ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຜູ້ນຳ ພັກເດໂມແຄຣັດ ຮຽກຮ້ອງໃຫ້ສະພາ ແກ້ໄຂບັນຫາ ໄວຣັສ Zika


ຍຸງລາຍ Aedes aegypti
ຍຸງລາຍ Aedes aegypti

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ຕ່ຳ​ສະຫະລັດ ທ່ານ​ນາງ Nancy Pelosi ​ແລະ ບັນດາ​ສະ ມາຊິກ​ສະພາ​ຕ່ຳ​ສັງກັດ​ພັກ​ເດ​ໂມ​ແຄຣັດ ຮຽກຮ້ອງ​ໃຫ້​ພັກ​ຣີພັບ​ບລີ​ກັນ​ເປີດ​ປະຊຸມ​ນັດ​ພິ​ເສດ​ຂອງ​ສະພາ ເພື່ອ​ແກ້​ໄຂເລື້ອງໄວ​ຣັສ Zika ​ແລະ​ບັນຫາຮີບ​ດ່ວນ​ອື່ນໆ.

ທ່ານ​ນາງ​ Pelosi ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຕຶກ​ລັດຖະສະພາ​ສະຫະລັດວ່າ ລັດ ຖະບານ​ປ​ະທາ​ນາ​ທິບໍດີ ​ບາຣັກ ​ໂອ​ບາ​ມາ​ ອາດ​ຈະ​ນຳ​ໃຊ້​ເງິນ​ ໃນ​ຈຳນວນ​ເພີ້ມຂຶ້ນ ​ເພື່ອ​ປາບ​ປາມ​ໄວຣັສ Zika ພາຍ​ໃນ​ນຶ່ງ​ ຫຼືສອງ​ມື້ຂ້າງ​ໜ້ານີ້. ​ແຕ່​ທ່ານ​ນາງ Pelosi ຮຽກຮ້ອງ​ໃຫ້​ສະມາຊິກ​ຂອງ​ພັກຣີພັບ​ບລີ​ກັນ ກັບ​ຄືນມາ​ວໍ​ຊິງ​ຕັນ ​ເພື່ອ​ກະກຽມ​ຮ່າງ​ກົດໝາຍ​ ທີ່​ຈະ​ສະໜອງ​ທຶນ​ຕໍ່​ການ​ປາບ​ປາມ​ເຊື້ອໄວຣັສດັ່ງກ່າວ.

ລັດຖະບານ​ທ່ານ​ໂອ​ບາ​ມາ ​ໄດ້​ຮ້ອງ​ຂໍ​ເງິນ 1 ພັນ 900 ລ້ານ​ໂດ​ລາ ​ໃນ​ເດືອນກຸມພາ​ຜ່ານ​ມາ ​ແຕ່​ສະພາ​ຕ່ຳ​ສະຫະລັດພາຍ​ໃຕ້​ການ​ນຳພາ​ຂອງ​ພັກຣີພັບ​ບລີກັນ ໄດ້​ເລີ້ມການ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ ມູນ​ຄ່າ 1 ພັນ 100 ລ້ານ​ໂດ​ລາ ທີ່ໄດ້​ຕົກ​ຢູ່​ໃນ​ສະພາບ​ ບໍ່​ໄປ​ບໍ່​ມາ​ຍ້ອນ​ການ​ບໍ່​ລົງ​ລອຍ​ກັນນັ້ນ.

ທ່ານນາງ Nancy Pelosi ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ສຫລ
ທ່ານນາງ Nancy Pelosi ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ສຫລ

ສະມາຊິກ​ພັກຣີພັບ​ບລີ​ກັນ ​ກ່າວ​ວ່າ ລັດຖະບານ​ທ່ານ​ໂອ​ບາ​ມາ ​ແມ່ນ​ກຳລັງ​ນັ່ງ​ທັບ​ກອງ​ທຶນ​ທີ່​ຍັງ​ບໍ່​ມີ​ການ​ໃຊ້​ຈ່າຍຊຶ່ງສາມາດ​ຈັດ​ສັນ​ໃໝ່ໃຫ້​ແກ່​ການ​ປາບ​ປາມເຊື້ອ​ໄວຣັສ Zika ​ໄດ້.

​ຕົ້ນຕໍ​ແລ້ວ ເຊື້ອ​ໄວຣັສ Zika ​ໄດ້​ຖືກ​ພົບ​ເຫັນ ​ຢູ່​ທີ່​ປະ​ເທດ​ບຣາຊີ​ລ​ໃນ​ປີ​ກາຍ​ນີ້ ​ແລະ​ນັບ​ແຕ່​ນັ້ນ ກໍ​ໄດ້​ແຜ່​ລະບາດ ຢ່າງ​ວ່ອງ​ໄວ ໄປ​ທົ່ວ​ທະວີບອາ​ເມຣິກາ. ​21 ກໍລະ​ນີ​ ໄດ້​ຖືກ​ຄົ້ນ ພົບເມື່ອ​ໄວໆມາ​ນີ້ ຢູ່​ລັດ​ຟລໍຣິດາ ຊຶ່ງ​ພາ​ໃຫ້​ລັດຖະບານ​ ທ່ານ​ໂອບາ​ມາ ​ຕ້ອງ​ໄດ້​ຈັດ​ງົບ ປະມານ 600 ລ້ານ​ໂດ​ລາໃນ​ທັນທີ ​ເພື່ອ​ປາບ​ປາມ​ເຊື້ອ​ໄວຣັສນີ້.

ສະມາຊິກ​ສະພາ​ຕ່ຳ Rosa DeLauro ກ່າວວ່າ ມີ​ຄວາມ​ຕ້ອງການ​ເງິນ​ເພີ້ມຕື່ມ​ອີກ​ຍ້ອນ​ວ່າ​ສູນ​ກາງ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ແລະ​ປ້ອງ​ກັນພະ​ຍາດ​ຂອງ​ສະຫະ ລັດຈະ​ໝົດ​ເງິນ​ໃນ​ການ​ປາບ​ປາມ ໄວຣັສ Zika ພາຍ​ໃນ​ທ້າຍ​ເດືອນ​ກັນຍາ ຈະ​ມາ​ນີ້. ທ່ານ​ນາງ DeLauro ກ່າວ​ຕື່ມ​ວ່າ ອີກ​ສອງ​ພະ​ແນ​ກການ​ຂອງ​ລັດຖະບານ​ກາງ ກໍ​ຈະ​ໝົດ​ເງິນ​ໃຊ້​ຈ່າຍ​ພາຍ​ໃນ​ທ້າຍ​ເດືອນ​ສິງຫານີ້.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG