ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເທັກໂນໂລຈີ ປັນຍາປະດິດ ຫຼື AI ເປັນໄພຄຸກຄາມຕໍ່ຄວາມເຊື່ອຫມັ້ນຂອງຜູ້ລົງຄະແນນ ໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ


ເທັກໂນໂລຈີ ປັນຍາ ປະດິດ ຫຼື AI ຄຸກຄາມບັນດາຜູ້ມີສິດເລືອກຕັ້ງ ວ່າສິ່ງໃດເປັນຄວາມຈິງ

ປັນຍາປະດິດ ຫຼື AI ແມ່ນຢູ່ອ້ອມຮອບຊີວິດດ້ານການເມືອງຂອງສະຫະລັດ, ນັບຕັ້ງແຕ່ການລະດົມທຶນຈົນເຖິງການໂຄສະນາຫາສຽງ. ສະມາຊິກສະພາບາງຄົນ ກຳລັງຫາທາງທີ່ຈະກວດກາການນໍາໃຊ້ເນື້ອໃນທີ່ສ້າງຂຶ້ນໂດຍ AI ໃນການເລືອກຕັ້ງປະທານາທິບໍດີ ປີນີ້ ໃຫ້ດີຂຶ້ນກວ່າເກົ່າ ດັ່ງທີ່ພວກເຂົາ ກ່າວວ່າ ມັນເປັນໄພຕໍ່ຄວາມເຊື່ອຫມັ້ນຂອງຜູ້ລົງຄະແນນ ໃນສິ່ງທີ່ວ່າ ອັນໃດເປັນຄວາມຈິງ. ສກັອດ ສເຕີນສ໌ (Scott Stearns) ນັກ​ຂ່າວ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ ເລື້ອງນີ້.

ມາຮອດປະຈຸບັນນີ້, ປັນຍາປະດິດ ຢູ່ໃນການໂຄສະນາຫາສຽງເພື່ອຊິງຕໍາແໜ່ງປະທານາທິບໍດີ ຄັ້ງນີ້ ໄດ້ຖືກກ່າວເຖິງຫຼາຍທີ່ສຸດຢູ່ໃນລັດ ນິວ ແຮມເຊຍ (New Hampshire), ບ່ອນທີ່ຜູ້ມີສິດປ່ອນບັດເລືອກຕັ້ງ ຫຼາຍພັນຄົນໄດ້ຮັບໂທລະສັບ ຈາກສຽງທີ່ຄ້າຍຄືກັບ ທ່ານ ໂຈ ໄບເດັນ ທີ່ບອກພວກເຂົາບໍ່ໃຫ້ລົງຄະແນນສຽງ.

ລະບົບສາຍໂທເຂົ້າອັດຕະໂນມັດ ທີ່ເປັນສຽງຂອງ ທ່ານໄບເດັນ ໂຕປອມ ເວົ້າວ່າ:

"ການລົງຄະແນນສຽງ ໃນວັນອັງຄານນີ້ ພຽງແຕ່ຈະຊຸກຍູ້ ພັກຣີພັບບລີກັນ ໃນການສະແຫວງຫາຟຟເພື່ອໃຫ້ເລືອກເອົາ ດໍໂນລ ທຣຳ ອີກເທື່ອຫນຶ່ງ."

ສຽງປອມນີ້ ແມ່ນສ້າງຂື້ນໂດຍນັກມາຍາກົນ ຈາກລັດ ຫຼຸຍເຊຍນາ ທ້າວ ພອລ ຄາເພນເຕີ (Paul Carpenter) ໃນລາຄາ 150 ໂດລາ.

ທ້າວ ພອລ ຄາເພນເຕີ (Paul Carpenter), ນັກມາຍາກົນ:

"ຖ້າຜູ້ໃດກໍາລັງຊອກຫາເລື້ອງແບບໃດແບບນຶ່ງ, ບໍ່ແມ່ນເລື້ອງປອມ, ແຕ່ຄືກັບວ່າເປັນເລື້ອງປອມ, ແບບເລື້ອງຂອງການຫຼິນເກມ ບ່ອນທີ່ວ່າ ມີສິ່ງທີ່ບໍ່ດີໄດ້ເກີດຂຶ້ນ, ຂ້ອຍນີ້ແຫຼະ ແມ່ນເລື້ອງນັ້ນ."

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ ຣີເຈີດ ບລູເມັນທອລ (Richard Blumenthal) ກ່າວ​ວ່າ ບໍ່​ມີ​ເວລາ​ທີ່​ຈະ​ລໍຖ້າ ໃຫ້ມີເລື້ອງແບບນີ້​ເກີດຂຶ້ນອີກ.

ສະມາຊິກສະພາ ຣີເຈີດ ບລູເມັນທອລ (Richard Blumenthal), ເປັນສະມາຊິກສຽງສ່ວນຫຼາຍຂອງຄະນະກຳມະການຕຸລາການ ເວົ້າວ່າ:

“ຂ່າວທີ່ບໍ່ຖືກຕ້ອງ ​ແລະ​ການ​ປອມ​ແປງແບບ​ເລິກ​ເຊິ່ງ​ ກຳ​ລັງ​ແຜ່ລະບາດ​ສູ່​ສາ​ທາ​ລະ​ນະຊົນຊາວອາ​ເມຣິ​ກັນ. ລັກສະນະຂອງການມາເຖິງຂອງພວກມັນ ຈະເປັນການໂຄສະນາທາງດ້ານການເມືອງ ແລະຮູບແບບອື່ນໆຂອງຂໍ້ມູນທີ່ບໍ່ຖືກຕ້ອງ ຮູບແບບອື່ນໆ ທີ່ສ້າງຂຶ້ນໂດຍປັນຍາປະດິດ. ມັນເປັນໄພອັນຕະລາຍ ຢ່າງຈະແຈ້ງ ແລະ ເກີດຂຶ້ນໃນປັດຈຸບັນ ຕໍ່ປະຊາທິປະໄຕຂອງພວກເຮົາ.”

ຢູ່ທີ່ການພິຈາລະນາຄະດີຂອງຄະນະກໍາມະການຕຸລາການຂອງສະພາສູງ ກ່ຽວກັບ ປັນຍາປະດິດ ຫຼື AI ໃນການເລືອກຕັ້ງຄັ້ງນີ້ ເມື່ອອາທິດທີ່ຜ່ານມາ, ສະມາຊິກສະພາສູງ ຈອສ ຮໍລີ (Josh Hawley) ກ່າວວ່າ ມັນເຖິງເວລາທີ່ຈະດຳເນີນການແລ້ວ.

ສະມາຊິກສະພາສູງ ຈອສ ຮໍລີ (Josh Hawley), ສະມາຊິກຄະນະຕຸລາການ:

“ຄວາມອັນຕະລາຍຂອງເທັກໂນໂລຈີນີ້ ຖ້າບໍ່ມີການປ້ອງກັນ ແລະບໍ່ມີມາດຕະການດ້ານຄວາມປອດໄພ ແມ່ນຈະກາຍເປັນເລື້ອງທີ່ເຈັບປວດ, ເຈັບປວດທີ່ເຫັນໄດ້ຢ່າງຈະແຈ້ງ. ແລະຂ້າພະເຈົ້າຄິດວ່າ ຄໍາຖາມໃນປັດຈຸບັນນີ້ ແມ່ນວ່າ ພວກເຮົາຈະຕ້ອງໄດ້ຊົມໄພພິບັດ ທີ່ເກີດຂື້ນຢູ່ນີິ້ ບໍ?”

ທ່ານ ໂຊເຮບ ອາເມັດ (Zohaib Ahmed), ຜູ້ພັດທະນາການສ້າງສຽງໂດຍ AI ກ່າວວ່າ ມັນເປັນໄປໄດ້ຢູ່ແລ້ວ ທີ່ຈະກວດຈັບການໂທແບບດຽວກັບທີ່ເກີດຂຶ້ນໃນ ລັດ ນິວ ແຮມເຊີ (New Hampshire).

ທ່ານ ໂຊເຮບ ອາເມັດ (Zohaib Ahmed), ຊີ ອີ ໂອ ຂອງ Resemble AI:

"ພວກເຮົາເຊື່ອວ່າ ເທກໂນໂລຈີ ການກວດຫາລາຍນ້ຳ ຂອງ AI ເປັນການແກ້ໄຂທີ່ພ້ອມປະຕິບັດການໄດ້ແລ້ວ ເຊິ່ງສາມາດກວດສອບຄວາມສົມບູນຂອງເນື້ອໃນສຽງ."

ທ່ານ ເບັນ ໂຄລແມນ (Ben Colman), ຜູ້ປະກອບການດ້ານການກວດຫາເນື້ອໃນປອມ ຫຼື deepfake ກ່າວວ່າ ດ້ວຍເທັກໂນໂລຈີດັ່ງກ່າວມີຢູ່ແລ້ວນັ້ນ, ສິ່ງທີ່ຍັງຂາດຢູ່ ແມ່ນກົດລະບຽບ.

ທ່ານ ເບັນ ໂຄລແມນ (Ben Colman), ຜູ້ຮ່ວມກໍ່ຕັ້ງ Reality Defender:

“ມີ​ຂອບ​ເຂດການເຮັດວຽກ​ທີ່​ດີ​ຫຼາຍແທ້ໆ ​ ທັງໃນລະ​ບຽບ​ການ​ລະ​ດັບ​ຊາດ ແລະ​ລະ​ດັບ​ລັດ. ເມື່ອທ່ານອັບໂຫຼດບາງສິ່ງບາງຢ່າງເຂົ້າໃສ່, ຕົວຢ່າງເຊັ່ນ ຢູທູບ, ມັນຈະກວດສອບບາງສິ່ງໜ້ອຍດຽວ. ມັນກໍາລັງກວດຫາຄວາມຮຸນແຮງ. ມັນກຳລັງກວດຫາຮູບພາບຂອງເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະ. ມັນກໍາລັງກວດຫາວ່າ, ເຈົ້າກໍາລັງອັບໂຫລດເພງຫຼ້າສຸດ ຂອງ ເດຣກ (Drake) ຢູ່ບໍ? ນັ້ນແມ່ນເປັນຍ້ອນກົດລະບຽບ. ສະນັ້ນ, ເພື່ອສະແກນຫາສື່ຕ່າງໆທີ່ສ້າງຂຶ້ນມາໃໝ່ໂດຍ AI, ນັ້ນອາດຈະເປັນການກວດຫາອີກແບບນຶ່ງ ພາຍໃນກະແສດຽວກັນນັ້ນ.”

ຄະນະກໍາມະການເລືອກຕັ້ງຂອງລັດຖະບານກາງສະຫະລັດ ກໍາລັງພິຈາລະນາກົດລະບຽບທີ່ຈະຫ້າມການໃຊ້ AI ໃນການໂຄສະນາ ເພື່ອຫລອກລວງຜູ້ລົງຄະແນນໂດຍເຈດຕະນາ.

ເລຂາທິການແຫ່ງລັດ ຂອງ​ລັດ ນິວ ແຮມເຊີ ທ່ານ ເດວິດ ສແກນແລນ (David Scanlan) ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ສູງ​ວ່າ ເທັກໂນໂລຈີ AI ທີ່ບໍ່ໄດ້ຖືກກວດສອບ ​ຄື​ກັບ​ການ​ໂທ​ຫາປອມ ຂອງ ທ່ານ ໄບເດັນ ນັ້ນ ​ເປັນ​ໄພຕໍ່​ຄວາມເຊື່ອ​ໝັ້ນ​ ​ຂອງ​ຜູ້​ລົງ​ຄະ​ແນນ​ສຽງ.

ທ່ານ ເດວິດ ສແກນແລນ (David Scanlan), ເລຂາທິການແຫ່ງລັດຂອງ ລັດ ນິວ ແຮມເຊີ:

“ສິ່ງທີ່ເປັນພື້ນຖານທີ່ສຸດ, ສິ່ງທີ່ສຳຄັນນັ້ນ ​ທີ່​ຂ້າພະ​ເຈົ້າຮັບຮູ້ ​ໃນ​ບົດບາດ​ຂອງ​ຂ້າພະ​ເຈົ້າ​ ໃນ​ຖານະ​ເປັນກຳມະການເລື້ອງຕັ້ງຂອງລັດ ​ແມ່ນ​ການ​ຮັບປະກັນ​ວ່າ​ ການ​ເລືອກ​ຕັ້ງ​ ຈະບໍ່​ເກີດ​ຄວາມ​ສັບສົນ, ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຊື່ອ ​ແລະ ຮັບ​ຮູ້​ວ່າ ການເລືອກຕັ້ງ ໄດ້​ດຳ​ເນີນ​ໄປ​ຢ່າງ​ຍຸດຕິ​ທຳ ​ແລະ ຖືກຕ້ອງ​ຕາມ​ມາດຖານ​ສູງ​ສຸດ ທີ່ຈະເປັນໄປໄດ້ ແລະຖ້າພວກເຮົາສູນເສຍອັນນັ້ນ, ມັນຈະຍາກຫຼາຍທີ່ຈະເອົາມັນກັບຄືນມາ.”

ໃນລັດ ນິວ ແຮມເຊີ, ບັນດາສະມາຊິກສະພາສູງ ກໍາລັງເຮັດວຽກເພື່ອກຳນົດໃຫ້ເປີດເຜີຍການໂຄສະນາທາງດ້ານການເມືອງ ພາຍໃນ 90 ມື້ ຂອງການເລືອກຕັ້ງ ຖ້າວ່າແມ່ນ ສຽງ, ຮູບພາບ, ຫຼື ວິດີໂອ, ການອ້າງເຖິງຄໍາເວົ້າ, "ໄດ້ຖືກດັດແປງ ຫຼືສ້າງຂຶ້ນໂດຍເທັກໂນໂລຈີປັນຍາປະດິດ ຫຼືບໍ່ ແລະການເລົ່າເຖິງຄໍາເວົ້າ ຫຼືການກະທຳທີ່ບໍ່ໄດ້ເກີດຂື້ນແທ້.”

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Artificial Intelligence surrounds U.S. political life, from fundraising to campaign advertising. Some lawmakers are looking to better police the use of generative content in this year’s presidential election as they say it threatens voter confidence in what is real. VOA Correspondent Scott Stearns has our story.

So far, artificial intelligence in this presidential campaign has been most pronounced in the New Hampshire primary, where thousands of voters received a call from a voice sounding like Joe Biden telling them not to vote.

FAKE BIDEN ROBOCALL:

“Voting this Tuesday only enables the Republicans in their quest to elect Donald Trump again.”

The fake voice was made by Louisiana magician Paul Carpenter for $150.

Paul Carpenter, Magician:

"If anybody is looking for some kind of flag, not a false flag, but like a flag, a gameplay flag where something bad happened, I'm the flag."

U.S. Senator Richard Blumenthal says there is no time to wait for another flag.

Sen. Richard Blumenthal, Judiciary Committee Majority Member:

“Disinformation and deepfakes are about to descend on the American public.

The form of their arrival will be political ads and other forms of disinformation that are made possible by artificial intelligence. There is a clear and present danger to our democracy.”

At a Senate Judiciary Committee hearing on AI in this election last week, Senator Josh Hawley said it is time to act.

Sen. Josh Hawley, Judiciary Committee Minority Member:

“The dangers of this technology without guardrails and without safety features are becoming painfully, painfully apparent. And I think the question now is, is that are we going to have to watch some catastrophe unfold?”

It is already possible to detect calls like the one in New Hampshire, says artificial voice generation developer Zohaib Ahmed.

Zohaib Ahmed, Resemble AI CEO:

“We believe that AI watermarking technology is a readily available solution that can already check the integrity of audio content.”

With that technology in place, what’s lacking is regulation, says deepfake detection entrepreneur Ben Colman.

Ben Colman, Reality Defender Co-founder:

“There's a really nice framework in both national and also state level regulations in place. When you upload something on, for example YouTube, it's checking for a few things. It's checking for violence. It's checking for underage imagery. It's checking for, are you uploading the latest Drake song? That's because of regulations. So to scan for generative media, that could be another check within that same flow.”

The U.S. Federal Election Commission is considering rules that would prohibit using AI in ads to deliberately deceive voters.

New Hampshire Secretary of State David Scanlan told the Senate committee that unchecked generative AI like the fake Biden call threatens voter confidence.

David Scanlan, New Hampshire Secretary of State:

“The most fundamental, important thing that I perceive in my role as secretary of state is to make sure that an election is not messed up, that the voters believe and know that it was run fairly and accurately to the highest standards possible. And if we lose that, it will be very, very hard to get it back.”

In New Hampshire, lawmakers are working to require that political advertising within 90 days of an election disclose if audio, still images, or video, quote, “has been manipulated or generated by artificial intelligence technology and depicts speech or conduct that did not occur.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG