ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ການໂຈມຕີຂອງພວກຮູຕີຢູ່ທະເລແດງ ແລະການຕອບໂຕ້ຂອງສະຫະລັດ ສະແດງໃຫ້ເຫັນວ່າ ເປັນພື້ນຖານໃຫ້ແກ່ການໂຄສະນາຊວນເຊື່ອ ທີ່ໄດ້ຮັບຜົນດີຫຼາຍ


ພວກຜູ້ສະໜັບສະໜຸນກຸ່ມຮູຕີ ໃນນະຄອນຫຼວງ ຊານາອາ ພາກັນປະທ້ວງຕໍ່ຕ້ານການເປີດສາກໂຈມຕີທາງອາກາດໂດຍສະຫະລັດ ແລະອັງກິດ ຕໍ່ເປົ້າໝາຍຕ່າງໆ ໃນເຢເມນ ເມື່ອວັນທີ 12 ມັງກອນ 2024. (Khaled Abdullah/Reuters)
ພວກຜູ້ສະໜັບສະໜຸນກຸ່ມຮູຕີ ໃນນະຄອນຫຼວງ ຊານາອາ ພາກັນປະທ້ວງຕໍ່ຕ້ານການເປີດສາກໂຈມຕີທາງອາກາດໂດຍສະຫະລັດ ແລະອັງກິດ ຕໍ່ເປົ້າໝາຍຕ່າງໆ ໃນເຢເມນ ເມື່ອວັນທີ 12 ມັງກອນ 2024. (Khaled Abdullah/Reuters)

ພວກຮູຕີ, ພວກອີຣ່ານທີ່ເປັນຜູ້ສະໜັບສະໜູນພວກເຂົາ ແລະຄົນອື່ນໆ ທີ່ສະແຫວງຫາຜົນປະໂຫຍດທາງດ້ານການເມືອງ ຈາກບັນຫາຂອງປາແລສໄຕນ໌ ສວຍໃຊ້ການຕອບໂຕ້ຂອງປະເທດຕາເວັນຕົກຕໍ່ການໂຈມຕີທີ່ມີມາໄດ້ຫຼາຍເດືອນແລ້ວ ຂອງພວກຫົວຮຸນແຮງເຢເມນຕໍ່ກຳປັ່ນການຄ້າຢູ່ໃນທະເລແດງ

ການໂຈມຕີ ທີ່ນຳພາໂດຍສະຫະລັດ ຕໍ່ພວກກະບົດຮູຕີຂອງເຢເມນ ທີ່ໄດ້ຮັບການໜູນຫຼັງຈາກອີຣ່ານ ເພື່ອຍຸຕິການໂຈມຕີທາງທະເລຂອງພວກເຂົາທີ່ມີມາໄດ້ເວລາຫຼາຍເດືອນແລ້ວໃນທະເລແດງ ໄດ້ເພີ້ມທະວີການເຜີຍແຜ່ຂໍ້ມູນທີ່ບໍ່ຈິງຈາກລັດຖະບານຂອງປະເທດຕ່າງໆ ທີ່ມັກສະແດງການສະໜັບສະໜູນຂອງຕົນ ຕໍ່ປາແລສໄຕນ໌ ແລະຄັດຄ້ານອິສຣາແອລ.

ນັບແຕ່ເທີກີ ທີ່ເປັນ​ພັນທະ​ມິດໃນເນໂຕ້ (NATO) ​ໄປຈົນ​ເຖິງ​ອີຣ່ານ ​ແລະ ຣັດ​ເຊຍ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ລັດຖະບານ ​ໄດ້​ດຳ​ເນີນ​ການການ​ໂຄສະນາ​ຕ້ານສະຫະລັດ, ອ້າງ​ເຫດຜົນທີ່ຜິດໆ ໃນການ​ຖິ້ມໂທດໃສ່ ແລະໃຫ້ເຮັດໃຫ້ຄົນມີ​ຄວາມ​ເຫັນທີ່ບໍ່ຖືກຕ້ອງຕໍ່​ສະພາບ​ການດັ່ງກ່າວ.

ໃນວັນ​ທີ 11 ມັງກອນຜ່ານມາ​ນີ້, ກອງ​ບັນຊາ​ການ​ຂອງ​ສະ​ຫະ​ລັດ ໃນ​ພາກຕາເວັນອອກ ກາງ (CENTCOM) ​ປະກາດ​ວ່າ ໂດຍໄດ້​ຮັບ​ການສະໜັບສະ​ໜູນຈາກ​ອອສເຕຣເລຍ, ກາ​ນາ​ດາ, ​ເນເທີແລນ ​ແລະ ບາຫ໌​ເຣນ, ສະຫະລັດ ​ແລະອັງກິດໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຮ່ວມກັນ ຕໍ່ກຸ່ມ​ກະບົດຮູຕີທີ່​ໜູນ​ຫຼັງ​ໂດຍ​ອີຣ່ານ.

CENTCOM ກ່າວວ່າ ຕົນໄດ້ແນເປົ້າໃສ່ລະບົບເຣດ້າ, ລະບົບປ້ອງກັນ​ໄພ​ທາງອາກາດ ແລະບ່ອນເກັບມ້ຽນ ແລະບ່ອນຍິງທີ່ພວກຮູຕີໃນເຢເມນໃຊ້ ເພື່ອແນເປົ້າໝາຍໃສ່ລະບົບທາງອາກາດທີ່ບໍ່ມີຄົນຂັບ, ເຮືອສຳລານ ແລະລູກສອນໄຟຂີປະນາວຸດຂອງພວກກໍາປັ່ນ ການຄ້າ.

ສະຫະລັດໄດ້​ດຳ​ເນີນ​ການ​ໂຈມຕີຕໍ່ມາ ຕໍ່​ສະຖານ​ທີ່​ຕັ້ງເຣດ້າຂອງ​ກຸ່ມຮູຕີ​ໃນ​ວັນ​ທີ 13 ມັງກອນ​ນີ້.

CENTCOM ກ່າວວ່າ ຕົນມີຈຸດປະສົງເພື່ອເຮັດໃຫ້ຂີດຄວາມສາມາດ ຂອງຮູຕີຫຼຸດລົງໃນການປະຕິບັດ "ການໂຈມຕີທີ່ຜິດກົດຫມາຍ ແລະແບບບໍ່ມີການໄຈ້ແຍກ ຕໍ່ກໍາປັ່ນຂອງສະ ຫະລັດ ແລະຂອງສາກົນ ແລະການຂົນສົ່ງການຄ້າຢູ່ໃນທະເລແດງ."

ແຕ່​ຢ່າງ​ໃດ​ກໍ​ຕາມ, ພວກຮູຕີ​ໄດ້​ສືບ​ຕໍ່​ບຸກ​ໂຈມ​ຕີການຂອງເຂົາ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ແນ​ເປົ້າ ໝາຍໃສ່ ​ແຕ່ບໍ່ປະສົບຜົນສໍາເລັດ ຕໍ່ກຳ​ປັ່ນ​ພິ​ຄາດຂອງ​ສະຫະລັດຢູ່​ທະ​ເລ​ແດງ​ໃນ​ວັນ​ທີ 14 ມັງກອນ​ນີ້, ​ແລະໄດ້ໂຈມ​ຕີ​ຢ່າງສໍາເລັດຜົນ ຕໍ່ກໍາປັ່ນ​ການ​ຄ້າ​ຂອງ​ສະຫະລັດ ໃນ​ວັນ​ທີ 15 ມັງກອນ​ຜ່ານມາ.

ວັນ​ທີ 16 ມັງກອນຜ່ານມາ​ນີ້, ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຢືນຢັນ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ໄດ້​ກຳຈັດ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 4 ລູກ​ທີ່​ກຸ່ມຮູຕີຈະໃຊ້​ໃນ​ການ​ໂຈມ​ຕີ​ເພີ້ມ​ອີກ.

ນັບຕັ້ງແຕ່ການລະເບີດຂຶ້ນຂອງສົງຄາມອິສຣາແອລ-ຮາມາສ ໃນເດືອນຕຸລາຜ່ານມາ, ພວກຮູຕີ ໄດ້ສະແດງໃຫ້ເຫັນຄວາມສາມັກຄີຂອງຕົນກັບປາແລສໄຕນ໌ ແລະຄັດຄ້ານອິສຣາແອລໂດຍການໂຈມຕີການຂົນສົ່ງທາງດ້ານການຄ້າຢູ່ໃນທະເລແດງ.

ພວກຮູຕີກ່າວອ້າງແບບຜິດໆວ່າ ກຳປັ່ນທີ່ເຂົາໂຈມຕີ — ຫຼື ຈີ້ເອົາ — ລ້ວນແຕ່ມີສ່ວນ ກ່ຽວພັນກັບ ຫຼື ຂົນສົ່ງຜ່ານໄປຫາອິສຣາແອລ.

ການ​ໂຈມ​ຕີຂອງຮູຕີ​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ສາກົນ ໂດຍ​ໄດ້​ລະ​ເມີດ​ສິດທິໃນ​ການ​ໄປຜ່ານ​ແດນ ​ແລະການໃຊ້ເສັ້ນທາງທີ່​ບໍລິສຸດ.

'ທະເລເລືອດ'

ສະຫະລັດ ແລະ​ປະ​ເທດ​ພັນທະ​ມິດ​ໄດ້ອົດ​ກັ້ນຕໍ່​ການ​ໂຈມ​ຕີ​ເປົ້າ​ໝາຍ​ພົນລະ​ເຮືອນຕ່າງໆ ມາໄດ້​ຫຼາຍ​ເດືອນ ກ່ອນ​ຈະທໍາການ​ຕອບ​ໂຕ້.

ແຕ່​ຢ່າງ​ໃດ​ກໍ່ຕາມ ບັນດາ​ຝ່າຍ​ຄ້ານ​ຂອງ​ສະຫະລັດ- ​ແລະ​ແມ່ນ​ແຕ່​ເທີກີທີ່ເປັນປະ​ເທດພັັນ ທະມິດ​ໃນເນໂຕ້ - ກໍຍັງ​ໄດ້​ພະຍາຍາມເຮັດໃຫ້ຄົນເບິ່ງຄືວ່າ ​ວໍ​ຊິງ​ຕັນ ​ແລະ ບັນດາ​ພັນທະ​ມິດ​ຂອງ​ປະເທດນີ້​ເປັນ​ຜູ້​ຮຸກ​ຮານ ​ທີ່ໄດ້ຕອບ​ໂຕ້ຕໍ່ການເປັນປໍລະປັກຂອງພວກຮູຕີ​.

"ສິ່ງທັງຫມົດທີ່ໄດ້ເຮັດໄປນັ້ນແມ່ນການໃຊ້ກໍາລັງທີ່ບໍ່ເໝາະສົມ." ນັ້ນຄືຄໍາເວົ້າຂອງປະທານາ ທິບໍດີເທີກີ, ທ່ານຣີເຊັບ ເອີດວານ ກ່າວ ໃນວັນທີ 12 ມັງກອນໃນການຕອບໂຕ້ ຕໍ່ການໂຈມຕີທີ່ນໍາພາໂດຍສະຫະລັດ.

"ໃນເວລານີ້, ພວກເຂົາກໍາລັງພະຍາຍາມເຮັດໃຫ້ທະເລແດງກາຍເປັນທະເລເລືອດ ແລະເຢເມນ ໂດຍທີ່ມີກຸ່ມຮູຕີ ແລະໂດຍການໃຊ້ກໍາລັງທະຫານທັງຫມົດຂອງຕົນ ເວົ້າວ່າ ຕົນກໍາ ລັງແລະຈະທໍາການຕອບໂຕ້ທີ່ຈໍາເປັນຢູ່ໃນຂົງເຂດນີ້ຕໍ່ສະຫະລັດ, ອັງກິດ.”

ທ່າ​ທີ​ຂອງ​ທ່ານເອີດວານ ທີ່​ເວົ້າວ່າ ສະ​ຫະ​ລັດຄວນຖືກຕ້ອງຕິ​ ວ່າເປັນ​ຜູ້ເຮັດໃຫ້ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ແດງເພີ້ມຂຶ້ນນັ້ນ ​ແມ່ນໄດ້ຮັບຄວາມເຫັນພ້ອມນໍາຈາກ​ອີ​ຣ່ານ ແລະ​ກຸ່ມເຮສໂບ ລາ, ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຢູ່​ໃນເລ​ບາ​ນອນ. ກຸ່ມເຮສໂບລາໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ ຈາກອີ​ຣ່ານມາໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ ແລະ​ໄດ້​ເປັນ​ເຄື່ອງ​ມື​ໃນ​ຄວາມຂັດ​ແຍ້ງ ທີ່ເປັນ​ຕົວ​ແທນໃຫ້​ແກ່​ອີ​ຣ່ານ ​ກັບ​ອິ​ສ​ຣາ​ແອລ ​ແລະ​ການຂັດແຍ້ງກັນລະຫວ່າງອິ​ສ​ຣາ​ແອລ​-ເລ​ບາ​ນອນ ທີ່​ມີ​ມາແຕ່​ດົນ​ນານແລ້ວ.

ເຊັ່ນດຽວກັນກັບກຸ່ມເຮສໂບລາ, ພວກຮູຕີແມ່ນເຄື່ອງມືໃນການແຜ່ອໍານາດຂອງອີຣ່ານອອກ ໄປສູ່ຂົງເຂດນັ້ນ. ທັງ​ສອງກຸ່ມ​ແມ່ນ​ສ່ວນ​ນຶ່ງ​ຂອງ​ແກນການ​ຕໍ່ຕ້ານຂອງ​ລັດ​ອິ​ສ​ລາມ​ທີ່​ນັບ​ມື້​ນັບ​ນັບ​ມື້​ນັບ​ກະຈາຍກວ້າງອອກໄປ, ເຊິ່ງ​ຈຳ​ນວນນຶ່ງແມ່ນມີ​ກຳ​ລັງ​ທະ​ຫານບ້ານຂອງພວກ​ຊີ​ໄອ​ຫຼາຍກວ່າ 100 ຄົນ ປະ​ຕິ​ບັດ​ງານ​ຢູ່​ອັ​ຟ​ກາ​ນິ​ສ​ຖານ, ອີ​ຣັກ, ເລ​ບາ​ນອນ, ປາ​ແ​ລັສ​ໄຕນ໌, ເລ​ບາ​ນອນ, ຊີ​ເຣຍ ແລະ ເຢ​ເມນ.

ທຳນຽບຂາວ​ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ “ມີ​ສ່ວນ​ຮ່ວມ​ຢ່າງ​ເລິກ​ເຊິ່ງ” ໃນ​ການ​ບຸກ​ໂຈມ​ຕີ​ຂອງກຸ່ມ ຮູຕີຢູ່​ທະ​ເລ​ແດງ​, ລວມ​ທັງໂດຍ​ຜ່ານ​ການ​ສະ​ໜອງ​ອາ​ວຸດ ແລະຂໍ້ມູນ​ລັບ.

ໂດຍອ້າງອີງເຖິງ “ສະຫະລັດແລະ​ເຈົ້າ​ໜ້າ​ທີ່​ຕາ​ເວັນ​ອອກ​ກາງ,” ​ເວັບ​ໄຊ​ຂ່າວ Semafor ​ໄດ້​ລາຍ​ງານ​ໃນ​ວັນ​ທີ 16 ມັງກອນ​ຜ່ານມານີ້​ວ່າ, “ພວກຜູ້​ບັນຊາ​ການ ​ແລະທີ່​ປຶກສາ” ຈາກ​ກອງ​ກຳລັງພິທັກປະ​ຕິ​ວັດ​ອິ​ສ​ລາມ (IRGC) ຂອງ​ອີຣ່ານ “ໄດ້ໄປຢູ່​ໃນ​ພາກ​ພື້ນດິນ​ ໃນ​ເຢ​ເມນ ​ແລະ​ມີ​ບົດບາດໂດຍ​ກົງໃນ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ຮູຕີ ຕໍ່​ການ​ຈະລາຈອນ​ທາງ​ການ​ຄ້າຢູ່ໃນທະເລແດງ.”

ນອກນັ້ນ, ໃນວັນ​ທີ 16 ມັງກອນຜ່ານມາ​ນີ້, ອີຣ່ານໄດ້ກ່າວ​ວ່າ ຕົນໄດ້​ໂຈມ​ຕີ "ສຳນັກ​ງານ​ ສອດແນມ​" ຕົ້ນຕໍ​ແຫ່ງ​ນຶ່ງ​ຂອງ​ອົງການ​ສອດ​ແນ​ມ​ໂມຊາດ (Mossad) ຂອງ​ອິ​ສ​ຣາ​ແອລ ທີ່ຢູ່​ບໍ່​ໄກ​ຈາກ​ສະຖານ​ກົງສຸນ​ສະຫະລັດ​ປະຈຳ​ເຂດເຄີດິສຖານ (Kurdistan) ຂອງ​ອີຣັກ ທີ່ເປັນ​ເຄິ່ງປົກຄອງຕົນເອງ ຊຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ​ກົວວ່າ ຈະມີ​ການ​ແຜ່​ລາມຂອງ​ສົງຄາມອິ​ສ​ຣາ​ແອລ- ຮາມາສ ອອກໄປໃນຂົງເຂດນັ້ນເພີ້ມອີກ.

ນອກ​ຈາກ​ຄວາມ​ທະ​ເຍີທະ​ຍານ​ຂອງ​ອີຣ່ານແລ້ວ ກໍຍັງ​ມີ​ການ​ສະໜັບສະໜູນ​ຢ່າງ​ກວ້າງ​ຂວາງ​ຕໍ່​ການ​ຕໍ່ສູ້​ຂອງ​ປາ​ແລັ​ສ​ໄຕນ໌​ໃນ​ໂລກຂອງພວກ​ມຸ​ສລິມ.

ທ່ານເອີດວານ ທີ່ເປັນແຊ້ມປຽນໃນເລື້ອງຂອງອິສລາມຜູ້ນຶ່ງໄດ້ອອກປາກອອກສຽງຕໍາໜິ ການດໍາເນີນຄວາມພະຍາຍາມໃນການເຮັດສົງຄາມຂອງອິສຣາແອລ ແລະເປັນຜູ້ສະຫນັບ ສະຫນູນຢ່າງເດັດດ່ຽວຕໍ່ການເປັນເອກະລາດຂອງປາແລສໄຕນ໌. ທ່ານເອີດວານ ​ໄດ້​ເອີ້ນ​ກຸ່ມ ຮາມາສ ຊຶ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອີຣ່ານ ທີ່​ດໍາ​ເນີນ​ການ​ຢູ່​ເຂດ ກາຊາ ວ່າ​ເປັນ​ກຸ່ມ​ປົດ​ປ່ອຍຊາດ.

ກຸ່ມຮາມາສໄດ້​ຈຸດປະກາຍ​ສົງຄາມ​ກັບ​ອິ​ສຣາ​ແອລ​ໃນ​ປັດຈຸ​ບັນ ໂດຍ​ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ​ຢູ່ໃນ​ພາກ​ໃຕ້​ຂອງ​ອິ​ສຣາ​ແອລເມື່ອ​ວັນ​ທີ 7 ຕຸລາ 2023, ເຊິ່ງ​ໄດ້​ສັງຫານ 1,200 ຄົນ, ຊຶ່ງສ່ວນຫຼາຍ​ແມ່ນ​ພົນລະ​ເຮືອນ. ກຸ່ມຮາມາສໄດ້​ຈັບ​ປະມານ 200 ຄົນ​ໄປເປັນຕົວ​ປະກັນ​ໃນ​ລະຫວ່າງ​ການ​ໂຈມ​ຕີນັ້ນ. ພວກເຂົາເຈົ້າສ່ວນຫຼາຍແລ້ວຍັງບໍ່ສາມາດຕິດຕໍ່ພົວພັນ ກັບໃຜ ໄດ້ເລີຍ, ແລະຄອບຄົວກໍບໍ່ຮູ້ກ່ຽວກັບຊະຕາກໍາຂອງເຂົາເຈົ້າເລີຍ.

ເຊັ່ນດຽວກັນ ທ່ານເອີດວານ ຍັງ​ໄດ້​ຄັດຄ້ານ​ການ​ສົ່ງ​ກຳ​ປັ່ນ​ບັນທຸກໂຈມ​ຕີ​ຂອງ​ສະຫະລັດ 2 ກຸ່ມ​ໄປ​ຍັງ​ທະ​ເລ​ເມ​ດີ​ແຕຣາ​ເນ​ຕາ​ເວັນ​ອອກ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ຕໍ່​ອິສຣາ​ແອ​ລ ໂດຍສະເພາະແມ່ນ​ອີຣ່ານ ​ແລະກຸ່ມ​ເຮສໂບລາ. ທ່ານເອີດວານກ່າວອ້າງວ່າ ແບບຜິດໆວ່າ ພວກເຂົາເຈົ້າຈະໄປ "ຕີເຂດກາຊາ."

ປະທານາທິບໍດີອີຣ່ານ ທ່ານ​ອີບຣາຮີມ ເຣຊີ (Ebrahim Raisi) ກໍໄດ້ພະຍາຍາມໝູນໃຊ້ການກະທຳຂອງຮູຕີເຊັ່ນກັນ ເພື່ອເປັນການສະແດງເຖິງຄວາມສາມັກຄີ ກັບປາແລສໄຕນ໌, ໂດຍກ່າວອ້າງວ່າ ການໂຈມຕີຂອງສະຫະລັດໄດ້ຖືກ “ປະຕິເສດ ແລະຕຳໜິຕິຕຽນຈາກບັນ ດາປະເທດທີ່ສະແຫວງຫາເສລີພາບຂອງໂລກ.”

ຣັດເຊຍທີ່ເປັນພັນທະມິດຂອງອີຣ່ານ ກໍໄດ້ກ່າວຫາຝ່າຍຕາເວັນຕົກເຊັ່ນກັນວ່າເພີ່ມທະວີຄວາມເຄັ່ງຕຶງເພື່ອໃຫ້ບັນລຸ “ເປົ້າໝາຍໃນການທຳລາຍລ້າງຜານ” ຂອງຕົນ, ໂດຍກ່າວອ້າງວ່າ ການໂຈມຕີຂອງສະຫະລັດຕໍ່ພວກຮູຕີສະແດງໃຫ້ເຫັນເຖິງ “ການບໍ່ເຄົາລົບກົດໝາຍສາກົນຢ່າງສິ້ນເຊີງເລີຍ.”

ໃນທາງກົງກັນຂ້າມ, ລັດຖະບານຂອງເຢເມນທີ່ໄດ້ຮັບການຍອມຮັບຈາກສາກົນ ເຊິ່ງໄດ້ມີສ່ວນຮ່ວມກັບກຸ່ມຮູຕີໃນການຂັດແຍ້ງທີ່ແກ່ຍາວມາໄດ້ເກືອບໄດ້ນຶ່ງທົດສະວັດແລ້ວນັ້ນ ກັບຖິ້ມໂທດໃສ່ພວກຫົວຮຸນແຮງທີ່ສະຫນັບສະຫນູນໂດຍອີຣ່ານວ່າໄດ້ກະຕຸ້ນໃຫ້ມີການໂຈມຕີຢູ່ໃນດິນແດນຂອງເຢເມນ.

"ຈໍາເປັນ, ເໝາະສົມ, ແລະຖືກເປົ້າຫມາຍ"

ໃນວັນ​ທີ 10 ມັງກອນຜ່ານມາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້ຮັັບ ຮອງ ເອົາ​ມະຕິ​ທີ່ກ່າວ​ປະນາມ​ໂດຍ "​ຄໍາເວົ້າ​ທີ່​ແຮງ​ທີ່​ສຸດ" ຕໍ່​ການ​ໂຈມ​ຕີ​ຫຼາຍ​ສິບ​ເທື່ອຂອງກຸ່ມ ຮູຕີໃສ່ພວກເຮັດການຄ້າ ​ແລະ​ກຳ​ປັ່ນ​ການ​ຄ້າ ​ນັບ​ແຕ່​ວັນ​ທີ 19 ພະຈິກຜ່ານມາ​.

ກ່ອນ​ໜ້າ​ນັ້ນ ​ນຶ່ງມື້, ພວກຮູ​ຕີ​ໄດ້​ທຳ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ທີ່​ສຸດ​ຢູ່​ທະ​ເລ​ແດງ ເທົ່າທີ່ມີມາ ຮອດປັດຈຸ​ບັນນີ້ ຊຶ່ງສ້າງ​ສະຖານະ​ການ​ທີ່​ຫົວ​ໜ້າ​ປ້ອງ​ກັນ​ປະ​ເທດຂອງ​ອັງກິດ​ເອີ້ນ​ວ່າ “ບໍ່​ຍືນ​ຍົງ.”

ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້ພວກຮູຕີ​ຍຸຕິການ​ໂຈມ​ຕີ​ດັ່ງກ່າວ​ໃນ​ທັນທີ ​ແລະ ໃຫ້ປ່ອຍ​ກຳ​ປັ່ນ​ການ​ຄ້າ Galaxy Leader ​ທີ່​ຕິດ​ທຸງບາຮາມາສ ແລະ ລູກ​ເຮືອຂອງມັນ ທີ່ ພວກຮູຕີໄດ້ຈີ້ເອົາໄປ​ໃນ​ເດືອນ​ພະຈິກຜ່ານມານັ້ນ.

ມະຕິ​ດັ່ງກ່າວ​ຍັງ​ໄດ້​ຢືນຢັນ​ສິດ​ເສລີ​ພາບໃນ​ການ​ເດີນ​ເຮືອ ​ແລະ ​ເສລີພາບຂອງພວກ​ເຮັດ ການ​ຄ້າ ​ແລະ ກໍາປັ່ນການ​ຄ້າ​ພາຍ​ໃຕ້​ກົດໝາຍ​ສາກົນ. ມັນ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ສິດ​ຂອງ​ປະ​ເທດ​ສະ​ມາ​ຊິກຂອງ​ສະ​ຫະ​ປະ​ຊາ​ຊາດ​ພາຍ​ໃຕ້​ກົດ​ຫມາຍ​ສາ​ກົນ "ໃນການ​ປ້ອງ​ກັນ​ກໍາ​ປັ່ນ​ຂອງ​ເຂົາ​ເຈົ້າບໍ່ໃຫ້ຖືກໂຈມ​ຕີ, ລວມ​ທັງ​ການບ່ອນ​ທໍາ​ລາຍ​ສິດ​ແລະເສລີ​ພາບໃນ​ການ​ເດີນ​ເຮືອ ອີກດ້ວຍ​."

ພວກຮູຕີໄດ້ປະຕິເສດບໍ່ຍອມຍຸຕິການໂຈມຕີຂອງພວກເຂົາ ໂດຍເອີ້ນມະຕິຂອງອົງການສະຫະປະຊາຊາດວ່າ ເປັນ "ເກມທາງດ້ານການເມືອງ" ແລະໄດ້ເຮັດໃຫ້ຄົນເບິ່ງການໂຈມຕີໃສ່ກໍາປັ່ນພົນລະເຮືອນ ຄືວ່າມັນເປັນ "ການປ້ອງກັນທີ່ຖືກຕ້ອງຊອບທໍາ."

ການ​ໂຈມ​ຕີ​ຂອງ​ສະຫະລັດກັບອັງກິດ​ໄດ້​ເກີດ​ຂຶ້ນ​ບໍ່​ດົນຫຼັງຈາກນັ້ນ, ​ແລະ​ນາຍົກລັດຖະມົນຕີອັງກິດ, ທ່ານຣີຊີ ຊູນາກ (Rishi Sunak) ​ໄດ້​ພັນລະນາການ​ຕອບ​ໂຕ້​ດັ່ງກ່າວ​ວ່າ "ຈຳ​ເປັນ, ເໝາະສົມ, ​ແລະ​ຖືກ​ເປົ້າ​ໝາຍ", ​ໂດຍ​ໃຫ້​ເຫດຜົນ​ວ່າ ​ການ​ໂຈມ​ຕີ​ທີ່​ເພີ່ມ​ທະວີ​ຂຶ້ນຂອງ ກຸ່ມຮູຕີ​ກໍາລັງ "​ເຮັດ​ໃຫ້​ຊີວິດຂອງ​ຜູ້​ບໍລິສຸດ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ... ລົບ​ກວນ​ເສດຖະ ກິດ​ໂລກ, ... ເຮັດໃຫ້​ຂົງ​ເຂດນັ້ນຂາດສະຖຽນລະພາບ​.”

ການຕອບໂຕ້ແບບຈຳກັດຂອງສະຫະລັດກັບອັງກິດ ໂດຍນຳໃຊ້ອາ​ວຸດນຳວິຖີທີ່ແມ້ນຢໍາ, ໃຫ້ໄປຖືກພຽງແຕ່ຊັບສິນທາງທະຫານທີ່ໃຊ້ໃນການໂຈມຕີຕໍ່ກຳປັ່ນພົນລະເຮືອນເທົ່ານັ້ນ.

ພວກ​ຮູຕີ​ໄດ້​ຢືນຢັນ​ວ່າ ການ​ໂຈມ​ຕີ​ເຫຼົ່າ​ນັ້ນ ໄດ້​ສັງຫານ​ນັກ​ລົບ​ຂອງ​ເຂົາ​ 5 ຄົນ ​ແລະເຮັດໃຫ້​ບາດ​ເຈັບ​ອີກ 6 ຄົນ. ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຕໍ່​ພົນລະ​ເຮືອນ ຫຼື​ໂຄງ​ລ່າງ​ພື້ນຖານ​ຂອງ​ພົນລະ​ເຮືອນແຕ່ຢ່າງໃດ.

ທັງຍັງ​ບໍ່​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ແນ​ໃສ່​ພວກ​ຜູ້ນໍາຂັ້ນ​ອະວຸ​ຂອງໂສຮູ​ຕີເລີຍ ຫລື ​ຖ້າບໍ່​ດັ່ງ​ນັ້ນແລ້ວ ກໍ​ຈະ​ຍົກ​ເລີກ​ການ​ຢຸດ​ຍິງ​ລະ​ຫວ່າງ​ພວກຮູຕີທີ່​ຄວບ​ຄຸມ​ປະ​ມານ 1/3 ຂອງ​ອາ​ນາ​ເຂດ​ ທີ່​ມີ​ພົນ​ລະ​ເມືອງ​ຫລາຍ​ທີ່​ສຸດ​ຂອງ​ເຢ​ເມນ, ແລະແນວໂຮມ​ທີ່​ນຳ​ພາ​ໂດຍຊາອຸດີ ທີ່ ໃຫ້ການ​ສະ​ໜັບ​ສະ​ໜູນ ແກ່​ລັດ​ຖະ​ບານ​ເຢ​ເມນ​ທີ່ໄດ້ຖືກຮັບ​ຮູ້​ຈາກ​ສາ​ກົນ.

ການ​ຢຸດ​ຍິງທີ່ໄດ້ຮັບການໄກ່ເກ່ຍ​ໂດຍ​ສະ​ຫະ​ປະ​ຊາ​ຊາດນັ້ນ ທີ່ໄດ້​ຖືກ​ຕັດ​ອອກ​ໃນ​ເດືອນ​ເມ​ສາ​ປີ 2022 ຫຼັງ​ຈາກ​ມີການ​ຕໍ່ສູ້ກັນ​ຫຼາຍ​ປີນັ້ນ ຍັງ​ຄົງ​ຢູ່​ໃນ​ພື້ນ​ຖານທີ່ມີຄວາມ​ສັ່ນ​ຄອນ.

ເອົາສິ່ງທີ່​ເຂົາຢາກໄດ້ ໃຫ້ໄປຢູ່ໃນກໍາມືຂອງເຂົາພໍດີເລີຍ​ບໍ່​?

ທ່ານອີບຣາຮີມ ຈາລາລ (Ibrahim Jalal), ນັກຄົ້ນຄວ້າດ້ານຄວາມໝັ້ນຄົງ, ການຂັດແຍ້ງແລະການປ້ອງກັນຊາດຂອງເຢເມນ ແລະເປັນນັກຄົ້ນຄວ້າທີ່ບໍ່ໄດ້ປະຈໍາຢູ່ທີ່ສະຖາບັນພາກຕາເວັນອອກກາງຂອງວໍຊິງຕັນໃຫ້ເຫດຜົນວ່າ ໃນຂະນະທີ່ສະຫະລັດຊອກຫາວິທີທາງຫຼຸດຜ່ອນຄວາມເຄັ່ງຕຶງກັບຝ່າຍຮູຕີ, ແຕ່ຮູຕີມີເຈດຕະນາທີ່ຈະກະຕຸ້ນໃຫ້ເກີດການຕອບໂຕ້ດ້ວຍການໃຊ້ອາວຸດຈາກວໍຊິງຕັນ ເພື່ອຍົກສູງບົດບາດທາງດ້ານການເມືອງຂອງເຂົາ.

ທ່ານ​ໃຫ້ເຫດຜົນ​ວ່າ “ການ​ແຊກ​ແຊງ​ຂອງ​ສາກົນ​ຈະ​ເຮັດ​ໃຫ້​ພວກເຂົາສາມາດ​ລະດົມ​ປະຊາ ຊົນໃຫ້​ສະໜັບສະໜູນເຂົາເພີ້ມອີກ ສໍາລັບການ​ສູ້ລົບ ຢູ່​ພາຍ​ໃນ​ປະ​ເທດ​ທີ່​ຍັງ​ບໍ່​ທັນສິ້ນສຸດ ລົງເທື່ອ ພ້ອມ​ທັງ​ເພີ່ມ​ທະວີ​ຖານສະໜັບສະໜູນ​ທີ່​ໂດ່ງດັງ​ຢູ່​ຕ່າງປະ​ເທດ ​ທັງຢູ່​ໃນ​ໂລກ​ອາຣັບ ​ແລະ​ອິສລາມອີກດ້ວຍ.”

ທ່ານເຈີຣອລ ຟາຍເອີສໄຕນ໌ (Gerald Feierstein), ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະ ລັດ​ປະ​ຈໍາ​ເຢ​ເມນ​ ໄດ້​ກ່າວ​ເຕືອນ​ວ່າ ​ບໍ່​ໃຫ້​ເອົາ ​“ສິ່ງທີ່​ພວກຮູຕີຢາກໄດ້ແທ້ໆ” ໄປໃຫ້ພວກ ເຂົາ​ໂດຍຜ່ານ​ການ​ຕອບ​ໂຕ້​ທາງ​ທະຫານ.

ທ່ານຟາຍເອີສໄຕນ໌ ກ່າວຕໍ່ອົງການຂ່າວຣອຍເຕີ້ສ (Reuters) ວ່າ ໂດຍທີ່ຕົກເປັນເປົ້າໝາຍການໂຈມຕີຂອງວໍຊິງຕັນມັນໄດ້ຍົກສູງພາບພົດຂອງກຸ່ມຮູຕີ, ເຮັດໃຫ້ພວກເຂົາເຂົ້າໄປຢູ່ໃນ "ການເປັນພັນທະມິດອັນດັບນຶ່ງຂອງອີຣ່ານຢູ່ໃນ 'ແກນ' ຂອງການຕໍ່ຕ້ານ'.”

ພວກປະກອບອາວຸດຢືນຢູ່ຫາດຊາຍ ໃນຂະນະທີ່ກຳປັ່ນການຄ້າ Galaxy Leader ຖືກ ຍຶດໂດຍກຸ່ມຮູຕີຂອງເຢເມນ ໃນເດືອນແລ້ວນີ້, ຖືກຈອດໄວ້ຢູ່ນອກຝັ່ງຂອງເມືອງອາລ-ຊາລິຟ (al-Salif) ໃນວັນທີ 5 ທັນວາ 2023. (ອີງຕາມ Khaled Abdullah/Reuters)
ພວກປະກອບອາວຸດຢືນຢູ່ຫາດຊາຍ ໃນຂະນະທີ່ກຳປັ່ນການຄ້າ Galaxy Leader ຖືກ ຍຶດໂດຍກຸ່ມຮູຕີຂອງເຢເມນ ໃນເດືອນແລ້ວນີ້, ຖືກຈອດໄວ້ຢູ່ນອກຝັ່ງຂອງເມືອງອາລ-ຊາລິຟ (al-Salif) ໃນວັນທີ 5 ທັນວາ 2023. (ອີງຕາມ Khaled Abdullah/Reuters)

ບັນດາເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ຕໍ່​ໜັງສືພິມ New York Times ວ່າ​ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ຖືກດັດ​ປັບຢ່າງ​ລະມັດລະວັງ ​ເພື່ອເປັນການ​ສົ່ງ​ຄຳ​ເຕືອນ​ແຕ່​ບໍ່​ໄດ້​ຂະຫຍາຍ​ການ​ຂັດ ແຍ້ງ ໃຫ້ແຜ່ລາມ​ອອກໄປ.

ແຕ່ຢ່າງໃດກໍ່ຕາມ ທ່ານນາງເອລີຊາເບັດ ເຄນໂດລ (Elisabeth Kendall), ຜູ້ຊ່ຽວຊານດ້ານ ບັນຫາໃນຕາເວັນອອກກາງຂອງມະຫາວິທະຍາໄລອອກຝອດ (Oxford) ກ່າວຕໍ່ ໜັງສືພິມຝຣັ່ງ 24 ເວັ້ນເສຍແຕ່ວ່າ ການໂຈມຕີທາງອາກາດໄປຖືກພື້ນຖານໂຄງລ່າງດ້ານການທະຫານທີ່ຈໍາເປັນຢ່າງຫຼວງຫຼາຍແທ້ໆ ໃນການດໍາເນີນການໂຈມຕີຢູ່ທະເລແດງ, ການຕອບໂຕ້ຂອງສະຫະລັດກັບອັງກິດອາດຈະເປັນ "ການຊ່ວຍພວກເຂົາຊໍ້າໄປ."

ທ່ານນາງກ່າວວ່າ "[ການໂຈມຕີ] ຈະເຮັດໃຫ້ພວກເຂົາຄຽດແຄ້ນ, ໂກດແຄ້ນຕໍ່ພວກນີ້ ແລະເປັນການປ້ອນສິ່ງທີ່ເຮັດໃຫ້ເຂົາ ສາມາດເວົ້າໄດ້ຫລາຍຂຶ້ນວ່າ ເຂົາເປັນຜູ້ປົກປ້ອງຜູ້ທີ່ຖືກກົດຂີ່ຂົ່ມເຫັງ, ໂດຍສະເພາະແມ່ນພວກທີ່ຢູ່ໃນເຂດກາຊາ, ຕໍ່ຕ້ານຈັກກະພັດຕາເວັນຕົກ - ອາເມຣິກາ, ອິສຣາແອລ ແລະພັນທະມິດຂອງພວກເຂົາ,".

XS
SM
MD
LG