເລື້ອຍໆ ກ່ຽວກັບຫົວຂໍ້ນີ້ ທີ່ Polygraph.info ໄດ້ຕິດຕາມ ແລະໄດ້ພິສູດວ່າ ບໍ່ມີຄວາມຈິງໃນປີ 2023:

ສິ່ງທີ່ເວົ້າອອກມາຈາກປາກຂອງປູຕິນ

ການກ່າວ​ອ້າງ​ວ່າໂຕເອງຕົກ​ເປັນ​ຜູ້ໄດ້ຮັບເຄາະ​ເປັນ​ຈຸດສໍາຄັນທີ່ເວົ້າເປັນປະຈໍາ ຢູ່ໃນ​ການ​ກ່າວ​ປາ​ໄສຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວລາດິເມຍ ປູຕິນ ​ຕໍ່​ສາ​ທາ​ລະນະຊົນ ​ໃນຕະຫຼອດ​ປີ.

ຕົວຢ່າງເຊັ່ນ, ໃນເດືອນມິຖຸນາ ທ່ານປູຕິນ ໄດ້ກ່າວອ້າງຢ່າງບໍ່ຖືກຕ້ອງວ່າ ນັບຕັ້ງແຕ່ມື້ທີ່ຢູເຄຣນ ໄດ້ຮັບເອກະລາດ ໃນເດືອນທັນວາ 1991 ເປັນຕົ້ນມາ ປະເທດນີ້ບໍ່ເຄີຍມີເອກະລາດເລີຍ ແຕ່ວ່າຖືກຄວບຄຸມໂດຍຕາເວັນຕົກ ທີ່ຫລໍ່ ລ້ຽງທັດສະນະຄະຕິ ທີ່ປອງຮ້າຍ "ຕໍ່ຕ້ານຣັດເຊຍ".

ໃນຄວາມເປັນຈິງແລ້ວ ຢູເຄຣນໄດ້ຕໍ່ສູ້ຕ້ານກັບການຄອບງໍາ ແບບໃຫ້ເປັນຫົວ ເມືອງຂຶ້ນຂອງຣັດເຊຍມາໄດ້ຫຼາຍສັດຕະວັດແລ້ວ ແລະສົງຄາມຄັ້ງຫລ້າສຸດນີ້ ແມ່ນເປັນພຽງການເພີ່ມຄວາມໂສກເສົ້າທີ່ມີມາໃນປະຫວັດສາດຢູ່ແລ້ວເທົ່ານັ້ນ.

ນັບ​ແຕ່​ເດືອນ​ກຸມພາ​ປີ 2022, ຕາມ​ການ​ຄາດ​ຄະ​ເນ​ຂອງ​ຢູເຄຣນ ຣັດ​ເຊຍ​ໄດ້​ສັງຫານ​ພົນລະ​ເຮືອນຢູເຄຣນຢ່າງ​ໜ້ອຍ 30,000 ຄົນ. ອົງການສະຫະປະຊາຊາດໄດ້ກວດສອບວ່າ ມີການເສຍຊີວິດຂອງພົນລະເຮືອນຫຼາຍກວ່າ 10,000 ຄົນ ໂດຍເວົ້າວ່າຕົວເລກຕົວຈິງມີອາດຈະສູງກວ່ານັ້ນຫຼາຍ. ຫລາຍ​ພັນ​ຄົນ​ຫາຍ​ສາບ​ສູນ ແລະ​ຫລາຍ​ລ້ານ​ຄົນ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ. ຣັດ​ເຊຍ​ໄດ້​ທຳລາຍ​ຕົວ​ເມືອງໃຫຍ່, ​ເມືອງນ້ອຍ ​ແລະ​ໝູ່​ບ້ານ​ຂອງຢູເຄຣນຫຼາຍ​ສິບ​ແຫ່ງ, ​ແລະ​ໄດ້​ລັກພາ​ຕົວ​ເດັກນ້ອຍ​ຢູເຄຣນຫຼາຍ​ພັນ​ຄົນໄປ.

ສໍາລັບເລື້ອງຄວບຄຸມຢູເຄຣນນັ້ນ: ປະເທດດັ່ງກ່າວ ມີປະທານາທິບໍດີຫົກຄົນ ນັບຕັ້ງແຕ່ປີ 1991 ມາ. ໃນນັ້ນມີແຕ່ສາມຄົນເທົ່ານັ້ນທີ່ສະຫນັບສະຫນູນຝ່າຍຕາເວັນຕົກ; ສອງຄົນແມ່ນ​ປ່ຽນການສະໜັບສະໜຸນໄປໆມາໆ ​ລະ​ຫວ່າງ​ມົສ​ກູ ​ແລະ​ຕາ​ເວັນ​ຕົກ, ແລະ​ນຶ່ງຄົນແມ່ນ​ສະ​ຫນັບ​ສະ​ຫນູນ​ຣັດ​ເຊຍຢ່າງ​ແຂງຂັນເລີຍ​.

ອົງການສົນທິສັນຍາແອັດແລນຕິກເໜືອ ຫລື ເນໂຕ້ (NATO) ຍັງເປັນຄົນຮ້າຍອີກຜູ້ນຶ່ງຢູ່ໃນການເລົ່າເລື່ອງຂອງທ່ານປູຕິນ. ຜູ້ນຳຣັດ​ເຊຍ​ໄດ້​ຖິ້ມ​ໂທດ​ໃສ່ເນໂຕ້ ​ຢູ່ເປັນ​ປະຈຳ​ວ່າ ເຮັດໃຫ້ທ່ານ​ຕັດສິນ​ໃຈ ​ໂຈມ​ຕີ​ຢູ​ເຄຣນ. ທ່ານ​ໄດ້​ກ່າວອ້າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ເຖິງ​ແມ່ນວ່າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ່ຣັດ​ເຊຍ​ໃນ​ປີ 1990 ແລ້ວກໍຕາມ ເນໂຕ້ໄດ້​ຂະ​ຫຍາຍໂຕ ​ໄປທາງ​ຕາ​ເວັນ​ອອກ ແລະ “ໄປ​ເຖິງຢູເຄຣນ.”

ບໍ່ມີຄໍາສັນຍາແບບນັ້ນເລີຍ. ນັບຕັ້ງແຕ່ການສ້າງຕັ້ງຂຶ້ນໃນປີ 1949 ເນໂຕ້ ບໍ່ເຄີຍປ່ຽນແປງ "ນະໂຍບາຍການເປີດປະຕູ" ຂອງຕົນເລີຍ. ສະຫະລັດ, ຢູໂຣບ ​ແລະຣັດ​ເຊຍ ບໍ່​ເຄີຍ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ ຫຼື ຂໍ້​ຕົກລົງ​ໃດໆ ທີ່​ມີ​ຂໍ້​ກຳນົດ​ທີ່ຈຳກັດ​ການ​ເປັນ​ສະມາຊິກຂອງເນ້ໂຕ້ຂອງ​ບັນດາ​ປະ​ເທດຢູໂຣບຕາ​ເວັນ​ອອກເລີຍ.

ແຕ່​ການ​ຖິ້ມໂທດໃສ່​ປະ​ເທດ​ຕາ​ເວັນ​ຕົກ ​ແລະເນໂຕ້ ​ໃນເລື້ອງການເຮັດ​ສົງຄາມ​ແລ້ວ ຍັງ​ບໍ່​ພຽງພໍ. ທ່ານ ປູຕິນ ຍັງໄດ້ກ່າວອ້າງອີກວ່າ ຣັດເຊຍບໍ່ເຄີຍ "ກໍ່" ສົງຄາມຕໍ່ຢູເຄຣນເລີຍ, ແຕ່ມັນແມ່ນ ຢູເຄຣນ ທີ່ເປັນຜູ້ເຮັດແນວນັ້ນ.

ຣັດເຊຍເລີ່ມເຮັດສົງຄາມຕໍ່ຢູເຄຣນໃນປີ 2014 ເມື່ອມົສກູໄດ້ພະໜວກເອົາແຫຼມ ໄຄຣເມຍຂອງຢູເຄຣນ ແລະຈາກນັ້ນໄດ້ສົ່ງໜ່ວຍທະຫານທີ່ລັບລີ້ເຂົ້າໄປຍຶດເອົາຕຶກອາຄານລັດຖະບານໃນເຂດດອນບັສຢ່າງລັບໆ ໂດຍໄດ້ເລີ້ມກໍາອຳນາດໃນເຂດໂດເນັດ ແລະ ລູຮານຂອງຢູເຄຣນຢ່າງມີປະສິດທິຜົນ. ຢູ​ເຄ​ຣນໄດ້​ຕອບ​ໂຕ້ຄືນ​ຕໍ່ມາດ​ຕະ​ການ​ເຄື່ອນ​ໄຫວຕ່າງໆ​ຂອງ​ຣັດ​ເຊຍ ໂດຍ​ເລີ້ມໃຊ້​ອັນ ​ທີ່ກີຢິບຮຽກ​ຮ້ອງ​ວ່າ “ການ​ປະ​ຕິ​ບັດ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ.” ໃນເວລາຕໍ່​ມາ, ຣັດ​ເຊຍ​ໄດ້​ສົ່ງ​ທະ​ຫານ​ທໍາມະດາໄປ​ຍັງເຂດດອນບັສ ແລະ​ໄດ້​ພະໜວກ​ເອົາມັນ.

ໃນວັນ​ທີ 24 ກຸມພາ​ປີ 2022, ທ່ານ​ປູ​ຕິນ​ເອງ​ໄດ້​ປະກາດ​ການ​ບຸກ​ລຸກ​ທາງ​ທະ ຫານ ​ຢ່າງ​ເຕັມ​ສ່ວນ ເຂົ້າໄປໃນ​ຢູ​ເຄ​ຣນ. ມັນ​ໄດ້​ໄປ​ໄກ​ກວ່າເຂດດອນບັສນັ້ນຫຼາຍ: ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ​ແລະ​ລູກ​ລະ​ເບີດ​ຂອງຣັດ​ເຊຍ​ໄດ້​ກະໜໍ່າໃສ່ເມືອງ​ໃຫຍ່​ທີ່​ສຸດຫຼາຍແຫ່ງ​ຂອງ​ຢູ​ເຄຣນ, ​ແລະ​ມີລົດ​ຖັງແລ່ນລຽນກັນເປັນຖັນແຖວ​ໄປລ້ອມ​ນະຄອນຫຼວງກີຢິບ ຂອງ​ປະ​ເທດນັ້ນ.

ຣັດ​ເຊຍ​ໄດ້​ວາງ​ແຜນ​ເຮັດສົງຄາມນັ້ນ ​ມາ​ເປັນ​ເວລາ​ຫຼາຍ​ເດືອນ ​ໃນຂະນະທີ່​ໄດ້​ດຳ​ເນີນ​ການ​ໂຄສະນາ​ເຜີຍ​ແຜ່​ຂໍ້ມູນບໍ່ຈິງ, ປະຕິ​ເສດ ​ແລະປິດ​ບັງ​ການ​ກະກຽມ​ການ​ບຸກລຸກ​.

ການໂຈມຕີທາງດ້ານຄໍາເວົ້າຂອງທ່ານປູຕິນ ຕໍ່ຢູເຄຣນຍັງລວມເຖິງການກ່າວອ້າງວ່າ ຊາວຢູເຄຣນມັກຈະລະເບີດ, ຂົ່ມຂືນ ແລະຂ້າພົນລະເມືອງຢູ່ເປັນປະຈໍາພາຍໃຕ້ຄໍາແນະນໍາຈາກ "ຜູ້ດູ​ແລຕາເວັນຕົກ" ຂອງພວກເຂົາ ເຊັ່ນໃນກໍລະນີຂອງເມືອງບູຈາ, ມາ​ຣີ​ໂອໂປລ, ຫຼື ເຂື່ອນຄາກຄອຟຄາ.

ໃນຕອນທີ່ມັນລະເບີດຂຶ້ນນັ້ນ ເຂື່ອນຄາກຄອຟຄາ ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍເປັນເວລາຫຼາຍກວ່າ 15 ເດືອນ. ມີ​ຫຼັກ​ຖານ​ຢ່າງ​ຫຼວງ​ຫຼາຍ​ທີ່ຢັ້ງຢືນ​ວ່າ ​ການ​ກ່າວ​ອ້າງ​ຂອງຣັດ​ເຊຍທີ່ເວົ້າ​ວ່າ ​ສະຖານີ​ດັ່ງກ່າວ ​ຖືກ​ຍິງ​ໂດຍ​ລູກ​ສອນ​ໄຟ​ ຫລື​ການ​ຍິງ​ປືນ​ໃຫຍ່​ຂອງ​ຢູ​ເຄຣນນັ້ນ ບໍ່ເປັນຄວາມຈິງ. ບັນດາ​ຜູ້​ຊ່ຽວຊານ​ໄດ້​ສະຫລຸບ​ວ່າ ການ​ລະ​ເບີດ​ຢູ່​ໃຕ້​ດິນ ​ແມ່ນ​ສາ​ເຫດ​ທີ່​ອາດ​ຈະ​ເຮັດ​ໃຫ້ມີການທໍາ ລາຍທີ່ພາ​ເກີດ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ​ແລະເຮັດໃຫ້​ພົນລະ​ເຮືອນ​ຢູ​ເຄຣນຫຼາຍ​ພັນ​ຄົນ ​ໄດ້ຮັບຄວາມ​ທຸກ​ທໍລະມານ​.

ໂຄສົກຂອງທ່ານປູຕິນໄດ້ເວົ້າຫຍັງແດ່

ໂຄສົກຂອງວັງເຄຣມລິນ ທ່ານດມິດຕຣີ ເພສກອຟ (Dmitry Peskov) ກ່າວອ້າງຢ່າງຜິດໆວ່າ "ພື້ນຖານໂຄງລ່າງດ້ານການທະຫານຂອງຣັດເຊຍ ບໍ່ເຄີຍກ້າວໄປຫາຢູໂຣບຕາເວັນຕົກເລີຍ, ມີແຕ່ການເຄື່ອນໄຫວໄປ ໃນທິດທາງກົງກັນຂ້າມຕະຫລອດ."

ນັບ​ຕັ້ງ​ແຕ່​ທ່ານປູຕິນ​ຂຶ້ນ​ກຳ​ອຳນາດ​ໃນ​ປີ 2000, ຣັດ​ເຊຍ​ໄດ້​ສ້າງ​ຖານ​ທັບ​ໃໝ່​ຫຼາຍ​ສິບ​ແຫ່ງ ແລະ​ໄດ້​ສ້ອມ​ແປງ​ການ​ຕິດ​ຕັ້ງ​ທາງ​ທະ​ຫານ​ຂອງ​ໂຊຫ​ວຽດ​ຄືນ​ໃໝ່ ຢູ່​ຕາມ​ຊາຍ​ແດນ​ຂອງ​ຕົນທີ່ຕິດ​ກັບ​ຢູໂຣບ​ຕາ​ເວັນ​ຕົກ. ​ໃນ​ປີ 2014, ຣັດ​ເຊຍ​ໄດ້​ຍຶດ​ເອົາ ​ແລະ​ເລີ່​ມໃຊ້​ຖານ​ທັບ​ທະຫານ​ຂອງ​ຢູເຄຣນຫຼາຍ​ແຫ່ງ ​ຢູ່​ແຫຼມໄຄຣເມຍ ​ແລະເຂດດອນບັສ.

ຣັດ​ເຊຍ​ໄດ້​ໃຊ້​ສົງຄາມຢູ​ເຄຣນ ​ເພື່ອຜັກດັນກຳລັງ​ການ​ທະຫານ​ຂອງ​ມົສກູ​ໄປຫາ​ທາງ​ຕາ​ເວັນ​ຕົກ. ​ໃນ​ປີ 2023, ຣັດ​ເຊຍ​ໄດ້​ເລີ່​ມສົ່ງ​ອາວຸດ​ນິວ​ເຄຼຍສະໜາມ​ໄປ​ໃນເບ​ລາຣຸສ, ​ເຊິ່ງມີ​ຊາຍ​ແດນ​ຕິດ​ກັບ​ສາມ​ປະ​ເທດ​ຂອງ​ອົງການ​ເນໂຕ້​ຄື: ​ໂປ​ແລນ, ລີທົວ​ເນຍ, ​ແລະ ລັດ​ເວຍ.

ລັດຖະມົນຕີປ້ອງກັນປະເທດຂອງທ່ານປູຕິນເວົ້າຫຍັງແດ່

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ, ທ່ານເຊີເກ ຊອຍກູ ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ ໄດ້ກ່າວອ້າງວ່າ ກຸ່ມ​ຕິດ​ຕໍ່​ປ້ອງ​ກັນ​ປະ​ເທດຢູເຄຣນ ທີ່​ເອີ້ນ​ກັນ​ວ່າ ກຸ່ມ ແຣມສໄຕນ໌ (Ramstein) ໄດ້​ຮຽກ​ຮ້ອງ​ຢ່າງ​ເປີດ​ເຜີຍວ່າ ໃຫ້ຢູເຄຣນຍຶດ​ເອົາ​ດິນ​ແດນ​ຂອງ​ຣັດ​ເຊຍ.

ແນວໂຮມຂອງພັນທະມິດ 54 ປະເທດ ຮ່ວມໃຈກັນເພື່ອຊ່ວຍເຫຼືອຢູເຄຣນຕ້ານການຮຸກຮານຂອງຣັດເຊຍ, ກຸ່ມແຣມສໄຕນ໌ ບໍ່ໄດ້ຮຽກຮ້ອງໃຫ້ຢູເຄຣນຍຶດເອົາດິນແດນຂອງຣັດເຊຍເລີຍ. ທີ່​ຈິງ​ແລ້ວ, ກຸ່ມ​ດັ່ງກ່າວ​ໄດ້​ນຳ​ສະເໜີຂໍ້​ຈຳກັດ​ຕໍ່ການແນເປົ້າ​ໝາຍຢ່າງແໜ້ນ​ແກ່ນ​ຂອງ​ອາວຸດ​ໜັກ​ທີ່​ຕົນ​ສະໜອງ​ໃຫ້, ​ໃນ​ນັ້ນລວມ ທັງການ​ຫ້າມ​ບຸກ​ໂຈມ​ຕີ ຜືນແຜ່ນ​ດິນຂອງຣັດ​ເຊຍ ​ທີ່​ຖືກ​ຮັບ​ຮູ້​ຈາກ​ສາກົນ.

ລັດຖະມົນຕີການຕ່າງປະເທດຂອງທ່ານປູຕິນເວົ້າຫຍັງແດ່

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານເຊີເກ ລາວຣອຟ (Sergei Lavrov) ​ຍິ່ງ​ທຳ​ການ​ໂຈມ​ຕີຕໍ່​ກຸ່ມແຣມສະໄຕນ໌ (Ramstein) ເພີ້ມ​ອີກ ​ໂດຍ​ສົມ​ທຽບ​ມັນໃສ່​ກັບ “ນາ​ໂປ​ລຽນ… ແລະຮິດເລີ (Hitler)” ແລະກ່າວ​ອ້າງ​ວ່າ​ເປົ້າ​ໝາຍ​ຂອງ​ກຸ່ມ​ດັ່ງ​ກ່າວ​ແມ່ນ​ກຳ​ຈັດ​ປະຊາຊົນ​ຣັດເຊຍໃຫ້ໝົດໄປ.

ແນວໂຮມພັນທະມິດ ບໍ່ເຄີຍອອກຖະແຫຼງການໃດໆກ່ຽວກັບການທໍາລາຍທັງຫມົດ ຫຼື ບາງສ່ວນຂອງຣັດເຊຍ, ຊົນເຜົ່າຣັດເຊຍ ຫຼືພົນລະເມືອງຣັດເຊຍເລີຍ.

ດມິທຣີ ​ໂພພອຟ (Dmitry Popov) ນັກຂ່າວຂອງມອສກອຟສກີ ກົມໂຊມອລ ເລດສ໌ (Moskovsky Komsomolets) ຊຶ່ງເປັນນຶ່ງໃນຫນັງສືພິມການເມືອງທີ່ເກົ່າແກ່ທີ່ສຸດໃນຣັດເຊຍ ລາຍງານວ່າ " ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງສະຫະລັດ, ທ່ານເຈກ ຊູລີວານ (Jake Sullivan) ໄດ້ສັ່ງໃຫ້ຢູເຄຣນໂຈມຕີ ແຫຼມໄຄຣເມຍ.”

ທ່ານຊູລີວານ ກ່າວຕໍ່ CNN ວ່າ ໂດຍການສະຫນອງອາວຸດໃຫ້, ສະຫະລັດ "ບໍ່ໄດ້ອະນຸຍາດໃຫ້ຢູເຄຣນທີ່ມີລະບົບຂອງສະຫະລັດ, ລະບົບຂອງຕາເວັນຕົກ ໂຈມຕີຣັດເຊຍ." ແຕ່ ທ່ານກໍເວົ້າວ່າ "ໄຄຣເມຍແມ່ນຂອງຢູເຄຣນ" ສະຫະລັດບໍ່ໄດ້ວາງຂໍ້ຈໍາກັດ ຕໍ່ຢູເຄຣນ ໃນຄວາມສາມາດທີ່ຈະໂຈມຕີດິນແດນ [ຂອງຕົນເອງ] ພາຍໃນເຂດຊາຍແດນທີ່ໄດ້ຮັບຮູ້ຈາກສາກົນຂອງຕົນ."

ປື້ມຕໍາລາຮຽນຂອງທ່ານປູຕິນເວົ້າຫຍັງແດ່

ຄໍາເວົ້າຂອງປະທານາທິບໍດີຣັດເຊຍມັກຈະຖືກພິມອອກຢູ່ໃນປຶ້ມຕໍາລາຮຽນ ທີ່ໃຊ້ເພື່ອສອນການທົບທວນປະຫວັດສາດ ໃຫ້ແກ່ນັກຮຽນໃນໂຮງຮຽນ ແລະມະຫາ ວິທະຍາໄລຕ່າງໆ, ລວມທັງຢູ່ໃນຢູເຄຣນທີ່ຖືກຍຶດຄອງ.

ປຶ້ມຕໍາລາຮຽນຫຼ້າສຸດຂອງຣັດເຊຍສອງສະບັບ ສໍາລັບປະຫວັດສາດຣັດເຊຍໃນ ປັດຈຸບັນ ແລະປະຫວັດສາດໂລກ ໄດ້ສະທ້ອນໃຫ້ເຫັນເຖິງການໂຄສະນາຊວນເຊື່ອຂອງວັງເຄຣມລິນ ແລະຂໍ້ມູນທີ່ບໍ່ຖືກຕ້ອງ.

ຕົວຢ່າງ, ປື້ມປະຫວັດສາດຫົວນຶ່ງ ບອກວ່າສະຫະລັດແມ່ນຜູ້ໄດ້ຮັບຜົນປະໂຫຍດຕົ້ນຕໍຈາກສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ເພາະວ່າອາເມຣິກາ "ສາມາດ ເອົາອາຍແກັສໃນລາຄາແພງ ແລະຊັບພະຍາກອນອື່ນໆຂອງຕົນໄປໃຫ້ຢູໂຣບໄດ້."

ໃນ​ຄວາມ​ເປັນ​ຈິງແລ້ວ, ນັບ​ຕັ້ງ​ແຕ່​ຣັດ​ເຊຍບຸກລຸກຢູເຄຣນ ໃນ​ເດືອນ​ກຸມ​ພາ 2022 ມາ​ ສ່ວນ​ແບ່ງ​ຂອງ​ອາຍ​ແກັ​ສ​ທໍາ​ມະ​ຊາດ​ແຫຼວ​ຂອງ​ອາ​ເມຣິ​ກັນ ຢູ່​ໃນ​ການ​ນໍາ​ເຂົ້າອາຍແກັສຂອງຢູໂຣ​ບ​ໄດ້​ຫຼຸດ​ລົງ​, ອີງ​ຕາມ​ອົງການຢູໂຣສແທດ (Eurostat)​, ຫ້ອງ​ການ​ສະ​ຖິ​ຕິ​ຂອງ​ສະ​ຫະ​ພາບ​ຢູໂຣບ​.

“ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022, ຣັດ​ເຊຍທີ່ກວມເອົາ (18.1 ເປີເຊັນ) ແມ່ນ​ປະ​ເທດ​ສະ​ໜອງອາຍແກັສລາຍ​ໃຫຍ່​ອັນ​ດັບ​ສອງ ​ແກ່ອີຢູ (EU), ຮອງລົງມາ​ຈາກ​ສະ​ຫະ​ລັດທີ່ກວມເອົາ (48.6 ເປີເຊັນ) ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022. ເມື່ອມາຮອດ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2023, ສ່ວນແບ່ງຂອງຣັດເຊຍຫຼຸດລົງ 4.9 pp. ໃນຂະນະດຽວກັນ, ສ່ວນແບ່ງຂອງນໍເວເພີ້ມຂຶ້ນ (+6.5 pp), ຂອງກາຕາ, ແລະອາລຈີເຣຍ (ທັງສອງປະເທດເພີ້ມຂຶ້ນ +2.4 pp) ທັງຫມົດ ລ້ວນແຕ່ເພີ່ມຂຶ້ນ ໃນຂະນະທີ່ສ່ວນແບ່ງຂອງສະຫະລັດຫຼຸດລົງ 8.4 pp."

ໃນພາກອື່ນອີກ ສອນວ່າ ສະຫະລັດກໍາລັງບັງຄັບໃຫ້ຢູເຄຣນ ຕໍ່ສູ້ກັບການບຸກລຸກຂອງຣັດເຊຍ ແລະສອນວ່າ ອາເມຣິກາ "ຕັ້ງໃຈທີ່ຈະຕໍ່ສູ້ຈົນໃຫ້ຍັງແຕ່ຄົນຢູເຄຣນ ຜູ້ສຸດທ້າຍ."

ແຕ່ຢ່າງໃດກໍ່ຕາມ, ການສຳຫຼວດຄວາມຄິດເຫັນຂອງສາທາລະນະຊົນ ສະແດງໃຫ້ເຫັນວ່າ ຊາວຢູເຄຣນສ່ວນໃຫຍ່ເຊື່ອວ່າ “ໄຊຊະນະ” ສຳລັບປະເທດ ໝາຍຄວາມວ່າ “ການປົດປ່ອຍດິນແດນທັງໝົດຂອງຕົນ, ລວມທັງແຫຼມໄຄຣເມຍ ແລະເຂດດອນບັສ ທີ່ຖືກຍຶດຄອງ.” ການສໍາຫຼວດຄັ້ງນຶ່ງ ໄດ້ສະແດງໃຫ້ເຫັນຄວາມເຊື່ອຫມັ້ນຂອງຜູ້ຕອບ ໃນການທີ່ຈະຮັບໄຊຊະນະ ຊຶ່ງອະທິບາຍໂດຍ "ຄວາມຮັບຮູ້ຂອງພົນລະເມືອງກ່ຽວກັບໄພຂົ່ມຂູ່ຢ່າງສູງວ່າ ຈະມີການທໍາລາຍທັງໝົດປະເທດໄປ ເມື່ອໃດຫາກມີການເສຍໄຊຂອງທະຫານ."

XS
SM
MD
LG