ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດ ບັນນາທິການ ​ໜັງສືພິມ ຮົງ​ກົງ ຖືກແທງ ອາການ ສາຫັດ (ວີດີໂອ)


ເຫດການໂຈມຕີ ຕໍ່ທ່ານ Kevin Lau ອະດີດ​ບັນນາທິການ​ໜັງສືພິມ Ming Pao
ເຫດການໂຈມຕີ ຕໍ່ທ່ານ Kevin Lau ອະດີດ​ບັນນາທິການ​ໜັງສືພິມ Ming Pao
ອະດີດ​ບັນນາທິການ​ໜັງສືພິມຄົນນຶ່ງ​ໃນ​ຮົງ​ກົງ ຜູ້​ຊຶ່ງ​ໄດ້ຖືກ
​ປົດອອກຈາກຕຳແໜ່ງເມື່ອໄວໆມານີ້ ພາໃຫ້ມີການປະ​ທ້ວງ​
ຕໍ່ຕ້ານ​ກຸງ​ປັກ​ກິ່ງນັ້ນ ແມ່ນ​ກໍາ ລັງ​ຕໍ່ສູ້​ເພື່ອ​ເອົາ​ຊີວິດ​ລອດ
ຫຼັງຈາກ​ໄດ້ຖືກ​ແທງ ໃນການ​ໂຈມຕີ​ໂດຍພວກຄົນຮ້າຍ
ທີ່​ບໍ່​ຊາບ​ວ່າ​ແມ່ນໃຜນັ້ນ.

ຕໍາ ຫຼວດ​ຮົງ​ກົງ ກ່າວ​ວ່າ ທ່ານ Kevin Lau ​ແມ່ນ​ກໍາ ລັງ​ຍ່າງ​
ໄປ​ຫາ​ລົດ​ຂອງລາວ ​ໃນຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້​ ​ທີ່​ຄຸ້ມ Sai
Wan Ho ​ໃນ​ຕອນ​ທີ່​ລາວ​ຖືກ​ໂຈມ​ຕີໂດຍ​ຄົນຮ້າຍກຸ່ມນຶ່ງ
ທີ່ພາກັນຫ​ລົບ​ໜີ​ໄປ​ດ້ວຍ​ລົດ​ຈັກ. ປະຈຸບັນ​ນີ້ ທ່ານ Lau
ກໍ​າລັງຢູ່ໃນອາການ​ສາຫັດ.

ທ່ານ Lau ​ໄດ້​ຖືກ​ປົດໃນເດືອນແລ້ວນີ້ ອອກ​ຈາກ​ຕຳແໜ່ງບັນນາທິການຂອງ​ໜັງສື
ພິມ Ming Pao ​ຊຶ່ງເປັນ​ໜັງສືພິມ​ທີ່​ມີ​ຊື່​ສຽງ​ທາງ​ດ້ານ​ການ​ສືບສວນ​ສອບ​ສວນ​ຕ່າງໆ​ ​
ແລະ​ການ​ເກັບ​ກໍາ​ ເລື່ອງ​ການ​ເມືອງຂອງ​ຈີນ​ຢ່າງມີປະສິດທິຜົນນັ້ນ. ຫລັງຈາກທ່ານ
ຖືກປົດແລ້ວ ກໍໄດ້ ມີການແຕ່ງຕັ້ງໃຫ້ບັນນາທິການທີ່​ນິຍົມ​ຈີນເຂົ້າຮັບໜ້າທີ່ແທນ.

ການປົດທ່ານ Lau ອອກຈາກຕຳແໜ່ງ ແລະອີກຫຼາຍກໍລະນີທີ່ຄ້າຍຄືກັນນີ້ ໄດ້ສ້າງ
ຄວາມເປັນຫ່ວງຄັ້ງໃໝ່ ກ່ຽວກັບສິດເສລີພາບດ້ານການຂ່າວທີ່ພວມຊຸດໂຊມລົງ
ແລະການມີອິດທິພົນເພີ້ມຂຶ້ນຂອງຈີນແຜ່ນດິນໃຫຍ່ໃນຮົງກົງ ຊຶ່ງເປັນເຂດເຄິ່ງປົກ
ຄອງຕົນເອງນັ້ນ.

ສະມາຄົມນັກ​ຂ່າວ​ຂອງ​ຮົງ​ກົງ​ໄດ້​ກ່າວ​ປະນາມ​ການ​ໂຈມ​ຕີ​ຕໍ່ທ່ານ Lau ນັ້ນ​ວ່າ ​ດ້ວຍ
ຄຳເວົ້າ ທີ່ແຮງ​ສຸດ​ແລະ​ຮຽກຮ້ອງ​ໃຫ້​ເຈົ້າໜ້າທີ່​ນໍາ​ ເອົາ​ພວກ​ຄົນຮ້າຍທີ່​ໂຈມ​ຕີ​ນັ້ນ​ມາ​ລົງ
ໂທດໂດຍໄວ ເທົ່າທີ່ຈະໄວໄດ້ ເພື່ອ​ບັນ​ເທົາ​ຄວາມຢ້ານກົວຂອງປະຊາຊົນ.

HONG KONG JOURNALIST
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG