ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ອະດີດນາຍົກລັດຖະມົນຕີໄທ ທ່ານ ທັກສິນ ພະຍາຍາມມີບົດບາດ ໃນການໄກ່ເກ່ຍຂໍ້ຂັດແຍ້ງຢູ່ໃນ ມຽນມາ


ແຟ້ມຮູບ-ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຊິນນະວັດ ເດີນທາງຮອດສະໜາມບິນດອນເມືອງໃນບາງກອກ, ປະເທດໄທ, ວັນທີ 22 ສິງຫາ 2023.
ແຟ້ມຮູບ-ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຊິນນະວັດ ເດີນທາງຮອດສະໜາມບິນດອນເມືອງໃນບາງກອກ, ປະເທດໄທ, ວັນທີ 22 ສິງຫາ 2023.

ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຜູ້ມີອິດທິພົນຂອງໄທ ໄດ້ທໍາການພົບປະກັບບັນດາບຸກຄົນສຳຄັນ ໃນການຕໍ່ຕ້ານລັດຖະບານທະຫານມຽນມາ ໂດຍມີເປົ້າໝາຍເພື່ອເປັນຄົນກາງໃນການໄກ່ເກ່ຍແກ້ໄຂຂໍ້ຂັດແຍ້ງດ້ວຍອາວຸດທີ່ຮຸນແຮງຢູ່ໃນມຽນມາ ເປັນເວລາຫຼາຍກວ່າ 3 ປີ.

ແຫຼ່ງຂ່າວທີ່ບໍ່ປະສົງເປີດເຜີຍຊື່ ເນື່ອງຈາກກັງວົນກ່ຽວກັບຄວາມປອດໄພຂອງຕົນ ກ່າວຕໍ່ VOA ພາກພາສາມຽນມາວ່າ ທ່ານ ທັກສິນ ໄດ້ຈັດການພົບປະແບບບໍ່ເປັນທາງການກັບບັນດາຜູ້ນໍາລັດຖະບານເງົາຂອງມຽນມາ, ເຊິ່ງເປັນລັດຖະບານສາມັກຄີແຫ່ງຊາດ ຫຼື NUG ໃນລະຫວ່າງການຢ້ຽມຢາມຊຽງໃໝ່ທາງພາກເຫນືອຂອງປະເທດໄທ ໃນລະຫວ່າງເດືອນມີນາ ແລະ ເດືອນເມສາ.

ແຫຼ່ງຂ່າວກ່າວວ່າ ທ່ານ ທັກສິນ, ຜູ້ທີ່ປັດຈຸບັນນີ້ ພັກການເມືອງຂອງທ່ານເປັນຫົວໜ້າລັດຖະບານປະສົມຂອງໄທ, ໄດ້ທໍາການພົບປະແຍກກັນ ກັບບັນດາຜູ້ຕາງໜ້າຂອງກຸ່ມປະກອບອາວຸດຊົນເຜົ່າຕ່າງໆຈາກມຽນມາ ລວມມີ ສະຫະພັນກຳມະບານແຫ່ງຊາດກາຫຼ່ຽງ (Karen) ຫຼື KNU, ພັກກ້າວໜ້າແຫ່ງຊາດຊາວກະຫຼ່ຽງ (Karenni) ແລະອົງການແຫ່ງຊາດກາຊິ່ນ (Kachin).

ໃນລະຫວ່າງການ​ພົບ​ປະກັນ​ຄັ້ງ​ນຶ່ງນັ້ນ, ທ່ານ ​ທັກສິນ ​ໄດ້​ພົບ​ປະ​ກັບ​ນາຍ​ພົນ ຢາດ ເສີກ (Yawd Serk) ຂອງ​ສະພາ​ຟື້ນ​ຟູລັດສານ ແລະ ກອງທັບລັດ ສານ ຫຼື RCSS/SSA, ອີງຕາມ​ແຫຼ່ງຂ່າວ​ອື່ນໆ​ທີ່​ໃກ້ຊິດ​ກັບ​ກຸ່ມ​ປະກອບ​ອາວຸດ. ເມື່ອບໍ່ດົນມານີ້, ທ່ານ ເສີກ ມີສ່ວນພົວພັນ​ກັບ​ການ​ປະຕິບັດ​ງານ​ທີ່​ເຄັ່ງ​ຕຶງ​ໂດຍ​ອົງການ​ຕ້ານ​ຢາ​ເສບ​ຕິດ​ຂອງ​ສະຫະລັດ ທີ່​ກ່ຽວ​ຂ້ອງກັບ​ອາວຸດສຳລັບວັດຖຸອຸປະກອນດ້ານ​ນິວ​ເຄລຍ, ດັ່ງ​ທີ່ VOA ໄດ້ລາຍ​ງານ​ໃນ​ເດືອນ​ມີນາທີ່ຜ່ານມາ.

ຕາມ​ແຫຼ່ງຂ່າວ​ທີ່​ບໍ່​ປະສົງ​ອອກ​ນາມ, ທ່ານ​ ທັກສິນ ສະ​ແດງ​ຄວາມ​ປະສົງຂອງຕົນ​ທີ່​ຈະ​ໄກ່​ເກ່ຍ​ລະຫວ່າງ​ລັດຖະບານ​ທະຫານ​ມຽນມາ ​ແລະ ອົງການຕໍ່​ຕ້ານຂອງ​ຊົນ​ເຜົ່າກຸ່ມນ້ອຍ ຫຼື EROs, ​ເຊິ່ງໄດ້ທໍາການ​ຕໍ່ສູ້​ກັບ​ລັດຖະບານທະຫານ​ນັບ​ຕັ້ງແຕ່​ມີການ​ຍຶດອຳນາດ​ຈາກ​ລັດຖະບານທີ່ຖືກ​ເລືອກ​ຕັ້ງ​ເມື່ອ​ເດືອນກຸມພາ ປີ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG