ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ບໍລິສັດທີ່ປຶກສາ ແລະ ວິເຄາະນາໆຊາດ ລາຍງານວ່າ ສະຫະລັດ ນຳໜ້າ ຈີນ ໃນການຖືກຍອມຮັບວ່າ ເປັນຜູ້ນຳລະດັບໂລກ


ແຟ້ມພາບ - ຮູບທີ່ເອົາມາຮ່ວມກັນ ຂອງ ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ພະຈິກ 2021 ແລະ ປະທານປະເທດຈີນ ທ່ານ ສີ ຈິນຜິງ ໃນ ນະຄອນ ບຣາຊີເລຍ ຂອງບຣາຊີລ, ວັນທີ 13 ພະຈິກ 2019.
ແຟ້ມພາບ - ຮູບທີ່ເອົາມາຮ່ວມກັນ ຂອງ ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ພະຈິກ 2021 ແລະ ປະທານປະເທດຈີນ ທ່ານ ສີ ຈິນຜິງ ໃນ ນະຄອນ ບຣາຊີເລຍ ຂອງບຣາຊີລ, ວັນທີ 13 ພະຈິກ 2019.

ການຍອມຮັບຄວາມເປັນຜູ້ນຳໂລກຂອງສະຫະລັດແມ່ນສູງກວ່າຂອງຈີນ, ອີງຕາມການວິເຄາະຂອງບໍລິສັດທີ່ປຶກສາ ແລະ ວິເຄາະ ນາໆຊາດ Gallup ໃນວັນຈັນມື້ນີ້. ບົດ​ລາຍ​ງານ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ຫຼາຍ​ປະ​ເທດ​ຈະ​ມີ​ການ​ສະໜັບສະໜູນ​ ​ການ​ນຳພາ​ຂອງ​ສະຫະລັດຫຼາຍກວ່າ, ​ແຕ່​ການ​ສະໜັບສະໜູນ​ທົ່ວ​ໂລກຕໍ່​ທັງ​ ສະຫະລັດ ​ແລະ ​ຈີນ ກໍ​ໄດ້​ຫຼຸດ​ລົງ​ໃນ​ປີ 2023.

ບົດ​ລາຍ​ງານ​ຍັງ​ລະບຸ​ວ່າ ເຖິງແມ່ນ ສະຫະລັດ ຈະ​ເອົາ​ຊະນະ​ຈີນ​ໃນ​ການ​ອະນຸມັດ​ຜູ້ນຳ​ໂລກ, ແຕ່ການ​ສະໜັບສະໜູນ​ຈະ​ຜັນຜວນ​ໂດຍຂຶ້ນ​ຢູ່​ກັບວ່າ ໃຜເປັນ​ຜູ້​ນຳ. ຂໍ້ມູນຂອງ Gallup ໃນຕະຫຼອດໄລຍະເກືອບ 20 ປີທີ່ຜ່ານມາ ສະແດງໃຫ້ເຫັນວ່າ ການນໍາພາຂອງພັກເດໂມແຄຣັດ ມີແນວໂນ້ມທີ່ຈະໃຫ້ຜົນຂອງການສະຫນັບສະຫນູນທົ່ວໂລກ ທີ່ສູງກວ່າການນໍາພາຂອງພັກຣີພັບບລີກັນ.

​ຈາກການສຳຫຼວດ 133 ປະ​ເທດ ​ໃນ​ປີ 2023, ສະຫະລັດ ຍັງ​ຮັກສາ​ຄວາມ​ໄດ້​ປຽບ 81 ປະ​ເທດ, ແລະ ຈີນ ໃນ 52 ປະ​ເທດ. ສະຫະລັດ​ ໄດ້ປຽບຫຼາຍທີ່ສຸດໃນປະເທດໂກໂຊ​ໂວ ​ໃນ​ຂະນະ​ທີ່​ຈີນ​ໄດ້​ປຽບຫຼາຍ​ທີ່​ສຸດ​ໃນ ​ຣັດ​ເຊຍ.

Gallup ກ່າວໃນບົດລາຍງານວ່າ ການມີຄວາມໄດ້ປຽບໃນການອະນຸມັດການເປັນຜູ້ນໍາ ແມ່ນສໍາຄັນຕໍ່ຄວາມສາມາດຂອງປະເທດໃນການໃຊ້ອິດທິພົນ. “ການຖືເອົາປັດໃຈອື່ນໆຄົງທີ່, ມະຫາອໍານາດທີ່ມີຄວາມໄດ້ປຽບໃນການອະນຸມັດສຸດທິໃນປະເທດທີ່ຕົນມີຄວາມສົນໃຈ ອາດຈະມີໂອກາດທີ່ດີກວ່າ ທີ່ຈະບັນລຸຈຸດປະສົງຂອງຕົນ.”

ບົດລາຍງານຍັງໄດ້ກ່າວອີກວ່າ ຄະແນນການອະນຸມັດສຸດທິ “ສະໜອງຕົວແທນທີ່ເປັນປະໂຫຍດ ສໍາລັບອົງປະກອບທີ່ສໍາຄັນຂອງການໃຊ້ອິດທິພົນທີ່ນິ້ມນວນໃນລະດັບປະຊາກອນ.”

ເຖິງແມ່ນວ່າສະຫະລັດຈະມີຂໍ້ໄດ້ປຽບຢ່າງຈະແຈ້ງ, ການສະຫນັບສະຫນູນ ທັງຈີນ ແລະສະຫະລັດ ກໍຫຼຸດລົງ, ແລະ Gallup ກ່າວໃນບົດລາຍງານວ່າ ສິ່ງນີ້ “ຊີ້ໃຫ້ເຫັນເຖິງການຂາດຄວາມກະຕືລືລົ້ນທີ່ເພີ້ມຂຶ້ນ ສໍາລັບທັງສອງມະຫາອໍານາດໂລກເຫຼົ່ານີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG