ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສໍ້ລາດບັງຫຼວງໃນແຂວງ ຈຳປາສັກ ເກີດ ຈາກການຮ່ວມມືກັນ ຢ່າງເປັນ ຂະບວນ


ພະນັກງານລັດຖະບານ ລາວ ຖືກຈັບຂໍ້ຫາ ສໍ້ລາດບັງຫຼວງ.
ພະນັກງານລັດຖະບານ ລາວ ຖືກຈັບຂໍ້ຫາ ສໍ້ລາດບັງຫຼວງ.

ເຈົ້າແຂວງຍອມຮັບວ່າ ການທຸຈະລິດສ່ວນໃຫຍ່ໃນແຂວງ ຈຳປາສັກ ເກີດຈາກການກະ ທຳຂອງບັນດາພະນັກງານລັດທີ່ຮ່ວມມືກັນຢ່າງເປັນຂະບວນການ ເພື່ອຍັກຍອກເອົາລາຍ ຮັບ ແລະ ຊັບສິນຂອງ ລັດ.

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງ ແລະ ເລຂາພັກແຂວງຈຳປາສັກ ຖະແຫຼງວ່າການຈັດ ເກັບລາຍຮັບເຂົ້າງົບປະມານໃນຊ່ວງ 6 ເດືອນທຳອິດຂອງແຜນການປີ 2015-2016 ນີ້ ສາມາດຈັດເກັບລາຍຮັບໄດ້ໃນມູນຄ່າ 529 ຕື້ກີບ ຫຼື ຄິດເປັນ 41 ເປີເຊັນ ເທົ່ານັ້ນຂອງ ແຜນການປີ ແລະ ຈາກການ ລົງກວດກາໂດຍໜ່ວຍສະເພາະກິດຂອງແຂວງ ໃນໄລຍະ ທີ່ຜ່ານມາພົບວ່າ ສາເຫດທີ່ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ຕ່ຳນັ້ນກໍເພາະການທຸຈະ ລິດຂອງບັນດາພະນັກງານ ລັດ ທີ່ຮ່ວມມືກັນຢ່າງເປັນຂະບວນການເພື່ອຍັກຍອກເອົາ ລາຍຮັບຈາກພາສີອາກອນ ແລະ ຊັບສິນຂອງລັດໄປຢ່າງຫຼວງຫຼາຍ.

ທັງນີ້ໂດຍວິທີການທຸຈະລິດຢ່າງເປັນຂະບວນການ ທີ່ບັນດາພະນັກງານລັດໄດ້ພາກັນ ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ກໍຄືການແຈ້ງລາຍຮັບ ແລະ ຜົນກຳໄລຂອງບັນດາ ຫົວໜ່ວຍທຸລະກິດຕ່າງໆ ທີ່ເປັນເທັດ ເພື່ອຈະໄດ້ຊຳລະພາສີອາກອນໃນລະດັບຕ່ຳ ແລະ ຍັງໄດ້ສ້າງຕັ້ງບໍລິສັດນາຍໜ້າຂຶ້ນມາຮັບຜິດຊອບໃນການຂົນສົ່ງສິນຄ້ານຳເຂົ້າແບບເໝົາ ຝ່າຍດຽວ ຊຶ່ງກໍເຮັດໃຫ້ສາມາດແຈ້ງມູນຄ່າສິນຄ້າທີ່ນຳເຂົ້ານັ້ນເປັນເທັດ ຫຼື ຕ່ຳກວ່າ ຄວາມເປັນຈິງໄດ້ອີກດ້ວຍ.

ທ່ານ ບຸນຖອງ ຢືນຢັນວ່າໄດ້ລົບລ້າງບໍລິສັດນາຍໜ້າດັ່ງກ່າວໄປແລ້ວ ທັງຍັງໄດ້ດຳເນີນ ການກວດສອບມູນຄ່າການນຳເຂົ້າສິນຄ້າຢ່າງເຂັ້ມງວດດ້ວຍ ຊຶ່ງເຮັດໃຫ້ທາງການແຂວງ ຈຳປາສັກ ສາມາດເກັບລາຍຮັບໄດ້ເພີ່ມຂຶ້ນເປັນ 917 ຕື້ກີບ ຫຼື ຄິດເປັນ 63 ເປີເຊັນຂອງ ແຜນການປີ 2015-2016 ນີ້.

ໂດຍກ່ອນໜ້ານີ້ ຄະນະກວດກາສູນກາງພັກ-ລັດ ລາຍງານວ່າໃນຕະຫຼອດປີ 2015 ທີ່ ຜ່ານມາໄດ້ດຳເນີນການກວດກາ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບວ່າການສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດ ໃນທົ່ວປະເທດໄດ້ເຮັດໃຫ້ລັດ ຖະບານສູນເສຍລາຍຮັບ ແລະ ງົບປະມານໄປເປັນມູນຄ່າ ລວມເຖິງ 3,034.3 ຕື້ກີບ ຫຼື 373 ລ້ານໂດລາ ຊຶ່ງໃນນີ້ກໍສາມາດຍຶດຄືນມາໄດ້ພຽງ 467.59 ຕື້ກີບ ຫຼື ຄິດເປັນ 15 ເປີເຊັນເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດຕໍ່ ພະນັກ ງານລັດຈຳນວນ 95 ຄົນທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານຂອງລັດໄປຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນເປັນພະນັກງານຂອງແຂວງ ອຸດົມໄຊ, 22 ຄົນເປັນພະ ນັກງານທະນາຄານແຫ່ງຊາດ ແລະ 11​ ຄົນເປັນພະນັກງານໃນກະຊວງການເງິນ ໂດຍ ບໍ່ປະກົດວ່າມີພະນັກງານຂັ້ນສູງຖືກລົງໂທດດ້ວຍແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່ໃນກະຊວງ ການເງິນໄດ້ໃຫ້ການຢືນຢັນວ່າ.

"ການກວດສອບຂອງພັກ-ລັດ ເອງກໍກວດສອບໄດ້ແຕ່ບຸກຄົນທຳມະດາ ເຮັດວຽກເປັນ ພະນັກງານທົ່ວໄປ ແຕ່ຄົນທີ່ມີອຳນາດໃຫຍ່ໆ ແນ່ນອນບໍ່ສາມາດກວດສອບໄດ້ຢູ່ແລ້ວ ສ່ວນຫຼາຍແລ້ວເຂົາແນ່ນອນ ເຂົາກໍເຫັນແກ່ເງິນຢູ່ແລ້ວ ປະເທດ ລາວ ຊ່ວງນີ້ມັນກະ ຕ້ອງຮ່ວມກັນນະ ຮ່ວມກັນໂກງຮ່ວມກັນກິນ ບໍສາມາດໄປວິຈານຫຍັງໄດ້ເລີຍ."

ຍິ່ງໄປກວ່ານັ້ນ ສຳລັບໃນກໍລະນີແຂວງ ຈຳປາສັກ ນີ້ກໍຍັງບໍ່ມີລາຍງານວ່າໄດ້ດຳເນີນ ມາດຕະການຍຶດເງິນຄືນ ແລະ ຊັບສິນຈາກບັນດາພະນັກງານທີ່ທຸຈະລິດດັ່ງກ່າວອີກດ້ວຍ ຫາກແຕ່ຈາກການທີ່ທາງການແຂວງຈຳປາສັກ ສາມາດຈັດເກັບລາຍຮັບໄດ້ເພີ່ມຂຶ້ນດັ່ງ ກ່າວ ກໍຕ້ອງຖືວ່າມີປະສິດທິພາບສູງໃນການຈັດຕັ້ງປະຕິບັດງານດ້ານພາສີອັນຖືເປັນຜົນ ຈາກ ການທີ່ສະພາທະນາຍຄວາມຂອງສະຫະລັດ ອາເມຣິກາ ແລະ ສະຖານທູດ ສະຫະ ລັດ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດການຝຶກອົບຮົມ ກ່ຽວກັບ ການສະກັດກັ້ນ ແລະ ດ້ານສໍ້ລາດບັງຫຼວງໃຫ້ກັບພະນັກງານຂອງຄະນະກວດກາສູນກາງພັກ ແລະ 37 ໜ່ວຍ ງານກ່ຽວຂ້ອງໃນທົ່ວປະເທດ ລາວ ເມື່ອບໍ່ດົນມານີ້ີ້.

ໂດຍເປົ້າໝາຍສຳຄັນຂອງການຈັດການຝຶກອົບຮົມ ກໍເພື່ອເຮັດໃຫ້ອົງການກວດກາໃນ ລາວ ສາມາດນຳໃຊ້ກົດໝາຍຕ້ານການສໍ້ລາດບັງຫຼວງ ລວມເຖິງກົດໝາຍອື່ນໆ ແລະ ບັນດາສົນທິສັນຍາທີ່ກ່ຽວຂ້ອງກັບການຕ້ານອາຊະຍາກຳທາງການເງິນໄດ້ຢ່າງມີປະສິດທິ ພາບ ແລະ ພະນັກງານກວດກາຂອງ ລາວ ຍັງໄດ້ຮຽນຮູ້ທັກສະການສືບສວນສອບສວນ ແລະ ການກູ້ເອົາຊັບສິນກັບຄືນອີກດ້ວຍ.

XS
SM
MD
LG