ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ປະສົບການຄືພາບລວງຕາ ອະນຸຍາດໃຫ້ຄົນເຊື່ອມຕໍ່ກັນ


LogOn: Hologram-like experience allows people to connect
please wait

No media source currently available

0:00 0:02:00 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບໍລິສັດຂອງປະເທດ ໂຮນລັງ Holoconnects ແມ່ນມີຄວາມຊໍານານໃນຂະ ແໜງພາບລວງຕາ ແລະ ຕອນນີ້ແມ່ນກຳລັງຜະລິດຕູ້ການເຊື່ອມຕໍ່ສ່ວນຕົວ ຂະໜາດເທົ່າຄົນດ້ວຍຄວາມສູງສອງແມັດ ທີ່ເຮັດໃຫ້ມັນຮູ້ສຶກວ່າຄົນທີ່ທ່ານເວົ້າ ນຳນັ້ນແມ່ນຢູ່ຕໍ່ໜ້າທ່ານ. ນັກຂ່າວວີໂອເອ ດີນາ ມິດແຊລ໌ ມີລາຍງານເພີ່ມ ເຕີມຈາກນະຄອນ ອອສຕິນ ລັດ ເທັກຊັສ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານ.

ທ່ານ ເຈີຣຽນ ສໂປລສຕຣາ ບໍ່ສາມາດທີ່ຈະເດີນທາງໄປນະຄອນ ອອສຕິນ ລັດ ເທັກຊັສ ທັນເວລາ, ສຳລັບກອງປະຊຸມ SXSW ທີ່ຖືກຈັດຂຶ້ນເມື່ອບໍ່ດົນ ມານີ້, ແຕ່ສິ່ງນັ້ນບໍ່ໄດ້ຢຸດລາວຈາກການພົວພັນກັບບັນດາແຂກເຂົ້າຮ່ວມ.

”ການສາຍ” ເຂົ້າມາຈາກປະເທດ ເນເທີແລນ ຜ່ານຕູ້ “Holobox” ສາມມິຕິສູງ ສອງແມັດ, ທ່ານ ສໂປລສຕຣາ ໄດ້ທຳການສົນທະນາແບບສົດໆໝົດມື້ຈາກຕູ້ Holobox ແມ່ນກະທັ້ງທຳການຈຳລອງການຈັບມື ແລະ ກອດດ້ວຍ.

ບໍລິສັດ Holoconnects ເວົ້າວ່າຜະລິດຕະພັນຂອງເຂົາເຈົ້າ, ເຊິ່ງຍັງມາໃນ ຮູບແບບຂະໜາດນ້ອຍ, ຈະນຳເອົາຄົນມາຮວມກັນໃນວິທີທີ່ເປັນກັນເອງ ແລະ ໃກ້ຊິດກັນຂຶ້ນກວ່າເກົ່າ. ຜູ້ທີ່ຍ່າງກາຍແມ່ນສາມາດທີ່ຈະໂດດເຂົ້າໄປໃນຜ້າ ດ້ານຫຼັງສີຂາວ ແລະ ເຫັນໂຕເຂົາເຈົ້າເອງຢູ່ໃນຕູ້ນັ້ນເຊັ່ນກັນ.

ທ່ານ ສຕີຟ ສເຕີລິງ ແມ່ນຜູ້ອຳນວຍການບໍລິຫານຂອງບໍລິສັດ Holoconnects ໃນທະວີບອາເມຣິກາເໜືອ.

ທ່ານ ສຕີຟ ສເຕີລິງ ກ່າວວ່າ “ພວກເຮົາສາມາດຜະລິດຄວາມຮູ້ສຶກໃນການພົວ ພັນກັບຄົນທີ່ດີຫຼາຍແທ້ໆ, ເພາະວ່າເຂົາເຈົ້າສາມາດເບິ່ງຕາກັນແລະກັນ ແລະ ເບິ່ງມັນດ້ວຍຄວາມແມ່ນຢໍາທີ່ສູງ ທີ່ມັນຮູ້ສຶກຄືກັບເຂົາເຈົ້າຢູ່ທີ່ນັ້ນແທ້ໆ.”

ບໍລິສັດດັ່ງກ່າວໃຊ້ຄຳວ່າ “Hologram” ຫຼື ພາບສາມມິຕິ ເພື່ອອະທິບາຍຜະ ລິດຕະພັນຂອງເຂົາເຈົ້າ, ແຕ່ທ່ານ ສເຕີລິງ ກ່າວວ່າແທ້ຈິງແລ້ວມັນແມ່ນຕູ້ສາມ ມິຕິພ້ອມກັບເຄື່ອງມືທີ່ຖືກຜະລິດຂຶ້ນມາທີ່ອະນຸຍາດໃຫ້ພາບ 4K ຖືກສະແດງຢູ່ ໃນແຜ່ນຈໍບາງໆ, ດ້ວຍຄວາມລະອຽດພາບ 150,000 ເມັດແສງທີ່ເຮັດໃຫ້ມັນມີ ຄວາມຮູ້ສຶກເລິກ.

ມັນຖືກໃຊ້ດັ່ງກັບເຄື່ອງມືການຕະຫຼາດໂດຍຍີ່ຫໍ້ໃຫຍ່ໆແລ້ວ ແລະ ດັ່ງກັບຄົນ ເຝົ້າປະຕູສຳລັບແຂກຢູ່ເຄືອຂ່າຍໂຮງແຮມແຫ່ງນຶ່ງໃນ ຢູໂຣບ.

ທ່ານ ໂຣລ ໄກສບິສ ແມ່ນຜູ້ບໍລິຫານໃຫຍ່ຂອງອົງການການຕະຫຼາດ 270 ອົງສາ. ທີມງານຂອງທ່ານໄດ້ສ້າງເທັກໂນໂລຈີທີ່ອະນຸຍາດໃຫ້ຜູ້ໃຊ້ພົວພັນ ດ້ວຍຕູ້ Holobox.

ທ່ານ ໂຣລ ໄກສບິສ ກ່າວວ່າ “ເທັກໂຈໂລຈີຂອງພວກເຮົາອະນຸຍາດໃຫ້ຕູ້ Holobox ທຳການພົວພັນກັບຜະລິດຕະພັນຂອງພວກເຮົາ ເພື່ອໃຊ້ມັນໃນ ທາງການຄ້າ.

ຜະລິດຕະພັນຫຼູຕ່າງໆ, ເຈົ້າສາມາດເບິ່ງມັນ, ດ້ວຍຄວາມລະອຽດຫຼາຍ.

ຕູ້ Holobox ສາມາດໃຊ້ແມ່ນກະທັ້ງດ້ວຍ “ຄົນດິຈິຕອລ.” ຮູບຮ່າງທີ່ເບິ່ງຄືຄົນແທ້ໄດ້ຖືກສ້າງຂຶ້ນໂດຍບໍລິສັດທີ່ມີຊື່ວ່າ AiVATA. ປັດຈຸບັນນີ້ລາວຖືກໃຊ້ເປັນນັກຂ່າວຢູ່ໂຕະຂ່າວໃນປະເທດ ເກົາຫຼີໃຕ້.

ຜູ້ບໍລິຫານທຸລະກິດ AiVATA ທ່ານນາງ ຊີອອນໂຮ ລີ ແມ່ນມີຄວາມ ຫວັງສູງກວ່ານັ້ນ.

ທ່ານນາງ ຊີອອນໂຮ ລີ ກ່າວວ່າ “ພວກເຮົາຢາກຮ່ວມມືກັບບໍລິສັດ Holoconnects ເພື່ອສະແດງສິ່ງມະນຸດດິຈິຕອລສາມາດເຮັດ.”

ບໍລິສັດ Holoconnects ເວົ້າວ່າຜະລິດຕະພັນຂອງເຂົາເຈົ້າຈະຖືກໃຊ້ຢູ່ໃນໂຮງ ໝໍທີ່ຖືກເລືອກໃນປີນີ້, ໂດຍອະນຸຍາດໃຫ້ຄົນໄຂ້ລົມກັບຜູ້ຊ່ຽວຊານຈາກທົ່ວ ໂລກ.

Jurrien Spoelstra wasn’t able to make it to Austin, Texas, for the recent SXSW conference, but that didn’t stop him from interacting with guests.

“Beamed” in from the Netherlands via his company’s two-meter tall, three dimensional “Holobox,” Spoelstra had live conversations all day from the Holobox–even simulating handshakes and hugs.

The company Holoconnects says their product, which also comes in a mini version, brings people together in a more intimate and engaging way. Passersby were able to jump onto a white background and see themselves in the box as well.

Steve Sterling is the managing director for Holoconnects in North America.

“We can deliver a really great sense of engagement with people, because they can look each other in the eye and see it with such high fidelity that it feels like they're really right there.”

The company uses the word “hologram” to describe their product, but Sterling says it’s actually a 3D box with proprietary hardware that allows the 4K image to be shown on a laminated display, with 150,000 lumens of light giving it a feeling of depth.

It’s already being used as a marketing tool by big brands and as a concierge with touchscreen for guests at a European hotel chain.

Roel Gijsbers ((pronouncer: Ruhl Gize-bis– accent on Gize)) is the CEO of the marketing agency 270 Degrees. His team built the tech that allows users to interact with the Holobox.

“Our tech enables the Holobox to have interaction with products — to utilize it in a commercial way.

The luxury products, you can look at them, very detailed."

The Holobox can even be used with “digital people.” This realistic looking avatar was created by a company called AiVATAR. She is currently used to anchor a news desk in South Korea.

AiVATAR business manager Seonho Lee has even higher hopes.

“We want to collaborate with Holoconnects to show what digital humans can do.”

Holoconnects say their product will be in select hospitals this year, allowing patients to interact with specialists from around the world.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG